ຕຳຫລວດໄທ ເຂົ້າຈັບກຸມຕົວຄົນໄທແລະຄົນລາວ 10 ຄົນ ເປີດເວບພະນັນໄທ-ລາວ ມີເງິນໝຸນວຽນຫລາຍກວ່າ 3.5 ລ້ານບາດຕໍ່ເດືອນ

ສຳນັກຂ່າວສົດຂອງໄທ ລາຍງານວ່າ: ວັນທີ 5 ກຸມພາ 2025 ຕຳຫລວດ ຕມ ໜອງຄາຍ ເຂົ້າຄົ້ນເຮືອນຫລູ ຫລັງໃຫຍ່ ໝູ່1 ຊອຍຈອມມະນີ ຕຳບົນມີໄຊ ອຳເພີເມືອງ ຈັງຫວັດໜອງຄາຍ ພົບເປີດເວບພະນັນອອນລາຍ ທັງເວບໄທ ແລະ ເວບລາວ ມີເງິນໝຸນວຽນຫລາຍກວ່າ 3.5 ລ້ານບາດຕໍ່ມື້ ຈັບກຸມແຮງງານໄທ-ລາວ ຈຳນວນ 10 ຄົນ. ຜ່ານການກວດເອກະສານ ແມ່ນເປັນຄົນໄທ 4 ຄົນ ແລະ ຄົນລາວ 6 ຄົນ. ສ່ວນເຈົ້າຂອງເຮືອນບໍ່ຢູ່.
ພາຍໃນເຮືອນມີໂຕະຄອມພິວເຕີ ເປີດເຄື່ອງຄ້າງຢູ່ລະຫວ່າງການສົນທະນາກັບລູກຄ້າ ກວດພົບວ່າເປັນເວບພະນັນອອນລາຍທຸກປະເພດ ພະນັນກິລາທຸກຊະນິດ ໂດຍເປັນເວບໄທ 2 ເວບ ຊື່: Lion777, Bear789 ແລະ ເວບລາວ 1 ເວບ ຊື່: UefaLa88 ເຈົ້າໜ້າທີ່ຕຳຫລວດໄດ້ຢຶດຄອມພິວເຕີ, ຈໍມໍນິເຕີ 7 ອັນ, ຊີພີຢູ 3 ເຄື່ອງ, ຄອມພິວເຕີອໍອິນວັນ 1 ອັນ, ໂທລະສັບມືຖື, ປື້ມບັນຊີທະນາຄານ ມີເງິນໝຸນວຽນຢູ່ເວບໄທ 2 ເວບ ຈຳນວນ 2 ລ້ານບາດຕໍ່ເດືອນ ແລະ ບັນຊີເວບລາວ ຈະມີເງິນໝຸນວຽນປະມານ 1.5 ລ້ານບາດຕໍ່ເດືອນ.
ການຈັບກຸມຄັ້ງນີ້, ເຈົ້າໜ້າທີ່ຊຸດສືບສວນກວດຄົນເຂົ້າເມືອງໜອງຄາຍ ສືບຮູ້ວ່າ ມີກຸ່ມບຸກຄົນລາວເຂົ້າອອກປະເທດໄທຜ່ານດ່ານຂົວມິດຕະພາບໄທ-ລາວ ແຫ່ງທີ 1 ຫລາຍຄັ້ງ ແຕ່ບໍ່ມີການແຈ້ງບ່ອນພັກອາໄສຂອງແຮງງານຕ່າງດ້າວ ມີການເຂົ້າອອກເປັນຮອບ ຮອບເຊົ້າ ເວລາ 07:30 – 16:30 ນາທີ ແລະ ຮອບບ່າຍ 16:30 – 07:30 ນາທີ ທຸກມື້ສະລັບກັນໄປ.
ເຈົ້າໜ້າທີ່ຊຸດຈັບກຸມໃຫ້ຮູ້ຕື່ມວ່າ: ເຮືອນຫລັງດັ່ງກ່າວ ບໍ່ມີການແຈ້ງວ່າມີການຈ້າງແຮງງານຕ່າງດ້າວ ເຈົ້າໜ້າທີ່ເຝົ້າສັງເກດການຈົນແນ່ໃຈວ່າມີການເຮັດຜິດກົດໝາຍ ຈຶ່ງຂໍໝາຍຄົ້ນເຂົ້າກວດສອບໃນຄັ້ງນີ້ຈົນສາມາດບຸກທະລາຍແຫລ່ງພະນັນອອນລາຍກາງເມືອງໜອງຄາຍໄດ້ ຫລັງຈາກນີ້ຈະມີການຂະຫຍາຍຜົນເຄື່ອຂ່າຍແລະຕິດຕາມຈັບກຸມຫົວໜ້າໃຫຍ່ມາດຳເນີນຄະດີ ສ່ວນຜູ້ຕ້ອງຫາທັງຄົນໄທແລະຄົນລາວທີ່ຈັບໄດ້ໃນຄັ້ງນີ້ ຖືກແຈ້ງຂໍ້ຫາ ຮ່ວມກັນຈັດໃຫ້ມີການຫລີ້ນພະນັນອອນລາຍ ຄຸມຕົວດຳເນີນຄະດີຕາມກົດໝາຍຕໍ່ໄປ.