7 ສິ່ງທ້າທາຍຂໍ້ຫຍຸ້ງຍາກ ວຽກງານກວດຄົນເຂົ້າ-ອອກ ສປປ ລາວໃນໄລຍະປີທ່ອງທ່ຽວລາວ 2024

7 ສິ່ງທ້າທາຍຂໍ້ຫຍຸ້ງຍາກ ວຽກງານກວດຄົນເຂົ້າ-ອອກ ສປປ ລາວໃນໄລຍະປີທ່ອງທ່ຽວລາວ 2024 -  2 scaled e1738834399766 - 7 ສິ່ງທ້າທາຍຂໍ້ຫຍຸ້ງຍາກ ວຽກງານກວດຄົນເຂົ້າ-ອອກ ສປປ ລາວໃນໄລຍະປີທ່ອງທ່ຽວລາວ 2024
7 ສິ່ງທ້າທາຍຂໍ້ຫຍຸ້ງຍາກ ວຽກງານກວດຄົນເຂົ້າ-ອອກ ສປປ ລາວໃນໄລຍະປີທ່ອງທ່ຽວລາວ 2024 - kitchen vibe - 7 ສິ່ງທ້າທາຍຂໍ້ຫຍຸ້ງຍາກ ວຽກງານກວດຄົນເຂົ້າ-ອອກ ສປປ ລາວໃນໄລຍະປີທ່ອງທ່ຽວລາວ 2024

ໃນກອງປະຊຸມສະຫລຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ວັນທີ 5 ກຸມພາ 2025, ທ່ານ ພັອ ເພັດດາວົງ ແກ້ວກັນຍາ ຫົວໜ້າກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ໄດ້ປະກອບຄຳເຫັນ ກ່ຽວກັບ ວຽກງານກວດຄົນ ເຂົ້າ-ອອກ ສປປ ລາວ, ທີ່ຕິດພັນກັບ ການປະຕິບັດນະໂຍບາຍຍົກເວັ້ນ ວີຊາ ແລະ ການກໍານົດໄລຍະເວລາພັກເຊົາ ຢູ່ ສປປ ລາວ ສໍາລັບນັກທ່ອງທ່ຽວກຸ່ມປະເທດເປົ້າຫມາຍ ໃນໄລຍະປີທ່ອງທ່ຽວລາວ 2024 ຍັງມີຂໍ້ຫຍຸ້ງຍາກ ແລະ ເປັນສິ່ງທ້າທາຍຕໍ່ການແກ້ໄຂຫຼາຍຢ່າງ ເຊິ່ງສາມາດສັງລວມໄດ້ຄື:

  1. ນັກທ່ອງທ່ຽວ ຕ່າງປະເທດ ຈໍານວນຫນຶ່ງ ຍັງບໍ່ທັນປະຕິບັດໃຫ້ຖືກຕ້ອງຕາມລະບຽບການ ເຂົ້າ-ອອກ ສປປ ລາວ ກໍຄືລະບຽບຂອງ ຕມ, ບໍ່ລຽນແຖວແຈ້ງເອກະສານ (ລັດຄິວ), ບໍ່ໃຫ້ຄວາມຮ່ວມມືຕໍ່ເຈົ້າຫນ້າທີ່ ຕມ (ບໍ່ຟັງການແນະນໍາຂອງເຈົ້າຫນ້າທີ່), ບໍ່ຟັງຜູ້ນໍາທ່ຽວ, ບໍ່ມີການກະກຽມເອກະສານອະນຸຍາດຢ່າງຖືກຕ້ອງຈາກ ຖວທ ເພື່ອແຈ້ງຕໍ່ເຈົ້າຫນ້າທີ່ ຕມ, ເຮັດໃຫ້ການກວດກາບໍ່ເປັນໄປຕາມຂັ້ນຕອນຂອງລະບຽບການ;
  2. ສະຖານທີ່ຮອງຮັບນັກທ່ອງທ່ຽວ ຂາເຂົ້າຢູ່ດ່ານ ຍັງຄັບແຄບ, ບໍ່ມີພື້ນທີ່ຮອງຮັບພຽງພໍ;
  3. ບາງ ບໍລິສັດ ຜູ້ປະກອບການກິດຈະການທ່ອງທ່ຽວ ບໍ່ປະຕິບັດຕາມນິຕິກໍາທີ່ກໍານົດໄວ້ ແລະ ບໍ່ໃຫ້ການຮ່ວມມືຕໍ່ເຈົ້າຫນ້າທີ່ (ເມື່ອບໍ່ປະຕິບັດຕາມລະບຽບການ ຈຶ່ງມີການໃຫ້ສິນບົນແກ່ເຈົ້າຫນ້າທີ່);
  4. ມີການທ່ອງທ່ຽວແອບແຝງ, ມີບຸກຄົນຢູ່ໃນບັນຊີເຝົ້າລະວັງ ແອບແຝງເປັນນັກທ່ອງທ່ຽວ ເຂົ້າມາແລ້ວຖ່າຍພາບ ຫຼື ບິນໂດນເກັບພາບ, ຖ່າຍວີດີໂອ ຢູ່ເຂດຫວງຫ້າມ;
  5. ນັກທ່ອງທ່ຽວ ທີ່ນໍາໃຊ້ປຶ້ມຜ່ານແດນ ແລະ ໃບຜ່ານແດນ ເຂົ້າມາທ່ອງທ່ຽວ ບໍ່ປະຕິບັດຕາມຄໍາແນະນໍາ ຂອງກະຊວງ ຖວທ ວາງອອກ ທີ່ໄດ້ກໍານົດ ເຂົ້າດ່ານໃດໃຫ້ອອກດ່ານນັ້ນ;
  6. ຜູ້ນໍາທ່ຽວ ບໍ່ມີບັດອະນຸຍາດຈາກ ຂະແຫນງ ຖວທ, ຜູ້ນໍາທ່ຽວທີ່ເປັນຄົນຕ່າງປະເທດ ບໍ່ສາມາດສື່ສານ ເປັນພາສາລາວໄດ້;
  7. ຂອດການປະສານສົມທົບ ລະຫວ່າງບັນດາຂະແໜງການຂອງລັດທີ່ກ່ຽວຂ້ອງ ຍັງບໍ່ຄ່ອງຕົວ ເທົ່າທີ່ຄວນ.
    ຊຶ່ງທັງໝົດນີ້ ເປັນສິ່ງທ້າທາຍຕໍ່ຫຼາຍພາກສ່ວນທີ່ກ່ຽວຂ້ອງຕ້ອງໄດ້ຮ່ວມກັນປຶກສາຫາລື ແລະ ແກ້ໄຂໃຫ້ເປັນໄປຢ່າງຖືກຕ້ອງຕາມລະບຽບກົດໝາຍຂອງລາວ.
7 ສິ່ງທ້າທາຍຂໍ້ຫຍຸ້ງຍາກ ວຽກງານກວດຄົນເຂົ້າ-ອອກ ສປປ ລາວໃນໄລຍະປີທ່ອງທ່ຽວລາວ 2024 - 5 - 7 ສິ່ງທ້າທາຍຂໍ້ຫຍຸ້ງຍາກ ວຽກງານກວດຄົນເຂົ້າ-ອອກ ສປປ ລາວໃນໄລຍະປີທ່ອງທ່ຽວລາວ 2024
7 ສິ່ງທ້າທາຍຂໍ້ຫຍຸ້ງຍາກ ວຽກງານກວດຄົນເຂົ້າ-ອອກ ສປປ ລາວໃນໄລຍະປີທ່ອງທ່ຽວລາວ 2024 - Visit Laos Visit SALANA BOUTIQUE HOTEL - 7 ສິ່ງທ້າທາຍຂໍ້ຫຍຸ້ງຍາກ ວຽກງານກວດຄົນເຂົ້າ-ອອກ ສປປ ລາວໃນໄລຍະປີທ່ອງທ່ຽວລາວ 2024
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!