ກະຊວງ ຖວທ ສະຫລຸບວຽກປະຈຳ ປີ 2024 ທົ່ວປະເທດ

ກອງປະຊຸມສະຫລຸບວຽກງານ ຖວທ ທົ່ວປະເທດປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ດຳເນີນໄປໃນວັນທີ 6-7 ກຸມພາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ, ມີຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫລວງ, ຫົວໜ້າກົມ, ຫົວໜ້າພະແນກ ຖວທ ທົ່ວປະເທດ ແລະ ພາກສ່ວນກ່ຽວ ຂ້ອງ ເຂົ້າຮ່ວມ.
ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາ ຄະນະພັກ, ຄະນະນຳແຕ່ລະຂັ້ນທັງສູນກາງ ແລະ ທ້ອງຖິ່ນ ໄດ້ມີຄວາມຮັບຜິດຊອບສູງປະກອບສ່ວນ ເຂົ້າໃນການນໍາພາ-ຊີ້ນຳວຽກງານ ຖວທ ຢ່າງໃກ້ຊິດຕິດແທດ ເຊິ່ງສະແດງອອກໃນການເອົາໃຈໃສ່ກຳນົດບັນດາແຜນການ, ແຜນງານ ແລະ ໂຄງການຈຸດສຸມ ຂອງວຽກງານ ຖວທ ເຂົ້າໃນແຜນພັດທະນາທັງຂັ້ນສູງກາງ ແລະ ທ້ອງຖິ່ນ ຢ່າງຖືກຕ້ອງສອດຄ່ອງ; ພະນັກງານ-ລັດຖະກອນ ທົ່ວຂະແໜງ ຖວທ ໄດ້ມີຄວາມຫ້າວຫັນ ໃນການປະຕິບັດໜ້າທີ່ການເມືອງໜ້າທີ່ວິຊາສະເພາະຂອງຕົນ. ໃນນີ້,ບັນດາກົມ, ກອງອ້ອມຂ້າງກະຊວງ ແລະ ບັນດາພະແນກ ຖວທ ແຂວງ ແລະ ນະຄອນຫລວງ ໄດ້ເປັນເຈົ້າການ ປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນເອງ ດ້ວຍຄວາມຮັບຜິດຊອບສູງ ສາມາດເຮັດໜ້າທີ່ເປັນເສນາທິ ການໃຫ້ແກ່ຄະນະພັກ-ຄະນະນຳກະຊວງ ກໍຄື ຄະນະພັກ ແລະ ອຳ ນາດການປົກຄອງທ້ອງຖິ່ນ ເຮັດໃຫ້ວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມີຜົນສຳເລັດຫລາຍດ້ານ ທັງປະລິມານ ແລະ ຄຸນນະພາບ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມຂອງປະເທດ ໃຫ້ມີຄວາມເຂັ້ມແຂງຂຶ້ນຢ່າງຕໍ່ເນື່ອງ, ປະກອບສ່ວນເຮັດໃຫ້ປະເທດຊາດມີຄວາມສະຫງົບ, ມີສະຖຽນລະພາບ ແລະ ຄວາມໝັ້ນຄົງທາງ ດ້ານການເມືອງ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ ແລະ ມີຊີວິດການເປັນຢູ່ທາງດ້ານວັດຖຸ ກໍຄື ຈິດ ໃຈນັບມື້ນັບດີຂຶ້ນໄປເລື້ອຍໆ.
ຄຽງຄູ່ກັບຜົນງານດ້ານຕັ້ງໜ້າດັ່ງກ່າວນັ້ນ, ວຽກງານງານ ຖວທ ກໍຍັງມີບາງຂໍ້ຄົງຄ້າງຕໍ່ການພັດທະນາວຽກງານ ຖວທ ໃນທາງກົງ ແລະ ທາງອ້ອມ ບວກກັບສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ບັນຫາໄພເງິນເຟີ້, ຄ່າຄອງຊີບສູງ, ນໍ້າມັນແພງ ແລະ ບາງປະກົດການຫຍໍ້ທໍ້ຕໍ່ກັບການດຳລົງຊີວິດ ຍິ່ງເຮັດໃຫ້ສະພາບລວມໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຢູ່ທັງສູນ ກາງ ແລະ ທ້ອງຖິ່ນ ພົບຄວາມຫຍຸ້ງຍາກຂຶ້ນຕື່ມ. ເຖິງຢ່າງໃດກໍຕາມ ການຈັດຕັ້ງປະຕິບັດວຽກງານ ຖວທ ໃນ 1 ປີຜ່ານມາ ແມ່ນຍັງສືບຕໍ່ເຮັດໜ້າທີ່ການເມືອງ ຂອງຕົນໄດ້ເປັນຢ່າງດີ, ມີຜົນສຳເລັດຫລາຍດ້ານ ແລະ ມີອັນພົ້ນເດັ່ນ, ແຕ່ກໍປາສະຈາກບໍ່ໄດ້ບາງວຽກງານທີ່ຍັງບໍ່ທັນສາມາດ ຈັດຕັ້ງປະຕິບັດ ໄດ້ຕາມແຜນການທີ່ໄດ້ກຳນົດໄວ້ ໃນປີ 2024.
ກອງປະຊຸມ ໄດ້ປະກອບຄໍາຄິດຄໍາເຫັນ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງພາວະວິໄສ, ກົງໄປ ກົງມາ ເພື່ອພ້ອມກັນເສີມຂະຫຍາຍດ້ານຕັ້ງໜ້າ ໄປຄຽງຄູ່ກັບການຕີຖອຍດ້ານອ່ອນ, ຂໍ້ຄົງຄ້າງ, ຊອກຫາສາເຫດ ທີ່ພາໃຫ້ມີດ້ານດີ-ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ໃຫ້ມີຄວາມສອດຄ່ອງ, ເໝາະສົມກັບສະພາບການຈັດຕັ້ງປະຕິບັດວຽກງານຕົວຈິງ ໃນ 1 ປີຜ່ານມາ ແລະ ມາດຕະການຈະຈັດຕັ້ງປະຕິບັດໃນຕໍ່ໜ້າ ແນໃສ່ໃຫ້ການພັດທະນາວຽກງານ ຖວທ ມີບາດກ້າວຂະຫຍາຍຕົວໃໝ່ທີ່ເຂັ້ມແຂງ, ໜັກແໜ້ນ ແລະ ຍາດໄດ້ຜົນງານອັນໃຫຍ່ ຫລວງກວ່າເກົ່າໃນຕໍ່ໜ້າ.