ຄຊກມດ ລະນຶກວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

ໃນວັນທີ 30 ພະຈິກນີ້, ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ ຍິງ ແລະ ແມ່-ເດັກ (ຄຊກມດ) ຮ່ວມກັບສູນກາງສະຫະພັນ ແມ່ຍິງລາວ ແລະ ອົງການ ສະຫະປະຊາຊາດເພື່ອແມ່ຍິງ (UNWOMEN) ໄດ້ຈັດພິທີ ລະນຶວັນສາກົນລຶບລ້າງການ ໃຊ້ ຄວາມຮຸນແຮງຕໍ່ແມ່ຍິງ ຂຶ້ນທີ່ນະ ຄອນຫລວງວຽງຈັນ ພາຍໃຕ້ ຫົວຂໍ້ “ບໍ່ປະໃຜໄວ້ເບື້ອງຫລັງ, ຢຸດຕິການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ”, ໂດຍ ການ ເປັນປະທານຂອງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະ ທານສູນກາງສະຫະພັນແມ່ຍິງ ລາວ ທັງເປັນຮອງປະທານ ຜູ້ ປະ ຈຳການຄະນະກຳມາທິການ ແຫ່ງຊາດ ເພື່ອຄວາມກ້າວໜ້າ ຂອງແມ່ຍິງ ແລະ ແມ່-ເດັກ, ມີຜູ້ ຕາງໜ້າຄູ່ຮ່ວມພັດທະນາ, ອົງ ການຈັດຕັ້ງສາກົນ ແລະ ພາກ ສ່ວນກ່ຽວຂ້ອງ ຕ່າງໆ ເຂົ້າຮ່ວມ ເປັນຈຳນວນຫລາຍ. ເພື່ອເປັນ ການໂຄສະນາເຜີຍແຜ່ໃຫ້ສັງ ຄົມໄດ້ຮັບຮູ້ ແລະ ເຂົ້າໃຈແນວ ທາງນະໂຍບາຍຂອງພັກ ໃນ ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ຕ້ານການໃຊ້ ຄວາມ ຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ເປັນການສ້າງຈິດສຳນຶກໃຫ້ ມີ ຄວາມຮັບຮູ້ເຂົ້າໃຈຢ່າງຖືກ ຕ້ອງວ່າ ການໃຊ້ຄວາມຮຸນ ແຮງຕໍ່ແມ່ຍິງ ແລະ ເດັກຍິງ ເປັນ ການລ່ວງລະເມີດສິດທິຂອງ ແມ່ຍິງ ແລະ ເດັກຍິງໃນສັງຄົມ ແລະ ເປັນເລື່ອງທີ່ບໍ່ສາມາດ ໃຫ້ອະໄພໄດ້.
+ ເມືອງກະລຶມກຽມສະເຫລີມສະຫລອງວັນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ
+ ສະຫວັນນະເຂດຫວນຄືນວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ
ພາຍໃນພິທີຍັງໄດ້ຮັບຊົມ ວີດີໂອສານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະ ມົນຕີແຫ່ງ ສປປ ລາວ, ປະ ທານ ຄຊກມດ ທີ່ໄດ້ຍົກໃຫ້ ເຫັນ ເຖິງສະພາບຄວາມຮຸນ ແຮງຕໍ່ແມ່ຍິງ ແລະ ເດັກຍິງ, ການຈັດຕັ້ງປະຕິບັດວຽກງານ ສົ່ງເສີມຄວາມກ້າວໜ້າແມ່ ຍິງ ແລະຄວາມສະເໝີພາບຍິງ- ຊາຍ, ວຽກງານຕ້ານ ແລະ ສະ ກັດກັ້ນການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງໃນໄລຍະຜ່ານມາຂອງ ພາກສ່ວນຕ່າງໆ. ພ້ອມນີ້, ຍັງ ໄດ້ຮັບຟັງ ທ່ານ ນາງ ອິນລາ ວັນ ແກ້ວບຸນພັນ ທົບທວນຄືນ ປະຫວັດສາດຄວາມເປັນມາ ຂອງວັນສາກົນຢຸດຕິຄວາມ ແຮງຕໍ່ແມ່ຍິງ, ເຊິ່ງ ທ່ານ ໄດ້ ຍົກໃຫ້ເຫັນຂະບວນການຕໍ່ສູ້ ຂອງບັນດາເອື້ອຍນ້ອງແມ່ ຍິງທົ່ວໂລກເພື່ອທວງເອົາສິດ ແລະ ຜົນປະໂຫຍດອັນຊອບ ທຳຂອງຕົນ.