ໂດນັລ ທຣຳ ສັ່ງປິດສໍານັກງານ USAID ທົ່ວໂລກ ພ້ອມຮຽກຕົວເຈົ້າໜ້າທີ່ທັງໝົດກັບຄືນປະເທດ

- 67a30438cc37167a30438cc372173873669667a30438cc36f67a30438cc370 - ໂດນັລ ທຣຳ ສັ່ງປິດສໍານັກງານ USAID ທົ່ວໂລກ ພ້ອມຮຽກຕົວເຈົ້າໜ້າທີ່ທັງໝົດກັບຄືນປະເທດ
- kitchen vibe - ໂດນັລ ທຣຳ ສັ່ງປິດສໍານັກງານ USAID ທົ່ວໂລກ ພ້ອມຮຽກຕົວເຈົ້າໜ້າທີ່ທັງໝົດກັບຄືນປະເທດ

ສໍານັກຂ່າວ NBC News ລາຍງານວັນທີ 5 ກຸມພາ 2025  ສໍານັກງານເພື່ອການພັດທະນາລະຫວ່າງປະເທດຂອງສະຫະລັດອາເມລິກາ ຫຼື (USAID) ໄດ້ປະກາດຜ່ານທາງເວັບໄຊເມື່ອຄືນວັນອັງຄານທີ 4 ກຸມພາ ວ່າ: ພະນັກງານທີ່ຂຶ້ນກັບ USAID ທົ່ວໂລກຈະຖືກພັກວຽກ ໃນວັນສຸກ ທີ 7 ກຸມພາ 2025 ຍົກເວັ້ນບຸກຄະລາກອນທີ່ໄດ້ຮັບແຕ່ງຕັ້ງທີ່ເຫັນວ່າຍັງມີຄວາມຈໍາເປັນ ແລະ ໃຫ້ກັບປະເທດພາຍໃນ 30 ມື້.

ການປະກາດສັ່ງປິດສຳນັກງານ USAID ມີຂຶ້ນຫລັງຈາກທີ່ປະທານາທິບໍດີ ໂດນັລ ທຣໍາ ໄດ້ຊຸກຍູ້ໃຫ້ USAID ເຂົ້າເປັນສ່ວນໜຶ່ງຂອງກະຊວງການຕ່າງປະເທດສະຫະລັດ ເຊິ່ງຈະເຮັດໃຫ້ໜ່ວຍງານນີ້ບໍ່ມີສະຖານະພາບເປັນອົງກອນອິດສະຫລະອີກຕໍ່ໄປ.

ຕາມການລາຍງານຂອງ ໜ່ວຍງານ ບໍລິການຂໍ້ມູນການວິໃຈໃນລັດຖະສະພາ ຫຼື Congressional Research Service (CRS) ໄດ້ລະບຸວ່າ ພະນັກງານຂອງ USAID ມີຈໍານວນຫລາຍກວ່າ 10,000 ຄົນ, ໃນນັ້ນ 2/3 ແມ່ນປະຈໍາຢູ່ຕ່າງປະເທດ ເຊິ່ງມີຫລາຍກວ່າ 60 ແຫ່ງທົ່ວໂລກ, ໃນຂະນະທີ່ພະນັກງານຢູ່ວໍຊິງຕັນ ຖືກພັກວຽກແລ້ວຕັ້ງແຕ່ວັນທີ 4 ກຸມພາ 2025 ແຕ່ຍັງເຫລືອພຽງພະນັກງານບາງສ່ວນທີ່ມີຄວາມສໍາຄັນກ່ອນທີ່ USAID ຈະຖືກປິດ.

ສໍານັກຂ່າວຣອຍເຕີລາຍງານວ່າ ໂຄງການທີ່ຂຶ້ນກັບໜ່ວຍງານ USIAD ມີມູນຄ່າຫລາຍພັນຕື້ໂດລາ ໃນການຊ່ວຍເຫລືອປະເທດຕ່າງໆທົ່ວໂລກຈະຖືກຢຸດຕິ ເພື່ອໃຫ້ສອດຄ່ອງກັບນະໂຍບາຍ American First ຂອງປະທານາທິບໍດີ ໂດນັລ ທຣໍາ.

- 3 - ໂດນັລ ທຣຳ ສັ່ງປິດສໍານັກງານ USAID ທົ່ວໂລກ ພ້ອມຮຽກຕົວເຈົ້າໜ້າທີ່ທັງໝົດກັບຄືນປະເທດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!