ເກີດເຫດດິນເຈື່ອນຢູ່ ນະຄອນຢີປິ່ນ ແຂວງເສສວນ ປະເທດຈີນ ສູນຫາຍ 30 ກວ່າຄົນ

ຂ່າວ CMG ປະຈຳລາວ ລາຍງານວ່າ: ເວລາປະມານ 11 ໂມງ 50 ນາທີ ຂອງວັນທີ 8 ກຸມພາ 2025 ເກີດເຫດດິນເຈື່ອນຢູ່ ບ້ານຈິ່ນຜິງ ຕາແສງມູ້ໄອ້ ເມືອງຈວິ່ນຫຼຽນ ນະຄອນຢີປິ່ນ ແຂວງເສສວນ ປະເທດຈີນ ເຮັດໃຫ້ເຮືອນຊານຂອງປະຊາຊົນ 10 ຄອບຄົວຖືກທັບຖົ 30 ກວ່າຄົນສູນຫາຍ.
ພາຍຫຼັງໄພພິບັດດັ່ງກ່າວເກີດຂຶ້ນແລ້ວ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ໃຫ້ຄວາມສຳຄັນເປັນຢ່າງສູງ ພ້ອມທັງອອກຄຳສັ່ງຊີ້ນຳສຳຄັນວ່າ: ທຸກພາກສ່ວນເມືອງຈວິ່ນຫຼຽນ ນະຄອນຢີປິ່ນ ແຂວງເສສວນ ຕ້ອງສຸມໃສ່ເຮັດທຸກວິທີທາງເພື່ອຊອກຄົ້ນຫາຜູ້ຫາຍສາບສູນ, ພະຍາຍາມຈົນສຸດຄວາມສາມາດເພື່ອເຮັດໃຫ້ຜູ້ບາດເຈັບ ແລະເສຍຊີວິດຫຼຸດຜ່ອນລົງເທົ່າທີ່ຈະໜ້ອຍໄດ້ ພ້ອມທັງເຮັດວຽກຕ່າງໆເຊັ່ນແກ້ໄຂບັນຫາຫຼັງເກີດໄພພິບັດໃຫ້ດີເປັນຕົ້ນ. ຕ້ອງເພີ່ມທະວີການເຝົ້າຕິດຕາມ ແລະເຕືອນໄພລ່ວງໜ້າ, ເອົາໃຈໃສ່ວຽກກູ້ໄພຕາມຫຼັກວິທະຍາສາດເພື່ອປ້ອງກັນບໍ່ໃຫ້ເກີດໄພພິບັດຕາມມາ. ຄຽງຄູ່ກັນນັ້ນ, ບັນດາເຂດແຄວ້ນ ແລະພາກສ່ວນທີ່ກ່ຽວຂ້ອງຕ້ອງສ້າງໃຫ້ມີສະຕິຢູ່ສະເໝີຕໍ່ຄວາມສ່ຽງທີ່ອາດເກີດຂຶ້ນ, ເພີ່ມທະວີການກວດກາ ແລະກຳຈັດຄວາມສ່ຽງທີ່ຈະເກີດໄພພິບັດຕ່າງໆ ແລະບັນຫາຄວາມປອດໄພດ້ານການຜະລິດ, ເພີ່ມທະວີການປະຕິບັດໜ້າທີ່ຮັບຜິດຊອບໃຫ້ເປັນຮູບປະທຳ, ເດັດດ່ຽວປ້ອງກັນບໍ່ໃຫ້ເກີດໄພພິບັດແລະອຸບັດເຫດຮ້າຍແຮງ ເພື່ອປົກປ້ອງຄວາມປອດໄພດ້ານຊີວິດ ແລະຊັບສິນຂອງປະຊາຊົນຢ່າງແທ້ຈິງ.
ທີ່ມາ: CMG