ປີ 2024 ແຂວງບໍ່ແກ້ວໄດ້ຮັບແຜນໂຄງການລົງທຶນຂອງລັດ 138 ໂຄງການ ມູນຄ່າ 2,903.28 ຕື້ກີບ.

ສະຖານີວິທະຍຸ-ໂທລະພາບ ແຂວງບໍ່ແກ້ວ ລາຍງານ ວັນທີ 7 ກຸມພາ 2025 ນີ້ວ່າ: ປີ 2024ຜ່ານມາແຂວງບໍ່ແກ້ວ ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງຮັບຮອງ ແຜນໂຄງການລົງທຶນຂອງລັດ ທັງໝົດ 138 ໂຄງການ ມູນຄ່າທັງໝົດ 2,903 ຕື້ກວ່າກີບ. ສະເພາະເພດານທຶນທີ່ແຂວງບໍ່ແກ້ວໄດ້ຮັບໃນປີ 2024 ມີມູນຄ່າ ທັງໝົດຫຼາຍກວ່າ 44 ຕື້ກີບ, ທັງໝົດ ສາມາດ ອອກໃບຢັ້ງຢືນການຊໍາລະ 100%. ໜີ້ສິນໂຄງການລົງທຶນຂອງລັດ ແລະ ໜີ້້ສິນໂຄງການໃນແຜນ ມີທັງໝົດ 123 ໂຄງການ ມີມູນຄ່າຫຼາຍກວ່າ 2,665 ຕື້ກີບ ມາຮອດປະຈຸບັນໄດ້ຊໍາລະໄປແລ້ວທັງໝົດ 445.4 ຕື້ກີບ, ຍັງຄ້າງຊໍາລະຕາມສັນຍາ 2,219 ຕື້ກວ່າກີບ ແລະ ຍັງຄ້າງຊຳລະຕາມໜ້າວຽກສໍາເລັດ 677ຕື້ກວ່າກີບ.
ຜ່ານມາ ແຂວງບໍ່ແກ້ວ ໄດ້ຮັບໂຄງການກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຍ່ ຫລາຍໂຄງການ ເປັນ ຕົ້ນແມ່ນ: ການກໍ່ສ້າງບັນດາເສັ້ນທາງປູຢາງແຕ່ແຂວງ ຫາເມືອງ ແລະ ໂຄງການປ້ອງກັນຕາຝັງເຈື່ອນ ເຂດບ້ານດ່ານຖິ່ນ ຫາ ບ້ານດອນສະຫວັນ ແລະ ບັນດາເສັ້ນທາງ ຈາກເມືອງ ຫາເຂດທໍາການຜະລິດຂອງປະຊາຊົນ ເຊິ່ງມີມູນຄ່າສູງ ຈຶ່ງເຮັດໃຫ້ມູນຄ່າ ເປັນໜີ້ ລວມຂອງແຂວງ ມີມູນຄ່າສູງ ແຕ່ຖ້າບັນດາໂຄງການເຫລົ່ານັ້ນໄດ້ຈັດຕັ້ງປະຕິບັດສໍາເລັດ ກໍ່ຈະຊ່ວຍຊຸກຍູ້ ໃນການພັດທະນາເສດຖະກິດ-ສັງຄົມ ຂອງບັນເມືອງ ກໍ່ຄື ຂອງແຂວງ ໃຫ້ດີຂຶ້ນ.
ສໍາລັບການຈັດຕັ້ງປະຕິບັດທຶນຊ່ວຍເຫລືອທາງການເພື່ອການພັດທະນາ (ODA): ມີອົງການຈັດຕັ້ງສາກົນເຂົ້າມາຊ່ວຍເຫຼືອທາງການເພື່ອການພັດທະນາມີ 21 ໂຄງການ, ໃນນັ້ນ: ມີ 3 ສະມາຄົມ ແລະ 1 ໂຄງການທີ່ບໍ່ສັງກັດລັດຖະບານ (NGO), ມີມູນຄ່າທັງໝົດເກືອບ 4 ລ້ານໂດລາສະຫະລັດ, ໃນໄລຍະ 1 ປີ ຜ່ານມາ ສາມາດຈັດຕັ້ງປະຕິບັດໄດ້ 2 ລ້ານກວ່າໂດລາສະຫະລັດ ເທົ່າກັບ 64% ຂອງມູນຄ່າທັງໝົດ.