ກິນໂຢເກິດຊ່ວຍໃຫ້ທ່ານນອນຫລັບສະບາຍຂຶ້ນໄດ້

ອາການນອນບໍ່ຫລັບນັ້ນເປັນອາການທີ່ໄດ້ຮັບຄວາມນິຍົມຂອງຄົນຍຸກປະຈຸບັນໄປແລ້ວ ບໍ່ວ່າຈະແມ່ນເລື່ອງຂອງໜ້າທີ່ວຽກ ງານທີ່ເຮັດໃຫ້ເຄັ່ງຄຽດ ຫລື ຊີວິດສ່ວນໂຕທີ່ມີແຕ່ຄວາມສັບສົນ ທັງບັນຫາທາງການເງິນທີ່ເຮັດໃຫ້ແຕ່ລະຄົນມັກເອົາມາຄິດເປັນເລື່ອງເປັນລາວກ່ອນນອນ ຈົນກະທັ້ງໂຕເອງນອນບໍ່ຫລັບໄປເລີຍ ເຊິ່ງການແກ້ໄຂອາດຈະບໍ່ຍາກ, ແຕ່ອາດຕ້ອງມີການປັບໂຕ ແລະ ໃຊ້ເວລາຫລາຍຢູ່.
ໂດຍເລີ່ມທຳອິດກໍຄືເຊົາດື່ມເຄື່ອງດື່ມທີ່ມີກາເຟອີນ ເຊັ່ນ : ຊາ ຫລື ກາເຟໃນຕອນຫົວຄໍ່າໄປເລີຍ ຍິ່ງຄົນທີ່ມັກຫອບວຽກກັບມາເຮັດຢູ່ເຮືອນຈົນຕ້ອງອາໄສກາເຟນັ້ນໃຫ້ເຊົາດື່ມ ເພາະຍິ່ງດື່ມກໍຍິ່ງຕາຄ້າງ ນອນບໍ່ຫລັບກ່ວາເກົ່າ ແລ້ວໃຫ້ຫັນມາກິນໂຢເກິດກ່ອນເຂົ້ານອນແທນ ເພາະໃນໂຢເກິດນັ້ນອຸດົມໄປດ້ວຍກົດອະມິໂນ ທຣິບໂຕເຟນ ທີ່ຊ່ວຍໃນການນອນຫລັບໄດ້ໄວຂຶ້ນ ເຊິ່ງກົດອະມິໂນນີ້ຈະຜະລິດເຊໂຣໂທນິນ ທີ່ຊ່ວຍຫລຸດການເຮັດວຽກຂອງສະໝອງລົງຢ່າງໄວວາ ເຮັດໃຫ້ເຫງົານອນ ແລະ ຫລັບໄດ້ໄວກ່ວາປົກກະຕິ ທັງຍັງຊ່ວຍໃຫ້ຫລັບແຈບດີນຳອີກ.