ປີ 2024 ແກ້ໄຂຄະດີສໍ້ລາດບັງຫລວງ ສຳເລັດ 4 ເລື່ອງ ມີເປົ້າໝາຍພົວພັນທັງໝົດ 208 ຄົນ

ໃນໂອກາດລາຍງານຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2024 ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 3-4 ກຸມພາ 2025, ທ່ານ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ທັງເປັນຮອງຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ໃຫ້ຮູ້ວ່າ: ໃນປີ2024ຜ່ານມາ, ວຽກງານສະກັດ, ຕ້ານ ແລະ ສອບສວນການສໍ້ລາດບັງຫລວງ, ອົງການທີ່ກ່ຽວຂ້ອງໄດ້ດໍາເນີນການສອບສວນຄະດີການສໍ້ລາດບັງຫລວງ ສຳເລັດ 4 ເລື່ອງ, ມີຄວາມເສຍຫາຍຫລາຍກວ່າ 115 ຕື້ກວ່າກີບ, 3 ລ້ານກວ່າບາດ, 25 ລ້ານກວ່າໂດລາ ແລະຫລາຍກວ່າ 7 ລ້ານຢວນ.
ໃນຈໍານວນນີ້ ສາມາດເກັບກູ້ໄດ້ແລ້ວຫຼາຍກວ່າ 63 ຕື້ 600 ກວ່າລ້ານກີບ, 200,000 ບາດ, 4,700 ໂດລາ ແລະ 5 ລ້ານກວ່າຢວນ. ຍັງເກັບກູ້ບໍ່ໄດ້ 51ຕື້ 400 ກວ່າລ້ານກີບ, 3 ລ້ານບາດ, 25 ລ້ານ 6 ແສນກວ່າໂດລາ ແລະ 2 ລ້ານກວ່າຢວນ.
ມີເປົ້າໝາຍພົວພັນທັງໝົດ 208 ຄົນ, ດໍາເນີນຄະດີ 40 ຄົນ (ຕ່າງປະເທດ 2 ຄົນ), ນໍາໃຊ້ມາດຕະການກັກຕົວ 39 ຄົນ ແລະ ແກ້ໄຂທາງລະບຽບບໍລິຫານ 168 ຄົນ, ກຳລັງດໍາເນີນການສືບສວນ-ສອບສວນ 2 ເລື່ອງ, ມີຄວາມເສຍ ຫາຍທັງໝົດຫຼາຍກວ່າ 382 ລ້ານກີບ, 1ລ້ານກວ່າບາດ ແລະ 7ລ້ານ 2 ແສນໂດລາ ແລະ ເກັບກູ້ໄດ້ຄືນໝົດ, ມີເປົ້າໝາຍ ພົວພັນ 6 ຄົນ, ດໍາເນີນຄະດີ 6 ຄົນ, ໃນນີ້ ນໍາໃຊ້ມາດຕະການກັກຕົວ 5 ຄົນ.