ຝຶກອົບຮົມວິຊາຄູ ຊັ້ນປະຖົມສຶກສາໃຫ້ແກ່ພະນັກງານນັກຮົບ ໄປຊ່ວຍສິດສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ I

- 477680865 1027472752760066 9153711934190921144 n - ຝຶກອົບຮົມວິຊາຄູ ຊັ້ນປະຖົມສຶກສາໃຫ້ແກ່ພະນັກງານນັກຮົບ ໄປຊ່ວຍສິດສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ I
- kitchen vibe - ຝຶກອົບຮົມວິຊາຄູ ຊັ້ນປະຖົມສຶກສາໃຫ້ແກ່ພະນັກງານນັກຮົບ ໄປຊ່ວຍສິດສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ I

ວັນທີ 8-13 ກຸມພາ 2025 ຜ່ານມານີ້ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ກະຊວງກະຊວງປ້ອງກັນປະເທດ ໄດ້ຈັດຝຶກອົບຮົມວິຊາຄູ ຊັ້ນປະຖົມສຶກສາໃຫ້ແກ່ພະນັກງານນັກຮົບ ໄປຊ່ວຍສິດສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ I ປະຈໍາສົກຮຽນ 2025-2026  ທີ່ວິທະຍາໄລຄູ ແຂວງສະຫວັນນະເຂດ

ທ່ານ ພົນໂທ ສຈ.ປອ ວົງຄໍາ ພົມມະກອນ ກ່າວວ່າ: ການເປີດຝຶກອົມຮົມຄັ້ງນີ້, ແມ່ນເພື່ອຍົກລະດັບວິຊາຊີບຄູໃຫ້ນາຍ ແລະ ພົນທະຫານມີຄວາມຮູ້ຄວາມສາມາດໃນການສິດສອນ ແນໃສ່ຍົກສູງຄຸນນະພາບໃນການສິດສອນໃຫ້ມີຄວາມຊໍານິຊໍານານ ຖືກຕາມ ຫຼັກການຂອງວິຊາຄູ ເພື່ອນໍາໄປສອນໃຫ້ຫຼາຍນ້ອຍນັກຮຽນຢູ່ເຂດຮ່າງໄກສອກຫຼີກ. ພາຍຫຼັງຝຶກອົບຮົມສໍາເລັດແລ້ວ, ແຕ່ລະສະຫາຍໃຫ້ຮູ້ ທໍານຽມວິຊາຄູ, ຮູ້ສ້າງແຜນການສອນ, ບາດກ້າວຂຶ້ນດໍາເນີນການສອນ, ການສົ່ງຄວາມຮູ້, ການແຕ່ງບົດສອນ ແລະ ອື່ນໆ ທີ່ພົວພັນເຖິງ ການຮຽນການສອນ, ກໍາແຫນ້ນທິດສະດີ-ຫຼັກການ ເພື່ອນໍາໄປຫມູນໃຊ້ເຂົ້າໃນວຽກງານການສອນໃຫ້ຖືກຕ້ອງ ແລະ ສອດຄອງກັບສະພາບການ ຕົວຈິງ.

ທ່ານ ປອ ສາລານ ພັນຄະວົງ ໄດ້ກ່າວວ່າ: ການຈັດຝຶກອົບຮົມດັ່ງກ່າວ, ແມ່ນເພື່ອແກ້ໄຂການຂາດແຄນຄູສອນ, ການປະລະ ການຮຽນຂອງນັກຮຽນ ແລະ ແນໃສ່ປັບປຸງຜົນການຮຽນຂອງນັກຮຽນໃຫ້ດີຂຶ້ນໃນເຂດຫ່າງໄກສອກຫຼີກ; ເພື່ອສ້າງຂີດຄວາມສາມາດໃຫ້ແກ່ ບັນດານາຍ ແລະ ພົນທະຫານໃຫ້ມີຄວາມພ້ອມໄປປະຕິບັດຫນ້າທີ່ສອນຊ່ວຍຢູ່ໂຮງຮຽນເຂດຊາຍແດນ ໄດ້ມີຄວາມຮັບຮູ້, ເຂົ້າໃຈໃນວິຊາຊີບ ຄູ, ຫຼັກສູດຊັ້ນປະຖົມສຶກສາ ໂດຍສະເພາະແມ່ນການນໍາໃຊ້ຄູ່ມືຄູ, ປຶ້ມແບບຮຽນ ແລະ ວິທີການຈັດກິດຈະກໍາການຮຽນການສອນ ຊັ້ນປະຖົມ ສຶກສາ ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ; ເພື່ອເຮັດໃຫ້ນັກຮຽນໃນເຂດຫ່າງໄກສອກຫຼີກ ໄດ້ຮຽນຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ. ສໍາລັບເນື້ອໃນເອກະສານ ແລະ ບົດສອນທີ່ນໍາມາຝຶກອົບຮົມໃນຄັ້ງນີ້, ປະກອບມີຫຼາຍເອກະສານທີ່ສໍາຄັນ ເປັນຕົ້ນແມ່ນ ຫຼັກສູດວິທະຍາສາດ ແລະ ສິ່ງແວດລ້ອມຂັ້ນປະຖົມ, ການນໍາໃຊ້ຄູ່ມື ແລະ ແບບຮຽນວິຊາວິທະຍາສາດທໍາມະຊາດ, ຫຼັກສູດຄະນິດສາດຂັ້ນປະຖົມ, ການນໍາໃຊ້ຄູ່ມື ແລະ ແບບຮຽນວິຊາຄະນິດສາດ, ຫຼັກສູດພາສາລາວຂັ້ນປະຖົມ, ການນໍາໃຊ້ຄູ່ມື ແລະ ແບບຮຽນວິຊາພາສາລາວ, ແຕ່ງບົດສອນ ແລະ ສອນ ທົດລອງ ເພື່ອໃຫ້ຄະແນນ ຊຶ່ງລວມ 69 ຊົ່ວໂມງ (ຕາມແຜນການ) ຊຶ່ງຈະສໍາເລັດ.

- 5 - ຝຶກອົບຮົມວິຊາຄູ ຊັ້ນປະຖົມສຶກສາໃຫ້ແກ່ພະນັກງານນັກຮົບ ໄປຊ່ວຍສິດສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ I
- 3 - ຝຶກອົບຮົມວິຊາຄູ ຊັ້ນປະຖົມສຶກສາໃຫ້ແກ່ພະນັກງານນັກຮົບ ໄປຊ່ວຍສິດສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ I
- 4 - ຝຶກອົບຮົມວິຊາຄູ ຊັ້ນປະຖົມສຶກສາໃຫ້ແກ່ພະນັກງານນັກຮົບ ໄປຊ່ວຍສິດສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ I