ປກສ ແຂວງບໍ່ແກ້ວ ກວດຍຶດຢາບ້າ 4,400,000 ເມັດ ແລະ ລົດກະບະລີໂວ 1 ຄັນ

- 476349595 468175006352021 6374976621126223300 n - ປກສ ແຂວງບໍ່ແກ້ວ ກວດຍຶດຢາບ້າ 4,400,000 ເມັດ ແລະ ລົດກະບະລີໂວ 1 ຄັນ
- kitchen vibe - ປກສ ແຂວງບໍ່ແກ້ວ ກວດຍຶດຢາບ້າ 4,400,000 ເມັດ ແລະ ລົດກະບະລີໂວ 1 ຄັນ

ປກສ ແຂວງບໍ່ແກ້ວ ລາຍງານວ່າ: ວັນທີ 30 ມັງກອນ 2025, ເວລາປະມານ 10 ໂມງ 00 ນາທີ, ໃນຂະນະທີ່ ເຈົ້າໜ້າທີ່ກອງຫລອນບ້ານພິບູນທອງ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ພວມປະຕິບັດ ໜ້າທີ່ ໄດ້ພົບເຫັນ ຊາຍ 3 ຄົນ ທ່າທາງມີພິລຸດ ຢູ່ຕໍ່ໜ້າເຮືອນຫລັງໜຶ່ງໃນຂອບເຂດບ້ານພິບຸນທອງ ພໍພວກກ່ຽວເຫັນກອງຫລອນບ້ານກໍເລີຍຕົກໃຈແລ້ວແລ່ນໜີ ປິນກຳແພງຮົ້ວເຮືອນຫລັງດັ່ງກ່າວອອກໄປ. ຈາກນັ້ນ, ທາງກອງຫລອນບ້ານ ກໍ່ໄດ້ເຂົ້າໄປກວດກາສະຖານທີ່ ພົບເຫັນລົດກະບະລີໂວ, ສີຂາວມຸກ, ປ້າຍທະບຽນ ຂກ 3603 ກໍາແພງນະຄອນ ຈອດຢູ່ເຮືອນຫລັງດັ່ງກ່າວ ແລະ ມີເປົາຢາເສບຕິດຊຸກເຊື່ອງຢູ່ພາຍໃນລົດ ຈຶ່ງໄດ້ໂທແຈ້ງຕຳຫລວດ ປກສ ກຸ່ມບ້ານພິບຸນທອງ, ປກສ ເມືອງຫ້ວຍຊາຍ ມາສົມທົບ ປກສ ແຂວງບໍ່ແກ້ວ ລົງໄປກວດກາຕົວຈິງ ແລະ ນຳເອົາລົດຄັນດັ່ງກ່າວຂື້ນມາກວດກາຢູ່ກອງບັນຊາການ ປກສ ແຂວງບໍ່ແກ້ວ.

ຜ່ານການກວດກາລົດຄັນດັ່ງກ່າວ ໄດ້ພົບເຫັນຢາເສບຕິດ ປະເພດຢາບ້າ ຈຳນວນ 22 ເປົາ ມີ 2,200 ມັດ ເທົ່າກັບ 4,400,000 ເມັດ, ນ້ຳໜັກຫຼາຍກວ່າ ເຕິ່ງໂຕນ( 528 ກິໂລກຣາມ), ສ່ວນພວກກ່ຽວທັງ 3 ແມ່ນໄດ້ເອົາຕົວລົບໜີ. ເຊິ່ງຄະດີດັ່ງກ່າວ, ທາງເຈົ້າໜ້າທີ່ວິຊາສະເພາະ ໄດ້ຢຶດເຄື່ອງຂອງກາງຢາເສບຕິດ ຢ່ບ້າ ແລະ ລົດກະບະລີໂວ ສີຂາວມຸກ ປ້າຍເລກທະບຽນ ຂກ 3603 ກໍາແພງນະຄອນ 1 ຄັນໄວ້ ເພື່ອເປັນຫລັກຖານ ແລະ ດໍາເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ໃນການຄ້າ-ຂາຍຢາເສບຕິດໃນຄັ້ງນີ້ມາດໍາເນີນຄະດີຕາມລະບຽບກົດໝາຍ.

- Visit Laos Visit SALANA BOUTIQUE HOTEL - ປກສ ແຂວງບໍ່ແກ້ວ ກວດຍຶດຢາບ້າ 4,400,000 ເມັດ ແລະ ລົດກະບະລີໂວ 1 ຄັນ
- Visit Laos Visit SALANA BOUTIQUE HOTEL - ປກສ ແຂວງບໍ່ແກ້ວ ກວດຍຶດຢາບ້າ 4,400,000 ເມັດ ແລະ ລົດກະບະລີໂວ 1 ຄັນ

ທີ່ມາ: ປກສ ແຂວງບໍ່ແກ້ວ

- 3 - ປກສ ແຂວງບໍ່ແກ້ວ ກວດຍຶດຢາບ້າ 4,400,000 ເມັດ ແລະ ລົດກະບະລີໂວ 1 ຄັນ
- 5 - ປກສ ແຂວງບໍ່ແກ້ວ ກວດຍຶດຢາບ້າ 4,400,000 ເມັດ ແລະ ລົດກະບະລີໂວ 1 ຄັນ
- 4 - ປກສ ແຂວງບໍ່ແກ້ວ ກວດຍຶດຢາບ້າ 4,400,000 ເມັດ ແລະ ລົດກະບະລີໂວ 1 ຄັນ