ຄະນະນຳກະຊວງແຮງງານລົງຢ້ຽມຢາມພະນັກງານປະຕິວັດອາວຸໂສ ຢູ່ສູນເສຍອົງຄະ

- MS Labour Visit - ຄະນະນຳກະຊວງແຮງງານລົງຢ້ຽມຢາມພະນັກງານປະຕິວັດອາວຸໂສ ຢູ່ສູນເສຍອົງຄະ
- kitchen vibe - ຄະນະນຳກະຊວງແຮງງານລົງຢ້ຽມຢາມພະນັກງານປະຕິວັດອາວຸໂສ ຢູ່ສູນເສຍອົງຄະ

ໃນໂອກາດລະນຶກວັນຊາດທີ 2 ທັນວາ  ຄົບຮອບ 42 ປີທີ່ຈະໄດ້ໝູນ ວຽນມາຄົບຮອບອີກວາລະໜຶ່ງ, ໃນວັນທີ 29 ພະຈິກນີ້, ຄະນະນຳກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ຢຽ້ມຢາມພົບປະໂອ້ລົມ ແລະ ອວຍພອນພະນັກງານ ປະຕິວັດອາວຸໂສ, ສູນເສຍອົງຄະ ພິເສດ 790, ສູນພັດທະນາ 489, ໂຮງງານຜະລິດອົງຄະທຽມ ແລະ ຟື້ນຟູສະມັດຖະພາບ 686, ເພື່ອເປັນການສະແດງເຖິງ ຄວາມເປັນຫ່ວງເປັນໃຍ ແລະ ເອົາໃຈໃສ່ຂອງພັກ-ລັດຖະບານທີ່ມີຕໍ່ພະນັກງານ ປະຕິວັດອາວຸໂສ, ຜູ້ເສຍອົງຄະ ທີ່ໄດ້ອຸທິດຕົນ ເພື່ອພາລະກິດປະຕິວັດ.

ໃນໂອກາດດັ່ງກ່າວ, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຕາງໜ້າໃຫ້ພັກ-ລັດຖະບານ ກ່າວສະແດງຄວາມຢື້ຢາມ ຖາມຂ່າວ, ຄວາມສາມັກຄີຮັກແພງ ແລະ ຄວາມເປັນຫ່ວງເປັນໃຍເຖິງບັນດາພະນັກ ງານປະຕິວັດອາວຸໂສບຳນານ, ເສຍອົງຄະ, ພິການຕະຫຼອດຮອດຄອບຄົວ ແລະ ໃນໂອ ກາດວັນສຳຄັນຂອງຊາດທີ່ຈະມາເຖິງນີ້, ໄດ້ຮຽກຮ້ອງມາຍັງຄະນະພັກ, ຄະນະນຳສູນ ທຸກຂັ້ນ, ຕະຫຼອດຮອດພະນັກງານບຳນານ, ເສຍອົງຄະ ແລະ ພິການພາຍໃນສູນ ຈົ່ງ ພ້ອມກັນເຊີດຊູນ້ຳໃຈປະຕິວັດ, ຮັກຊາດ ແລະ ເຊີດຊູມູນເຊື້ອຄວາມສາມັກຄີອັນເປັນປຶກ ແຜ່ນ, ຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ໜ້າທີ່ການເມືອງຂອງພັກ-ລັດທີ່ໄດ້ມອບໝາຍ ໃຫ້ດ້ວຍຄວາມຮັບຜິດຊອບແທ້, ສິ່ງສຳຄັນຂໍໃຫ້ປ້າລຸງ, ອາວອາ ແລະ ເພື່ອນມິດສະຫາຍ ສືບຕໍ່ມູນເຊື້ອອັນດີງາມເປັນແບບຢ່າງທີ່ດີໃຫ້ລູກຫຼານ, ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ລູກຫຼານເປັນພົນລະເມືອງທີ່ດີຂອງຊາດ, ເຂົ້າຮ່ວມໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ເຂັ້ມແຂງ. ໃນໂອກາດສໍາຄັນນີ້, ຄະນະນຳກະຊວງຍັງໄດ້ນຳເອົາ ເງິນ ແລະ ສິ່ງຂອງຈຳນວນໜຶ່ງມອບໃຫ້ແກ່ 3  ສູນດັ່ງກ່າວ, ລວມມູນຄ່າ 15 ລ້ານກີບ.

- Visit Laos Visit SALANA BOUTIQUE HOTEL - ຄະນະນຳກະຊວງແຮງງານລົງຢ້ຽມຢາມພະນັກງານປະຕິວັດອາວຸໂສ ຢູ່ສູນເສຍອົງຄະ
- 4 - ຄະນະນຳກະຊວງແຮງງານລົງຢ້ຽມຢາມພະນັກງານປະຕິວັດອາວຸໂສ ຢູ່ສູນເສຍອົງຄະ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!