ໜັງສືພິມ ແລະ ການຕະຫລາດ

ສະບາຍດີເພື່ອນຜູ້ອ່ານທີ່ຮັກ ແພງ, ດົນແລ້ວທີ່ທ່ຽງທຳບໍ່ໄດ້ ເວົ້າເຖິງສື່ຂອງຕົນ, ມາໃນປີນີ້ກໍ ຢາກເນັ້ນຄືນບາງອັນທີ່ສື່ເຮົາຈະ ຕ້ອງໄດ້ປ່ຽນແປງແນວຄວາມຄິດ ຂອງຕົນເອງ. ໃນຍຸກຂໍ້ມູນຂ່າວ ສານທີ່ມີການພັດທະນາຢ່າງແຂງ ແຮງ ແລະ ກວ້າງໄກ, ເຫດການ ເກີດຂຶ້ນຢູ່ປະເທດໃດທະວີບໃດ ພຽງບໍ່ຮອດນາທີເພື່ອຜູ້ອ່ານ, ຜູ້ເບິ່ງ, ຜູ້ຝັງກໍສາມາດຮັບຮູ້ ໄດ້ແລ້ວ,ການແກ້ງແຍ່ງແຂ່ງ ຂັນຂອງສື່ໃນປັດຈຸບັນໃນເລື່ອງ ຄວາມໄວແມ່ນເປັນວິນາທີໄປ ແລ້ວໂດຍສະເພາະທີ່ເພິ່ນເອີ້ນວ່າ: ສື່ໃໝ່-ແຕ່ສື່ເກົ່າດັ່ງໜັງສືພິມເຮົາ ເດຈະເຮັດແນວໃດເພື່ອການຄົງ ຕົວ ແລະ ຂະຫຍາຍຕົວໄດ້. ໃນ ທັດສະນະຜູ້ຊ່ຽວຊານຫລາຍຄົນ ເອີ້ນວ່າ: ແມ່ນຕ້ອງໄດ້ຫັນໄປສູ່ ການຕະຫລາດ. ກໍດັ່ງພວກເຮົາ ຮັບຮູ້ນຳກັນແລ້ວວ່າ: ກຳລັງ ແຮງງານແມ່ນສິນຄ້າເພາະເປັນ ຜູ້ສ້າງຄຸນຄ່າຂອງຜົນໃນການໃຊ້ ສອຍ, ກໍດັ່ງໜັງສືພິມກໍແມ່ນແຮງ ງານ ແລະ ຜົນສະໜອງຂອງຄົນ ສ້າງອອກແລ້ວພິມຈຳໜ່າຍອອກ ສູ່ຕະຫລາດແລ້ວຂາຍເອົາເງິນ ເໜືອນດັ່ງສິນຄ້າໃຊ້ສອຍອື່ນໆ, ສະນັ້ນເວົ້າຫລືບໍ່ເວົ້າໃນຕົວຂອງ ມັນກໍເປັນສິນຄ້າຢູ່ແລ້ວ, ແຕ່ຕ້ອງ ເຂົາໃຈວ່າໂດຍທົ່ວໄປແລ້ວສິນຄ້າ ໃຊ້ສອຍປະເພດໃດຮູບຊົງດີ, ຄຸນ ນະພາບດີຄົນຊື້ກໍຫລາຍ, ຂາຍ ຂາດມີກຳໄລງາມ, ໜັງສືພິມກໍ ເຊັ່ນດຽວກັນ, ຮູບການດີ, ເນື້ອ ໃນອຸດົມສົມບູນ, ມີຂໍ້ມູນຂ່າວສານ ຫລາກຫລາຍກໍມີຄົນຈ່ອງ ແລະ ຊື້ຫລາຍ, ຈຳນວນພິມຈຳໜ່າຍ ກໍເພີ່ມຂຶ້ນ, ຕົ້ນທຶນກໍຫລຸດລົງ, ລາ ຄາຂາຍກໍຖືກ, ຄົນຊື້-ຄົນຈ່ອງຍິ່ງ ຫລາຍ ແລະ ຝົນກຳໄລກໍຫລາຍ ແລະ ຍິ່ງສ້າງເງື່ອນໄຂໃຫ້ໜັງສື ພິມປັບປຸງຕົນເອງດີຂຶ້ນຢ່າງບໍ່ຢຸດ ຢັ້ງ, ແຕ່ສິ່ງສຳຄັນທີ່ສຸດແມ່ນຢູ່ ທີ່ເນື້ອໃນມີປະໂຫຍດຕໍ່ການສຶກ ສາອົບຮົມຍົກລະດັບຄວາມຮູ້ໃຫ້ ຄົນໄດ້ສູງຂຶ້ນ, ກະຕຸ້ນໃຫ້ຈິນຕະ ນາການໃໝ່, ສ້າງໄດ້ຄົນໃໝ່, ສັງຄົມໃໝ່, ການພັດທະນາເສດ ຖະກິດ-ສັງຄົມໄດ້ໄວຂຶ້ນ. ອີກປະ ມານໜຶ່ງໃນຍຸກສະໄໝນີ້ແມ່ນຍຸກ ຂໍ້ມູນຂ່າວສານເປັນກຳລັງດັນຕົ້ນ ຕໍເຮັດໃຫ້ໂລກປ່ຽນແປງໃໝ່, ສັງ ຄົມແຕ່ລະປະເທດປ່ຽນແປງໄວ ຄື ໃນສະໄໝກ່ອນພາຫະນະສື່ ສານຫລ້າຫລັງເພື່ອຢາກສົ່ງຈົດ ໝາຍສະບັບໜຶ່ງຕ້ອງໃຊ້ເວລາ ເປັນເດືອນ, ຫລາຍເດືອນແຕ່ປັດ ຈຸບັນແມ່ນທັງກ້າວຂ້າມກັນໄປ ແລ້ວພາຫະນະຂົນສົ່ງທັນສະໄໝ, ມີລົດໄຟຄວາມໄວສູງ, ຍົນໄອພົ້ນ ທີ່ມີຄວາມໄວກວ່າສຽງຈາກທະ ວີບນີ້ໄປຫາທະວີບອື່ນໃຊ້ເວລາ ບໍ່ເທົາໃດຊົ່ວໂມງກໍໄປເຖິງຈຸດທີ່ ໝາຍແລ້ວ, ກໍໃຫ້ເກີດອຸດສາຫະ ກຳທ່ອງທ່ຽວໃນຂອບເຂດທົ່ວ ໂລກ ແລະ ຄຽງຄູ່ກັນນັ້ນໃນດ້ານ ການສື່ສານກໍຍິ່ງທັນສະໄໝ, ວ່ອງໄວທັນເຫດການທີ່ເກີດຂຶ້ນ ຢູ່ບ່ອນອື່ນພຽງແຕ່ນາທີ່ດຽວໃນ ທົ່ວໂລກກໍຮັບຮູ້ໄດ້ເຫດການນັ້ນ ຢ່າງທັນທີ, ພາຫະນະທີ່ນຳເອົາ ຂໍ້ມູນຂ່າວສານໄປສູ່ໂລກກວ້າງ ນັ້ນກໍຄືອິນເຕີເນັດ, ລາຍການວິ ທະຍຸ, ໂທລະພາບ, ສື່ໃໝ່ຕ່າງໆ ຜ່ານດາວທຽມ ແລະ ສື່ສິ່ງພິມ ອື່ນໆ ກໍມີເວບໄຊ, ເຟດບຸກເປັນ ຂອງຕົນເອງ, ໂພດອອກບໍ່ຮອດ ນາທີທົ່ວໂລກກໍຮັບຮູ້ເຫດການ ຕ່າງໆ ດັ່ງກ່າວນັ້ນໄດ້.
+ ດີໃຈເຈົ້າໜ້າທີ່ຈະລາຈອນເຂັ້ມງວດຕໍ່ຈັນຍາບັນຜູ້ຂັບຂີ່
+ ວ່າດ້ວຍການສອນພາສາຕ່າງປະເທດ: ເວົ້າໄດ້ ຈຶ່ງໃຫ້ຢູ່
ດັ່ງນັ້ນຈິ່ງເວົ້າກັນໄດ້ວ່າ: ຂໍ້ ມູນຂ່າວສານເປັນກຳລັງດັນອັນ ຕົນຕໍເຮັດໃຫ້ໂລກປ່ຽນແປງໄວ, ເສດຖະກິດ-ສັງຄົມ ຂອງປະເທດ ໃດໜຶ່ງໄດ້ຮັບການພັດທະນາໄວ ຂຶ້ນ, ດັ່ງນັ້ນຍຸກນີ້ຈິ່ງເປັນຍຸກຂໍ້ມູນ ຂ່າວສານທີ່ສຳຄັນ ແລະ ມີການ ຂະຫຍາຍຕົວໄວເຊັ່ນກັນ: ດັ່ງນັ້ນ ຢາກເຮັດໃຫ້ພາຫະນະສື່ມວນຊົນ ເປັນຕົ້ນແມ່ນສື່ສິ່ງພິມມີເນື້ອໃນ ດີ, ຮູບການຫລາກຫລາຍ, ຂໍ້ມູນ ຂ່າວສານອຸດົມສົມບູນດຶງດູດໄດ້ ຜູ້ອ່ານຕ້ອງໄດ້ສ້າງໃຫ້ມີເງື່ອນ ໄຂທຸກໆປະການຄື:
1. ຕ້ອງມີຂ່າວຫລາກ ຫລາຍ, ມີເນື້ອໃນສຶກສາອົບຮົມ ດີ, ຂໍ້ມູນຂ່າວສານຈະແຈ້ງ ແລະ ຄົບຖ້ວນດີ.
2. ມີພື້ນຖານວັດຖຸເຕັກນິກ ດີ, ການເງິນພຽງພໍເພື່ອຮັບປະ ກັນໃຫ້ການພິມຈຳໜ່າຍໄດ້ເປັນ ປົກກະຕິ.
3. ມີບັນນາທິການມີຄວາມ ຮູ້ຄວາມສາມາດສູງ, ຮູ້ໄດ້ຫລາຍ ບັນຫາ, ມີຖັນແຖວນັກຂ່າວພຽງ ພໍ, ສາມາດລາຍງານຂ່າວ ແລະ ເຫດການເກີດຂຶ້ນໄດ້ດີ, ວອງໄວ, ທັນການ ແລະ ແຫລມຄົມ ແລະ ສິ່ງສຳຄັນໜັງສືພິມຕ້ອງຮັບໃຊ້ ໜ້າທີ່ການເມືອງ, ການພັດທະນາ ເສດຖະກິດ-ສັງຄົມ ແລະ ຖືເອົາ ການພິມຈຳໜ່າຍຕິດພັນກັບ ການຕະຫລາດເມື່ອມີເງື່ອນໄຂດີ ໃນການຮັບໃຊ້ການພັດທະນາ ຊ່ວຍໃຫ້ໜັງສືພິມຂອງເຮົາສືບຕໍ່ ຄົງຕົວ ແລະ ຂະຫຍາຍຕົວດີຂຶ້ນ ເປັນລຳດັບ.