ລາວ, ADB, WB ທົບທວນຜົນການຈັດຕັ້ງປະຕິບັດບັນດາໂຄງການທຶນຊ່ວຍເຫລືອລ້າ ແລະ ກູ້ຢືມ
ລັດຖະບານຮ່ວມກັບທະນາຄານພັດທະນາອາຊີ (ADB) ແລະ ກຸ່ມທະນາຄານໂລກ (WB) ໄດ້ພ້ອມທົບທວນຄືນກ່ຽວກັບຜົນການຈັດຕັ້ງປະຕິບັດ ບັນດາໂຄງການທີ່ໄດ້ຮັບທຶນກູຢືມ ແລະ ທຶນຊ່ວຍເຫລືອລ້າ ຈາກສອງທະນາຄານໃຫຍ່ດັ່ງກ່າວ ໃນສົກປີ 2016-2017, ເພື່ອປັບປຸງຜົນຂອງການຄຸ້ມຄອງນຳໃຊ້ທຶນດັ່ງກ່າວ ໃຫ້ດີຂຶ້ນກວ່າເກົ່າໃນ ປີ 2018.
ກອງປະຊຸມທົບທວນໄດ້ຈັດຂຶ້ນໃນວັນທີ 30 ພະຈິກນີ້, ທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຈາກທຸກຂະແໜງການທີ່ໄດ້ຮັບການຊ່ວຍເຫລືອຈາກທະນາຄານພັດທະນາອາຊີ ແລະ ກຸ່ມທະນາຄານໂລກ ຫລາຍກວ່າ 100 ຄົນ.
ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນກ່າວວ່າ: ກອງປະຊຸມຄັ້ງນີ້, ມີຄວາມສໍາຄັນຫລາຍ ເພື່ອທົບທວນຄືນການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆຢູ່ລາວ ທີ່ໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫລືອຈາກກຸ່ມທະນາຄານໂລກ ແລະ ທະ ນາຄານພັດທະນາອາຊີ, ພ້ອມທັງເບິ່ງຄືນອັນໃດທີ່ເຮົາເຮັດໄດ້ ແລະ ອັນໃດທີ່ຍັງຄ້າງຄາ ເພື່ອຫາທາງແກ້ໄຂໃນການຈັດຕັ້ງປະຕິບັດໂຄງການໃນຕໍ່ໜ້າ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ.
ກອງປະຊຸມເຫັນວ່າ: ໂດຍລວມແລ້ວ ທະນາຄານພັດທະນາອາຊີ ແລະ ກຸ່ມທະນາຄານໂລກ ໄດ້ໃຫ້ການຊ່ວຍ ເຫລືອໃນຫລາຍໆຂະແໜງການໃນການພັດທະນາຢູ່ລາວ, ໂດຍສະເພາະ 4 ຂະແໜງການໃຫຍ່ທີ່ກອງປະຊຸມຈະໄດ້ສຸມໃສ່ເຊັ່ນ: ການສຶກສາ, ກະສິກຳ ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດ, ການຂົນສົ່ງ ແລະ ການພັດທະນາຕົວເມືອງ ແລະ ການຄຸ້ມຄອງນ້ຳ, ເນື່ອງຈາກວ່າຂະແໜງການເຫລົ່ານີ້ກວມເອົາກິດ ຈະການທີ່ດຳເນີນຢູ່ໃນປັດຈຸບັນເປັນສ່ວນໃຫຍ່.
ທ່ານ ກິແກ້ວ ຈັນທະບູຣີ ໃຫ້ຮູ້ວ່າ: ການທົບທວນຄືນການຈັດຕັ້ງປະຕິບັດຂອງທະນາຄານພັດ ທະນາອາຊີ ແມ່ນກຳນົດແຕ່ເດືອນມັງກອນ ຫາ ເດືອນທັນວາ 2016, ເຊິ່ງມີ 28 ໂຄງການ ລວມທັງການຊ່ວຍເຫລືອລ້າ ແລະ ທຶນກູ້ຢືມ ແລະ ມີ 10 ໂຄງການ ສຳລັບການຊ່ວຍເຫລືອທາງດ້ານເຕັກນິກ ລວມມູນຄ່າທັງໝົດ 759 ລ້ານໂດລາສະຫະລັດ. ໃນຂະນະໂຄງການຂອງກຸ່ມທະນາຄານໂລກແມ່ນເດືອນກໍລະກົດ 2016 ຫາ ເດືອນມິຖຸນາ 2017 ມີ 18 ໂຄງການລວມມູນຄ່າ 503 ລ້ານໂດລາສະຫະລັດ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ພ້ອມກັນສຸມໃສ ແລະ ປຶກສາຫາລື ໃນສອງບັນຫາໃຫຍ່ຄື: 1. ບັນ ຫາທີ່ມີຜົນກະທົບຕໍ່ຄວາມຄືບໜ້າຂອງແຜນການເບີກຈ່າຍເງິນ ເຊັ່ນ: ການບໍລິຫານໂຄງການ, ການຄຸ້ມຄອງດ້ານການເງິນ, ການຕີຄວາມໝາຍ ແລະ ການປະຕິບັດລະບຽບການ ແລະ ເງື່ອນໄຂດ້ານອາກອນ, ການຈັດຊື້-ຈັດຈ້າງ, ເງື່ອນໄຂກ່ຽວກັບບົດບາດຍິງ-ຊາຍ ແລະ ການປົກປ້ອງ, ຂີດຄວາມສາມາດຂອງອົງກອນ ແລະ ການຍົກຍ້າຍປ່ຽນໜ້າທີ່ຂອງພະນັກງານ. 2. ບັນຫາທີ່ມີຜົນກະທົບຕໍ່ການບັນລຸເປົ້າໝາຍຈຸດປະສົງຂອງໂຄງການ ເຊັ່ນ: ການຕິດຕາມ ແລະ ປະເມີນຜົນ, ຜົນໄດ້ຮັບຂອງການພັດທະນາ, ຄວາມສາມາດຂອງສະຖາບັນ, ຜົນການປະຕິບັດງານ ແລະ ການຖ່າຍທອດຄວາມຮູ້ອື່ນໆ.