ອົງການອາຫານໂລກ ແລະ ອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນຮ່ວມມືສົ່ງເສີມການພັດທະນາໄວໜຸ່ມຍິງລາວ

ໃນວັນທີ 30 ພະຈິກຜ່ານມານີ້, ອົງການອາຫານໂລກ (WTP) ແລະ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ຕົກລົງຮ່ວມມືກັນສົ່ງເສີມການພັດທະນາວຽກງານໄວໜຸ່ມ ເພື່ອເປັນຄູ່ຮ່ວມໃນຂອບແຜນງານນາງນ້ອຍປີ 2030, ຊຶ່ງພິທີຮ່ວມລົງນາມດັ່ງກ່າວໄດ້ມີຂຶ້ນທີ່ສຳນັກງານອົງການສະຫະປະຊາຊາດ ໃນນະຄອນຫຼວງວຽງຈັນ, ລະຫວ່າງທ່ານ ນາງ ຊາຣາ ກໍດອນກິບສັນ ຫົວໜ້າອຳນວຍການອົງການອາຫານໂລກປະຈຳ ສປປລາວ ແລະ ທ່ານນາງ ເຟຼເດິຣິກາ ເມເຢີ ຜູ້ຕາງໜ້າ ອົງການ ສປຊ ກອງທຶນສໍາລັບປະຊາກອນ.
ນາງນ້ອຍເປັນຕົວແທນໄວໜຸ່ມຍິງ ຊຶ່ງໄດ້ສ້າງຂຶ້ນ ເພື່ອເປັນຈຸດເລີ່ມຕົ້ນໃນການສົນທະນາກ່ຽວກັບບັນຫາທີ່ໄວໜຸ່ມຍິງຢູ່ ລາວ ແລະ ຄວາມໄຝ່ຝັນຢາກໄດ້ຮັບການສຶກສາທີ່ດີ, ໄດ້ຮັບການປິ່ນປົ່ວສຸຂະພາບເວລາເຈັບເປັນ ແລະ ມີວຽກເຮັດງານທຳທີ່ຖາວອນ, ນອກນັ້ນ, ນາງນ້ອຍຍັງເປັນຕົວແທນຂອງໄວໜຸ່ມຍິງໃນອາຍຸລະຫວ່າງ 10-19 ປີຫຼາຍແສນຄົນໃນທົ່ວປະເທດ, ໄດ້ຮັບການສະໜັບສະໜູນຈາກລັດຖະບານ ແລະ ຄູ່ຮ່ວມພັດທະນາດັ່ງກ່າວ ມີອັດຕາການແຕ່ງງານ ແລະ ການເກີດລູກໃນໄວໜຸ່ມສູງໃນຂົງເຂດອາຊຽນ ແລະ ບັນຫາໄວໜຸ່ມຍິງລາວໄດ້ອອກໂຮງຮຽນ, ການເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນຕໍ່ການພັດທະນາທີ່ດີ. ສະນັ້ນອົງການອາຫານໂລກໄດ້ໃຫ້ທຶນຊ່ວຍເຫຼືອ 70% ເພື່ອສຸມໃສ່ສ້າງຄວາມເຂັ້ມແຂງໃຫ້ໄວໜຸ່ມຍິງ ແລະ ເດັກນ້ອຍໃນທົ່ວປະເທດ ເພື່ອສ້າງຄວາມເຂັ້ມແຂງໃນອານາຄົດທີ່ດີ.