ອາຟຣິກາໃຕ້ປະນາມ ການເຊື່ອຂ່າວປອມ ພາຍຫລັງຖືກອາເມລິກາຕັດການຊ່ວຍເຫລືອ

ອາຟຣິກາໃຕ້ປະນາມ “ການເຜີນແຜ່ຂໍ້ມູນປອມ” ພາຍຫລັງປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ສັ່ງຢຸດການຊ່ວຍເຫລືອໃຫ້ອາຟຣິກາໃຕ້ ໂດຍອ້າງກົດໝາຍອະນຸຍາດຢຶດທີ່ດິນຈາກຊາວກະສິກອນຜິວຂາວ.
ລັດຖະບານອາຟຣິກາໃຕ້ກ່າວວ່າ: “ພວກເຮົາກັງວົນຕໍ່ສິ່ງທີ່ເບິ່ງຄືຈະເປັນການປຸກລະດົມເຜີຍແຜ່ຂໍ້ມູນປອມ ແລະ ໂຄສະນາຊວນເຊື່ອ ເຊິ່ງຕັ້ງເປົ້າໂຈມຕີປະເທດຂອງພວກເຮົາ”.
ຖະແຫລງການລະບຸຕໍ່ໄປວ່າ: “ໜ້າຜິດຫວັງທີ່ຂໍ້ມູນປອມແບບນີ້ ເບິ່ງຄືວ່າຈະໄດ້ຮັບຄວາມນິຍົມຈາກຜູ້ມີອໍານາດໃນອາເມລິກາ” ຈາກກໍລະນີທີ່ທ່ານ ທຣໍາ ອ້າງວ່າ: ກົດໝາຍດັ່ງກ່າວຈະເຮັດໃຫ້ “ລັດຖະບານອາຟຣິກາໃຕ້ສາມາດຢຶດຊັບສິນທາງກະສິກໍາຂອງຊາວອາຟຣິກາເນີ ເຊິ່ງເປັນຊົນກຸ່ມນ້ອຍ ໂດຍບໍ່ຈໍາເປັນຕ້ອງຈ່າຍເງິນຊົດເຊີຍ”.
ຂໍ້ກ່າວຫາໃນຄໍາສັ່ງຝ່າຍບໍລິຫານຂອງຜູ້ນໍາອາເມລິກາຍັງລະບຸເຖິງຄວາມຂັດແຍ່ງດ້ານນະໂຍບາຍຕ່າງປະເທດກັບອາຟຣິກາໃຕ້ ກ່ຽວກັບສົງຄາມຢູ່ເຂດກາຊາ ໂດຍສະເພາະລັດຖະບານພຣິທໍຣີ ຍື່ນຟ້ອງອິດສະລາແອນຕໍ່ສານອາຍາສາກົນ (ICC) ໃນຂໍ້ຫາຂ້າລ້າງເຜົ່າພັນຊາວປາແລັສຕິນ.
ຂະນະທີ່ກະຊວງການຕ່າງປະເທດຂອງອາຟຣິກາໃຕ້ອອກຖະແຫລງການວ່າ: “ຮັບຮູ້” ຄໍາສັ່ງຝ່າຍບໍລິຫານຂອງທ່ານ ທຣໍາ ແລ້ວ. ພ້ອມກ່າວວ່າ: “ເປັນເລື່ອງກັງວົນຢ່າງຍິ່ງ” ທີ່ຄໍາສັ່ງນີ້ຂາດຄວາມແນ່ນອນຕາມຂໍ້ມູນຈິງ ແລະ ລົ້ມເຫລວໃນການເນັ້ນໜັກເຖິງປະຫວັດສາດອັນເລິກຊຶ້ງ ແລະ ເຈັບປວດຂອງລັດທິລ່າອານານິຄົມ ແລະ ການແບ່ງແຍກສີຜິວ.
ສ່ວນສໍານັກງານປະທານາທິບໍດີອາຟຣິກາໃຕ້ອອກມາຂັດແຍ່ງອາເມລິກາວ່າ: “ບໍ່ມີເຈດຕະນາຈະຢຶດທີ່ດິນຈາກກະສິກອນຜິວຂາວ”.