ເລຂາຄະນະບໍລິຫານງານພັກ ສພຊ ເນັ້ນຫລາຍບັນຫາ ຕໍ່ກອງປະຊຸມເປີດກວ້າງ ປະຈໍາປີ 2024

ເລຂາຄະນະບໍລິຫານງານພັກ ສພຊ ເນັ້ນຫລາຍບັນຫາ ຕໍ່ກອງປະຊຸມເປີດກວ້າງ ປະຈໍາປີ 2024 - 480237871 1177682364361247 1827777615522032244 n - ເລຂາຄະນະບໍລິຫານງານພັກ ສພຊ ເນັ້ນຫລາຍບັນຫາ ຕໍ່ກອງປະຊຸມເປີດກວ້າງ ປະຈໍາປີ 2024
ເລຂາຄະນະບໍລິຫານງານພັກ ສພຊ ເນັ້ນຫລາຍບັນຫາ ຕໍ່ກອງປະຊຸມເປີດກວ້າງ ປະຈໍາປີ 2024 - kitchen vibe - ເລຂາຄະນະບໍລິຫານງານພັກ ສພຊ ເນັ້ນຫລາຍບັນຫາ ຕໍ່ກອງປະຊຸມເປີດກວ້າງ ປະຈໍາປີ 2024

ໃນໂອກາດດໍາເນີນ ກອງປະຊຸມເປີດກວ້າງປະຈຳປີ 2024 ຂອງຄະນະບໍລິຫານງານພັກສະພາແຫ່ງຊາດ (ສພຊ) ວັນທີ 12-13 ກຸມພາ 2025, ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກສະພາແຫ່ງຊາດ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ເນັ້ນຫລາຍບັນຫາສໍາຄັນຄື: ສືບຕໍ່ເອົາໃຈໃສ່ວຽກງານການນໍາພາ ດ້ານການເມືອງ-ແນວຄິດໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ຢ່າງປົກກະຕິ; ສືບຕໍ່ການປັບປຸງກົງຈັກຂອງສະພາແຫ່ງຊາດ ເພື່ອຮອງຮັບການປະຕິບັດໜ້າທີ່ພາຍໃນສະພາແຫ່ງຊາດ ກໍຄື ການກະກຽມໃຫ້ແກ່ການເລືອກຕັ້ງສະພາແຫ່ງຊາດ ຊຸດທີ X ທີ່ຈະມາເຖິງ.

ໃຫ້ຖືສໍາຄັນການປະຕິບັດຕາມຫລັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ ຄະນະ, ບຸກຄົນຮັບຜິດຊອບຢ່າງເຄັ່ງຄັດ, ມີກົນໄກປະສານງານທີ່ໂລ່ງລ່ຽນ ກັບບັນດາຂະແໜງການຂອງລັດຖະບານ ເພື່ອສ້າງຄວາມເປັນເອກະພາບໃນການຕົກລົງບັນຫາສໍາຄັນຂອງຊາດ; ເພີ່ມທະວີການ ຈັດຕັ້ງຜັນຂະ ຫຍາຍມະຕິ ກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກສະພາແຫ່ງຊາດ ສະໄໝທີ IV ແລະ ແຜນພັດທະນາສະພາແຫ່ງຊາດ ເຊິ່ງປະກອບມີ 5 ແຜນງານ, 29 ໂຄງການ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ; ເອົາໃຈໃສ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກ ຕໍ່ການເຄື່ອນໄຫວວຽກງານຂອງ 3 ອົງການຈັດຕັ້ງມະຫາຊົນສະພາແຫ່ງຊາດ ດ້ວຍການສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ອົງການດັ່ງກ່າວ ເຄື່ອນໄຫວຖືກ ຕ້ອງ ຕາມພາລະບົດບາດ ເພື່ອເພີ່ມທະວີຄວາມສາມັກຄີອ້ອມຂ້າງພັກ; ເພີ່ມທະວີການນໍາພາ-ຊີ້ນໍາຂອງພັກ ຕໍ່ການປະຕິບັດໜ້າທີ່ການເມືອງ ກໍຄື ການປະຕິບັດພາລະບົດບາດຂອງສະພາແຫ່ງຊາດ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ໂດຍສຸມໃສ່ການກະກຽມບັນດາຮ່າງກົດໝາຍທີ່ຈະນໍາເຂົ້າພິຈາລະນາຢູ່ ກອງປະຊຸມສະໄໝວິສາມັນເທື່ອທີ 2, ສະໄໝສາມັນເທື່ອທີ 9 ແລະ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX; ຄົ້ນຄວ້າປັບປຸງລັດຖະທໍາມະນູນ ສະບັບປີ 2015 ເພື່ອໃຫ້ກອງປະ ຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ພິຈາລະນາຮັບຮອງໃນຕໍ່ໜ້າ.

ເລຂາຄະນະບໍລິຫານງານພັກ ສພຊ ເນັ້ນຫລາຍບັນຫາ ຕໍ່ກອງປະຊຸມເປີດກວ້າງ ປະຈໍາປີ 2024 - Visit Laos Visit SALANA BOUTIQUE HOTEL - ເລຂາຄະນະບໍລິຫານງານພັກ ສພຊ ເນັ້ນຫລາຍບັນຫາ ຕໍ່ກອງປະຊຸມເປີດກວ້າງ ປະຈໍາປີ 2024
ເລຂາຄະນະບໍລິຫານງານພັກ ສພຊ ເນັ້ນຫລາຍບັນຫາ ຕໍ່ກອງປະຊຸມເປີດກວ້າງ ປະຈໍາປີ 2024 - Visit Laos Visit SALANA BOUTIQUE HOTEL - ເລຂາຄະນະບໍລິຫານງານພັກ ສພຊ ເນັ້ນຫລາຍບັນຫາ ຕໍ່ກອງປະຊຸມເປີດກວ້າງ ປະຈໍາປີ 2024

ເອົາໃຈໃສ່ຕິດຕາມກວດກາ ການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາຂອງປະຊາຊົນ ໃຫ້ທັນເວລາ, ຖືກຕ້ອງຕາມກົດໝາຍ, ຖືກຕາມຄວາມເປັນຈິງ ແລະ ຍຸຕິທໍາ; ປີ 2025 ເປັນປີສຸດທ້າຍຂອງອາຍຸການສະພາແຫ່ງຊາດ ຊຸດທີ IX, ສະພາແຫ່ງຊາດ ຈະຕ້ອງໄດ້ເອົາໃຈໃສ່ໃນການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ III ໃຫ້ສໍາເລັດຕາມແຜນການ, ສິ່ງສໍາຄັນແມ່ນການເລືອກຕັ້ງໃຫ້ໄດ້ບຸກຄະລາກອນ ທີ່ມີເງື່ອນໄຂຄົບຖ້ວນຕາມກົດ ໝາຍກໍານົດ, ຮັບປະກັນບຸກຄະລາກອນ 3 ຮຸ່ນ ຄື: ຮຸ່ນໜຸ່ມ, ຮຸ່ນກາງ ແລະ ຮຸ່ນອາວຸໂສ; ຮັບປະກັນດ້ານເພດ, ເຜົ່າ ຈຶ່ງຈະຮັບປະກັນການປະຕິບັດໜ້າທີ່ເປັນຕົວແທນຂອງປະຊາຊົນບັນດາເຜົ່າຢ່າງກວ້າງ ຂວາງ ແລະ ທົ່ວເຖິງ; ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ, ກົນໄກສະຫລຸບລາຍງານຕາມກົດລະ ບຽບຂອງພັກ ໂດຍສະເພາະແມ່ນລະບອບປະຊຸມ ຂອງຄະນະບໍລິຫານງານພັກສະພາແຫ່ງຊາດ, ຄະນະປະຈໍາພັກ, ລະບົບສ່ອງແສງຂອງບັນດາຮາກຖານພັກ, ວຽກງານກວດກາພັກ-ລັດ ເພື່ອແກ້ໄຂປາກົດ ການຫຍໍ້ທໍ້ໃນຖັນແຖວສະມາຊິກພັກ, ສ້າງໃຫ້ມີກົນໄກປະຊຸມເປີດກວ້າງປະຈໍາປີ ຂອງຄະນະບໍລິຫານງານພັກສະພາແຫ່ງຊາດ ຕາມກົດລະບຽບພັກ.

ເລຂາຄະນະບໍລິຫານງານພັກ ສພຊ ເນັ້ນຫລາຍບັນຫາ ຕໍ່ກອງປະຊຸມເປີດກວ້າງ ປະຈໍາປີ 2024 - 5 - ເລຂາຄະນະບໍລິຫານງານພັກ ສພຊ ເນັ້ນຫລາຍບັນຫາ ຕໍ່ກອງປະຊຸມເປີດກວ້າງ ປະຈໍາປີ 2024
ເລຂາຄະນະບໍລິຫານງານພັກ ສພຊ ເນັ້ນຫລາຍບັນຫາ ຕໍ່ກອງປະຊຸມເປີດກວ້າງ ປະຈໍາປີ 2024 - 3 - ເລຂາຄະນະບໍລິຫານງານພັກ ສພຊ ເນັ້ນຫລາຍບັນຫາ ຕໍ່ກອງປະຊຸມເປີດກວ້າງ ປະຈໍາປີ 2024
ເລຂາຄະນະບໍລິຫານງານພັກ ສພຊ ເນັ້ນຫລາຍບັນຫາ ຕໍ່ກອງປະຊຸມເປີດກວ້າງ ປະຈໍາປີ 2024 - 4 - ເລຂາຄະນະບໍລິຫານງານພັກ ສພຊ ເນັ້ນຫລາຍບັນຫາ ຕໍ່ກອງປະຊຸມເປີດກວ້າງ ປະຈໍາປີ 2024