10 ເດືອນດ່ານສາກົນລະໄລເກັບລາຍຮັບເຂົ້າງົບປະມານລື່ນແຜນການທົບເທົ່າ

ຫົວໜ້າດ່ານສາກົນລະໄລ ແຂວງເຊກອງ ລາຍງານໃຫ້ຮູ້ ວ່າ: ໄລຍະ 10 ເດືອນຜ່ານມາ, ສາມາດຈັດເກັບລາຍຮັບເຂົ້າງົບ ປະມານໄດ້ 32 ຕື້ກວ່າກີບ, ລື່ນ ແຜນການວາງໄວ້ທົບເທົ່າ, ລາຍ ຮັບສ່ວນໃຫຍ່ແມ່ນໄດ້ຈາກການ ນຳເຂົ້ານ້ຳມັນເຊື້ອໄຟ, ເຄື່ອງກໍ່ ສ້າງ, ເຄື່ອງໃຊ້ໄຟຟ້າ ແລະ ສິນ ຄ້າອຸປະໂພກ- ບໍລິໂພກອື່ນໆ, ພ້ອມດຽວກັນນັ້ນ ກໍໄດ້ເອົາໃຈ ໃສ່ອຳນວຍຄວາມ ສະດວກໃຫ້ ການເຂົ້າອອກເມືອງມີຄວາມ ເປັນລະບຽບຮຽບຮ້ອຍດີຕາມ ຂອບເຂດສິດ-ໜ້າທີ່ຂອງໃຜ ມັນດ້ວຍຄວາມຮັບຜິດຊອບສູງ.
+ ດ່ານພາສີສາກົນນ້ຳກັ່ນ ເກັບລາຍຮັບເກີນແຜນ 123,50%
+ ພາສີດ່ານສາກົນຂົວມິດຕະພາບ 1 ຢຶດສັດຫວງຫ້າມໄດ້ຫລາຍຊະນິດ
ເພື່ອກ້າວໄປສູ່ການບໍລິ ການທີ່ທັນສະໄໝເທື່ອລະກ້າວ, ໃນຕໍ່ໜ້າດ່ານຈະເລັ່ງປັບປຸງແບບ ແຜນວິທີເຮັດວຽກຂອງຕົນໃຫ້ດີຂຶ້ນກວ່າເກົ່າ, ສ້າງຄວາມສາ ມັກຄີພາຍໃນໃຫ້ໜັກ ແໜ້ນ, ເອົາ ໃຈໃສ່ປົກປັກຮັກສາເສັ້ນຊາຍ ແດນໃຫ້ເປັນຊາຍແດນສັນຕິ ພາບ, ມີຄວາມສະຫງົບປອດ ໄພບໍ່ໃຫ້ມີການລັກລອບສິນຄ້າ ໜີພາສີ ແລະ ສິນຄ້າຜິດກົດ ໝາຍ, ສືບຕໍ່ຈັດເກັບລາຍຮັບ ເຂົ້າງົບປະມານຂອງລັດ, ຕັ້ງ ໜ້າສະກັດກັ້ນການລັກລອບ ສິ່ງຜິດກົດໝາຍ ແລະ ປະສານ ສົມທົບກັບຂະແໜງການທີ່ ກ່ຽວຂ້ອງເພື່ອແກ້ໄຂບັນຫາ ຕ່າງໆທີ່ເກີດຂຶ້ນໃຫ້ສົມຄູ່ກັບ ດ່ານສາກົນເທື່ອລະກ້າວ.