ສູນກາງສະຫະພັນແມ່ຍິງລາວ ຖະແຫລງກຽມຈັດກິດຈະກໍາ ສະເຫລີມສະຫລອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ

ສູນກາງສະຫະພັນແມ່ຍິງລາວ ຖະແຫລງກຽມຈັດກິດຈະກໍາ ສະເຫລີມສະຫລອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ - 920834b5 94a8 4c50 8a2a d9b05dd18e52 - ສູນກາງສະຫະພັນແມ່ຍິງລາວ ຖະແຫລງກຽມຈັດກິດຈະກໍາ ສະເຫລີມສະຫລອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ
ສູນກາງສະຫະພັນແມ່ຍິງລາວ ຖະແຫລງກຽມຈັດກິດຈະກໍາ ສະເຫລີມສະຫລອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ - kitchen vibe - ສູນກາງສະຫະພັນແມ່ຍິງລາວ ຖະແຫລງກຽມຈັດກິດຈະກໍາ ສະເຫລີມສະຫລອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ

ວັນ​ທີ 21 ກຸມພາ 2025 ທີ່​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ທ່ານນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ໄດ້ຖະແຫລງຂ່າວຕໍ່ສື່ມ່ວນຊົນກ່ຽວກັບການກະກຽມຈັດງານສະເຫລີມສະຫລອງວັນແມ່ຍິງສາກົນ 8 ມີນາ ຄົບຮອບ 115 ປີ (8 ມີນາ 1910 – 8 ມີນາ 2025) ພາຍໃຕ້ຄໍາຂວັນ: “ສິດທິ, ຄວາມສະ ເໝີພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ” “For ALL women and girls : Rights Equality Empowerment”  ທ່ານໄດ້ກ່າວວ່າ: ​ເພື່ອ​ກະກຽມຄວາມ​ພ້ອມ​ໃຫ້​ແກ່​ການສະ​ເຫຼີມສະຫລອງວັນແມ່ຍິງສາກົນ ຄົບຮອບ 115 ປີ ​ໃນ​ປີ​ນີ້​ໃຫ້​ມີ​ເນື້ອ​ໃນ​ຄວາມໝາຍ​ເລິກ​ເຊິ່ງ ​ແລະ ​ເປັນ​ຂະ​ບວນກ້ວາງ​ຂວາງ​ໃນ​ທົ່ວ​ປະ​ເທດ, ຄະນະ​ນຳສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ​ໄດ້​ສ້າງ​ແຜນ​ງານ, ແຜນ​ກິດຈະ​ກໍາ​ລະອຽດ ດັ່ງ​ນີ້:

  1. ໄດ້​ອອກ​ແຈ້ງ​ການ​ເຖິງ​ຄະນະ​ບໍລິຫານ​ງານສູນກາງສະຫະພັນແມ່ຍິງລາວ, ຄະນະປະທານ​​ສະຫະພັນ​ແມ່ຍິງບັນດາແຂວງ, ນະ​ຄອນຫລວງວຽງຈັນ,  ກະຊວງ-​ອົງການ ​ຂັ້ນ​ສູນ​ກາງ  ສະບັບ​ເລກທີ 91/ສສຍລ, ລົງ​ວັນ​ທີ 10 ກຸມພາ 2025 ກ່ຽວ​ກັບ​ການ​ສ້າງ​ຂະ​ບວນການ ແລະ ການ​ຈັດ​ຕັ້ງສະ​ເຫລີມສະຫລອງວັນ​ແມ່ຍິງ​ສາກົນ (ວັນ​ທີ 08 ມີນາ 2025) ຄົບຮອບ 115 ປີ ພາຍໃຕ້ຄໍາຂວັນ: “ສິດທິ, ຄວາມສະເໝີພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ” “For ALL women and girls : Rights Equality Empowerment”;
  2. ໃຫ້ສະຫະພັນ​ແມ່ຍິງ​ແຕ່ລະ​ຂັ້ນ ຈັດ​ປາຖະກະຖາຫວນຄືນປະຫວັດຄວາມ​ເປັນ​ມາ​ຂອງ​ວັນ​ແມ່ຍິງ​ສາກົນ ຕິດພັນກັບການສະຫລຸບການ​ເຄື່ອນ​ໄຫວ​ວຽກງານພົວພັນຮ່ວມມືກັບຕ່າງປະເທດ ໃນ 1 ປີ ທີ່ຜ່ານມາ ​ແລະ ​ທິດ​ທາງ​ແຜນການ​ໃນຕໍ່ໜ້າ ໃນຂອບ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ຕົນ;
  3. ຈັດ​ກອງ​ປະຊຸມ​ສຳ​ມະ​ນາ ທີ່​ພົວພັນ​ເຖິງ​ການ​ພັດທະ​ນາ, ການ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດອັນ​ຊອບ​ທຳຂອງ​ແມ່ຍິງ, ກົດໝາຍພັດທະນາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ, ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ກົດໝາຍວ່າດ້ວຍຄວາມສະເໝີຍິງ-ຊາຍ ແລະ ຖະແຫລງການປັກກິ່ງ 12 ຂົງເຂດທີ່ໜ້າເປັນຫ່ວງ;
  4. ຈັດກິດຈະກຳສົ່ງເສີມວັດທະນະທຳຮີດຄອງປະເພນີທີ່ເປັນເອກະລັກທີ່ຕິດພັນກັບການທ່ອງທ່ຽວ ແລະ ການປົກປັກຮັກສາສິ່ງແວດລ້ອມ;
  5. ສ້າງ​ຂະ​ບວນການ​ແຂ່ງຂັນ​ສິລະ​ປະ-​ວັນນະຄະດີ, ກິລາ​ປະ​ເພດ​ຕ່າງໆ, ຂະບວນການອອກແຮງງານ, ການວາງສະ​ແດງ​ຜະລິດ​ຕະພັນຫັດຖະກຳ, ຜົນຜະລິດກະສິກຳ ຕາມ​ຄວາມ​ສາມາດ ​ແລະ ຈຸດ​ພິ​ເສດ​ຕົວ​ຈິງຂອງ​ແຕ່​ລະ​ພາກສ່ວນ;
  6. ກິດຈະກຳຖາມ-ຕອບຄວາມຮູ້ຮອບຕົວ, ຄວາມຮູ້ກ່ຽວກັບວຽກງານແມ່ຍິງ ແລະ ປະຫວັດມູນເຊື້ອວັນແມ່ຍິງສາກົນ ແລະ ກິດຈະກໍາອື່ນໆຕາມຄວາມເໝາະສົມ.

ສຳລັບ ສູນກາງສະຫະພັນແມ່ຍິງລາວ ຈະໄດ້ຈັດກິດຈະກໍາຫລັກ ເພື່ອເປັນການສະເຫລີມສະຫລອງ ວັນແມ່ຍິງສາກົນ 8 ມີນາ 2025 ມີ ດັ່ງ​ນີ້:

ສູນກາງສະຫະພັນແມ່ຍິງລາວ ຖະແຫລງກຽມຈັດກິດຈະກໍາ ສະເຫລີມສະຫລອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ - Visit Laos Visit SALANA BOUTIQUE HOTEL - ສູນກາງສະຫະພັນແມ່ຍິງລາວ ຖະແຫລງກຽມຈັດກິດຈະກໍາ ສະເຫລີມສະຫລອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ
ສູນກາງສະຫະພັນແມ່ຍິງລາວ ຖະແຫລງກຽມຈັດກິດຈະກໍາ ສະເຫລີມສະຫລອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ - Visit Laos Visit SALANA BOUTIQUE HOTEL - ສູນກາງສະຫະພັນແມ່ຍິງລາວ ຖະແຫລງກຽມຈັດກິດຈະກໍາ ສະເຫລີມສະຫລອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ
  1. ຍ່າງເພື່ອສຸຂະພາບ ພາຍໃຕ້ຄໍາຂວັນ: “ສິດທິ, ຄວາມສະເໝີພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ” ຊຶ່ງຈະຈັດຂຶ້ນໃນວັນທີ 1 ມີນາ 2025 ທີ່ປະຕູໄຊ.
  2. ສຳ​ມະ​ນາພາຍ​ໃຕ້ຄໍາຂວັນ: ສໍາລັບແມ່ຍິງ ແລະ ເດັກຍິງທຸກຄົນ: ສິດທິ, ຄວາມສະເໝີພາບ ແລະ ການເສີມສ້າງອໍານາດ ຊຶ່ງຈະຈັດຂຶ້ນໃນວັນທີ 5 ມີນາ 2025 ຢູ່ໂຮງແຮມ ຮໍລີເດອິນ (Holiday inn).
ສູນກາງສະຫະພັນແມ່ຍິງລາວ ຖະແຫລງກຽມຈັດກິດຈະກໍາ ສະເຫລີມສະຫລອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ - 5 - ສູນກາງສະຫະພັນແມ່ຍິງລາວ ຖະແຫລງກຽມຈັດກິດຈະກໍາ ສະເຫລີມສະຫລອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ
ສູນກາງສະຫະພັນແມ່ຍິງລາວ ຖະແຫລງກຽມຈັດກິດຈະກໍາ ສະເຫລີມສະຫລອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ - 4 - ສູນກາງສະຫະພັນແມ່ຍິງລາວ ຖະແຫລງກຽມຈັດກິດຈະກໍາ ສະເຫລີມສະຫລອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ
ສູນກາງສະຫະພັນແມ່ຍິງລາວ ຖະແຫລງກຽມຈັດກິດຈະກໍາ ສະເຫລີມສະຫລອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ - 3 - ສູນກາງສະຫະພັນແມ່ຍິງລາວ ຖະແຫລງກຽມຈັດກິດຈະກໍາ ສະເຫລີມສະຫລອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ