ສ.ເກົາຫລີ ອອກກົດໃໝ່ສໍາລັບສາຍການບິນຫ້າມຜູ້ໂດຍສານເກັບມ້ຽນພາວເວີແບັງໄວ້ບ່ອນເກັບເຄື່ອງເທິງຫົວ

- 20250213 Canva Power bank 1024x576 1 - ສ.ເກົາຫລີ ອອກກົດໃໝ່ສໍາລັບສາຍການບິນຫ້າມຜູ້ໂດຍສານເກັບມ້ຽນພາວເວີແບັງໄວ້ບ່ອນເກັບເຄື່ອງເທິງຫົວ
- kitchen vibe - ສ.ເກົາຫລີ ອອກກົດໃໝ່ສໍາລັບສາຍການບິນຫ້າມຜູ້ໂດຍສານເກັບມ້ຽນພາວເວີແບັງໄວ້ບ່ອນເກັບເຄື່ອງເທິງຫົວ

ສໍານັກ ຂ່າວຢອນຮັບ ສ.ເກົາຫລີ ລາຍງານວັນທີ 13 ກຸມພາ 2025 ວ່າ: ລັດຖະບານ ສ.ເກົາຫລີ ປະກາດມາດຕະການໃໝ່ ວ່າດ້ວຍການຫ້າມຜູ້ໂດຍສານການບິນພາຍໃນປະເທດ ເກັບມ້ຽນແບັດເຕີລີ່ພົກພາ (Power Bank) ລວມທັງຢາສູບໄຟຟ້າ ໄວ້ປ່ອງມ້ຽນເຄື່ອງເທິງຫົວ ນັບແຕ່ວັນທີ 1 ມີນາ 2025 ເປັນຕົ້ນໄປ ເພື່ອປ້ອງກັນບໍ່ໃຫ້ເກີດເຫດໄຟໄໝ້ຄືກັບເຫດການທີ່ເກີດຂຶ້ນກັບເຮືອບິນ (Air Busan) ເມື່ອວັນທີ 29 ມັງກອນ ທີ່ຜ່ານມາ.

ໃນຂະນະທີ່ກໍາລັງເດີນທາງ ພາວເວີແບັງ ແລະ ຢາສູບໄຟຟ້າ ຈະຕ້ອງຖືກເກັບໄວ້ໃນຖົງຢາງໃສ ຫລື ຊອງກັນກະທົບ ແລ້ວເກັບໄວ້ໃນກະເປົາຂອງຜູ້ໂດຍສານ ຫລື ຖົງເສື້ອ. ນອກຈາກນີ້ຍັງຫ້າມບໍ່ໃຫ້ໃຊ້ພາວເວີແບັງ ຫລື ຢາສູບໄຟຟ້າ ແຕ່ໃຫ້ໃຊ້ສາຍ USB ທີ່ຕິດຕັ້ງໄວ້ໃນເຮືອບິນແທນ.

ແນວໃດກໍຕາມສໍາລັບອຸປະກອນອີເລັກໂຕນິກ ທີ່ມີແບັດເຕີລີ່ໃນໂຕປະເພດອື່ນເຊັ່ນ ໂທລະສັບ ແລະ Laptop ບໍ່ໄດ້ຖືກຈັດເຂົ້າກົດລະບຽບໃໝ່ນີ້ ເນື່ອງຈາກມີກົນໄກການປ້ອງກັນໄຟຟ້າລັດວົງຈອນໃນໂຕ. ພ້ອມດຽວກັນ ລັດຖະບານ ສ. ເກົາຫລີ ຍັງໄດ້ລະບຸອີກວ່າ ມີແຜນທີ່ຈະສະເໜີໃຫ້ບັງຄັບໃຊ້ຂໍ້ບັງຄັບທີ່ເຂັ້ມງວດຍິ່ງຂຶ້ນ ກັບສາຍການບິນຕ່າງປະເທດໃນອະນາຄົດເຊັ່ນກັນ.

- 5 - ສ.ເກົາຫລີ ອອກກົດໃໝ່ສໍາລັບສາຍການບິນຫ້າມຜູ້ໂດຍສານເກັບມ້ຽນພາວເວີແບັງໄວ້ບ່ອນເກັບເຄື່ອງເທິງຫົວ
- 4 - ສ.ເກົາຫລີ ອອກກົດໃໝ່ສໍາລັບສາຍການບິນຫ້າມຜູ້ໂດຍສານເກັບມ້ຽນພາວເວີແບັງໄວ້ບ່ອນເກັບເຄື່ອງເທິງຫົວ
- 3 - ສ.ເກົາຫລີ ອອກກົດໃໝ່ສໍາລັບສາຍການບິນຫ້າມຜູ້ໂດຍສານເກັບມ້ຽນພາວເວີແບັງໄວ້ບ່ອນເກັບເຄື່ອງເທິງຫົວ