ນາຍົກລັດຖະມົນຕີ ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ

- 480434079 1026706509489692 1410941112772765067 n - ນາຍົກລັດຖະມົນຕີ ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ
- kitchen vibe - ນາຍົກລັດຖະມົນຕີ ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ

ໄທຄູ່ຟ້າ ຂອງໄທ ລາຍງານວ່າ: ເນື່ອງໃນໂອກາດການຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ ລາວ ຮ່ວມກັບ ທ່ານນາງ ແພທອງທານຊິນນະວັດ ນາຍົກລັດຖະມົນຕີ ຣາຊະອານາຈັກໄທ ການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ ໃນວັນທີ 20 ກຸມພາ ໄດ້ຄື:

1. ແຜນດຳເນີນການ ປີ 2025 – ປີ 2027 ເພື່ອດຳເນີນການຕາມບັນທຶກຄວາມເຂົ້າໃຈວ່າ ດ້ວຍການຮ່ວມມືດ້ານກົດໝາຍລະຫວ່າງ ກະຊວງຍຸດຕິທຳແຫ່ງ ສປປ ລາວ ແລະ ກະຊວງຍຸດຕິທຳແຫ່ງ ຣາຊະອານາຈັກໄທ.

- Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີ ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ
- Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີ ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ

2. ບັນທຶກການດຳເນີນການດ້ານເທັກນິກສຳລັບການຂົນສົ່ງຜູ້ໂດຍສານທາງລົດໄຟລະຫວ່າງ ລັດວິສາຫະກິດລົດໄຟແຫ່ງຊາດລາວ ແລະ ການລົດໄຟແຫ່ງປະເທດໄທ.

3. ບັນທຶກຄວາມເຂົ້າໃຈເພື່ອການຮ່ວມມືທາງວິຊາການລະຫວ່າງ ມະຫາວິທະຍາໄລສຸພານຸວົງ, ສປປ ລາວ ແລະ ມະຫາວິທະຍາໄລແມ່ຟ້າຫຼວງ, ຣາຊະອານາຈັກໄທ.

4. ບັນທຶກຄວາມເຂົ້າໃຈ ລະຫວ່າງ ອຸດສາຫະກຳແຫ່ງຊາດລາວ ແລະ ຄະນະກຳມະການຮ່ວມພາກເອກະຊົນ 3 ສະຖາບັນ ກັບ ສະພາການຄ້າ.

ນອກຈາກນີ້, ທ່ານນາຍົກລັດຖະມົນຕີທັງສອງ ຍັງໄດ້ຮ່ວມກັນເປີດໂຕສັນຍາລັກສະເຫຼີມສະຫຼອງການສະຖາປະມາຄວາມສຳພັນທາງການທູດ ລາວ-ໄທ ຄົບຮອບ 75 ປີ ອີກດ້ວຍ.

- 4 - ນາຍົກລັດຖະມົນຕີ ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ
- 5 - ນາຍົກລັດຖະມົນຕີ ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ
- 3 - ນາຍົກລັດຖະມົນຕີ ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ