ກອງປະຊຸມສຸດຍອດລັດຖະບານ ທົ່ວໂລກປະຈໍາປີ 2025 ພາຍໃຕ້ຄໍາຂວັນ: ຮູບແບບຂອງລັດຖະບານໃນອະນາຄົດ ທີ່ນະຄອນດູໄບ

ວັນທີ 11 ກຸມພາ 2025, ທີ່ ນະຄອນດູໄບ, ສະຫະນະຄອນ ເອເມຣັດ ອາຣັບ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມສຸດຍອດ ລັດຖະບານທົ່ວໂລກ ປະຈໍາປີ 2025 (World Governments Summit 2025), ພາຍໃຕ້ຄໍາຂວັນ: “ຮູບແບບຂອງລັດຖະບານໃນອະນາຄົດ (Shaping Future Governments)” ພາຍໃຕ້ ການເປັນປະທານຂອງ ສົມເດັດ ເຊັກ ໂມຮາມັດ ບິນ ລາຊິດ ອໍ ມາກຕຸມ, ຮອງປະທານາທິບໍດີ, ນາຍົກລັດຖະມົນຕີ ແຫ່ງ ສະຫະນະຄອນ ເອເມ ຣັດ ອາຣັບ ໂດຍມີການນໍາຂັ້ນສູງຈາກບັນດາປະເທດໃນພາກພື້ນ ແລະ ສາກົນ ຫລາຍ ກວ່າ 140 ປະເທດ,ມີຫົວໜ້າລັດຖະບານ ຫລາຍກວ່າ 30 ປະເທດ ແລະ ມີຜູ້ເຂົ້າຮ່ວມຫລາຍກວ່າ 6,000 ຄົນ.
ທ່ານ ນາຍົກລັດຖະມົນຕີ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມພາກຫລັກ (Main Panel), ເຊິ່ງສຸມໃສ່ຫົວຂໍ້: ການສະໜອງທຶນໃຫ້ແກ່ເສດ ຖະກິດໃນອະນາຄົດ ແລະ ເສດຖະກິດສາກົນ (Financing the Future and the Global Economy) ໂດຍເນັ້ນໃສ່ ແນວທາງນະໂຍບາຍຂອງລັດຖະບານ ແຫ່ງ ສປປ ລາວ ໃນການຊຸກຍູ້ທ່າແຮງບົ່ມຊ້ອນ ເພື່ອເປັນການສົ່ງເສີມ ແລະ ເປີດກວ້າງການຮ່ວມມືກັບສາກົນ, ຕາມທິດສີຂຽວ ແລະ ຍືນຍົງ ທີ່ໄດ້ກຳນົດໄວ້ໃນແຜນພັດທະ ນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ (2021-2025) ແລະ ທິດທາງໃນອະນາຄົດ, ການສົົ່ງເສີມການພັດທະນາຊັບພະຍາກອນມະນຸດ ເພື່ອຮອງຮັບເຕັກນິກ-ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດ ຕະກໍາໃໝ່; ການສົ່ງເສີມການຫັນເປັນດິຈິຕອນ ເພື່ອຍົກລະດັບປະສິດທິພາບການດໍາເນີນທຸລະກິດ. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນເຖິງ ຈຸດສຸມຍຸດທະສາດຂອງ ສປປ ລາວ ໃນການຂັບເຄື່ອນການເຕີບໂຕຂອງເສດຖະກິດແບບຍືນຍົງ ໂດຍຜ່ານການລົງທຶນດ້ານພະລັງງານທົດແທນ, ການຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດແຫ່ງການເຊື່ອມຕໍ່ ເພື່ອອຳນວຍຄວາມສະດວກດ້ານການຄ້າ, ການອະນຸລັກຮັກສາສິ່ງແວດລ້ອມ ແລະ ການດຶງດູດການລົງທຶນຈາກຕ່າງປະເທດ.
ກອງປະຊຸມຄັ້ງນີ້ ຖືເປັນຄັ້ງທໍາອິດ ຂອງ ສປປ ລາວ, ເຊິ່ງເປັນການຍົກສູງບົດບາດ ໃນເວທີສາກົນອີກເວທີໜຶ່ງ ເວົ້າສະເພາະກໍ່ແມ່ນໃນພາກພື້ນຕາເວັນອອກກາງ, ເຊິ່ງເປັນພາກພື້ນ ທີ່ມີບົດບາດ ແລະ ມີອິດທິພົນໃໝ່ໃນໂລກ ເພື່ອປະຕິບັດນະໂຍບາຍດ້ານການສົ່ງເສີມການທູດເສດຖະກິດ, ການຊຸກຍູ້ດ້ານຄ້າ, ການລົງທຶນ ເຊັ່ນ: ຂະແໜງການທະນາຄານ, ພະລັງງານທົດແທນ ແລະ ຂົງເຂດອື່ນໆ ພ້ອມທັງເປັນໂອກາດອັນດີ ເພື່ອຮັດແໜ້ນສາຍພົວພັນການທູດລະຫວ່າງ ປະເທດເຈົ້າພາບ ກໍຄື ສະຫະນະຄອນ ເອເມຣັດ ອາຣັບ ແລະ ປະເທດອື່ນໆ ເພື່ອຮັດ ແໜ້ນການພົວພັນຮ່ວມມືສອງຝ່າຍ.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ພົບປະສອງຝ່າຍກັບ ນາຍົກລັດຖະມົນຕີ ແຫ່ງ ລັດກູເວດ ພ້ອມທັງໄດ້ຮັບຕ້ອນການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສສ. ຫວຽດນາມ ແລະ ທ່ານ ລັດຖະມົນຕີແຫ່ງ ລັດ, ຮັບ ຜິດຊອບວຽກງານການຄ້າຕ່າງປະເທດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ.
ນອກຈາກນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ນໍາພາພາກທຸລະກິດຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື ລະຫວ່າງພາກລັດ ແລະ ພາກເອກະຊົນ ຂອງ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ເພື່ອໂຄສະນາ, ແລກປ່ຽນປະສົບການ ແລະ ຊຸກຍູ້ສົ່ງເສີມການຮ່ວມມືດ້ານທຸລະກິດ, ການຄ້າ ແລະ ດຶງດູດການລົງທຶນຈາກ ບັນ ດາປະເທດຕາເວັນອອກກາງ ເຂົ້າມາລົງທຶນໃນຂະແໜງການຕ່າງໆ ທີ່ເປັນບູລິມະສິດ ແລະ ມີທ່າແຮງຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ. ກອງປະຊຸມຄັ້ງນີ້ ໄດ້ມີຜູ້ຕາງໜ້າຈາກບັນດາບໍລິສັດຊັ້ນນໍາຕ່າງໆຂອງ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ເຂົ້າຮ່ວມປະມານ 50 ບໍລິສັດ ແລະ ຜູ້ເຂົ້າຮ່ວມທັງຫມົດຫລາຍກວ່າ 80 ທ່ານ.
ກອງປະຊຸມດັ່ງກ່າວ ເປັນຂໍ້ລິເລີ່ມຂອງລັດຖະບານ ແຫ່ງ ສະຫະນະຄອນ ເອເມ ຣັດ ອາຣັບ ທີ່ໄດ້ສ້າງຕັ້ງຂຶ້ນ ນັບແຕ່ປີ 2013 ເປັນຕົ້ນມາ ແລະ ຈັດຂຶ້ນທຸກໆປີ ໂດຍມີ ຈຸດປະສົງເພື່ອສ້າງເປັນເວທີໃຫ້ແກ່ບັນດາຜູ້ນຳຂັ້ນສູງ ຫົວໜ້າລັດຖະບານຂອງປະເທດຕ່າງໆ, ອົງການຈັດຕັ້ງສາກົນ ແລະ ພາກທຸລະກິດ ເພື່ອປຶກສາຫາລື ກ່ຽວກັບ ການສົ່ງເສີມການຮ່ວມມືໃນຂົງເຂດຕ່າງໆ ເປັນຕົ້ນແມ່ນ: ນະວັດຕະກຳເຕັກໂນໂລຊີ, ເສດຖະກິດ-ສັງຄົມ, ການບໍລິຫານລັດ, ການເງິນ, ການປ່ຽນແປງຂອງສະພາບດິນຟ້າອາກາດ, ສາທາລະນະສຸກ, ການພັດທະນາຊັບພະຍາກອນມະນຸດ ແລະ ບັນຫາສິ່ງທ້າທາຍອື່ນໆ ໃນທ່າມກາງສະພາບການສາກົນທີ່ປ່ຽນແປງໄປ ລວມທັງທິດທາງການຮ່ວມມືໃນອະນາຄົດ.