ປີ 2024 ສາມາດສ້າງຄອບຄົວພົ້ນທຸກໄດ້ 31,232 ຄອບຄົວ ກວມ 89.23% ຂອງຄາດໝາຍທີ່ກໍານົດໄວ້

ປີ 2024 ສາມາດສ້າງຄອບຄົວພົ້ນທຸກໄດ້ 31,232 ຄອບຄົວ ກວມ 89.23% ຂອງຄາດໝາຍທີ່ກໍານົດໄວ້ - 480497829 1200509078751573 9158326275493358478 n - ປີ 2024 ສາມາດສ້າງຄອບຄົວພົ້ນທຸກໄດ້ 31,232 ຄອບຄົວ ກວມ 89.23% ຂອງຄາດໝາຍທີ່ກໍານົດໄວ້
ປີ 2024 ສາມາດສ້າງຄອບຄົວພົ້ນທຸກໄດ້ 31,232 ຄອບຄົວ ກວມ 89.23% ຂອງຄາດໝາຍທີ່ກໍານົດໄວ້ - kitchen vibe - ປີ 2024 ສາມາດສ້າງຄອບຄົວພົ້ນທຸກໄດ້ 31,232 ຄອບຄົວ ກວມ 89.23% ຂອງຄາດໝາຍທີ່ກໍານົດໄວ້

ອີງຕາມຂໍ້ມູນຈາກບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ຂອງກົມພັດທະນາຊົນນະບົດ ປະຈຳປີ 2024 ແລະທິດທາງແຜນການ ປີ 2025 ໃຫ້ຮູ້ວ່າ: ປີ 2024 ຜ່ານມາ, ກົມພັດທະນາຊົນນະບົດ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ເປັນເຈົ້າການປະສານສົມທົບກັບຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ຕິດຕາມ, ຊຸກຍູ້ ແລະ ສັງລວມລາຍງານ ກ່ຽວກັບການຈັດຕັ້ງປະ ຕິບັດບັນດາຄາດໝາຍສູ້ຊົນ ແລະ ການຈັດຕັ້ງປະຕິບັດວຽກງານຈຸດສຸມໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕາມທ່າແຮງເງື່ອນໄຂ ຂອງແຕ່ລະທ້ອງຖິ່ນ.

ຜ່ານການສັງລວມການລາຍງານ ຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ໃນປີ 2024 ສາມາດສ້າງຄອບຄົວພົ້ນທຸກໄດ້ 31,232 ຄອບຄົວ ກວມ 89.23% ຂອງຄາດໝາຍທີ່ກໍານົດໄວ້ (ຄາດໝາຍສູ້ຊົນ 35,000 ຄອບ ຄົວ); ສ້າງບ້ານພົ້ນທຸກໄດ້ 271 ບ້ານ ກວມ 54.20% ຂອງຄາດໝາຍທີ່ກໍານົດໄວ້ (ຄາດ ໝາຍສູ້ຊົນ 500 ບ້ານ).

ປີ 2024 ສາມາດສ້າງຄອບຄົວພົ້ນທຸກໄດ້ 31,232 ຄອບຄົວ ກວມ 89.23% ຂອງຄາດໝາຍທີ່ກໍານົດໄວ້ - Visit Laos Visit SALANA BOUTIQUE HOTEL - ປີ 2024 ສາມາດສ້າງຄອບຄົວພົ້ນທຸກໄດ້ 31,232 ຄອບຄົວ ກວມ 89.23% ຂອງຄາດໝາຍທີ່ກໍານົດໄວ້
ປີ 2024 ສາມາດສ້າງຄອບຄົວພົ້ນທຸກໄດ້ 31,232 ຄອບຄົວ ກວມ 89.23% ຂອງຄາດໝາຍທີ່ກໍານົດໄວ້ - Visit Laos Visit SALANA BOUTIQUE HOTEL - ປີ 2024 ສາມາດສ້າງຄອບຄົວພົ້ນທຸກໄດ້ 31,232 ຄອບຄົວ ກວມ 89.23% ຂອງຄາດໝາຍທີ່ກໍານົດໄວ້

ສ້າງເມືອງພົ້ນທຸກໄດ້ 8 ເມືອງ ຄື: ແຂວງຫຼວງນໍ້າທາ 1 ເມືອງ (ເມືອງວຽງພູຄາ); ແຂວງຄໍາມ່ວນ 1 ເມືອງ (ເມືອງມະຫາ ໄຊ); ແຂວງສະຫວັນນະເຂດ 3 ເມືອງ (ເມືອງຊົນນະບູລີ, ເມືອງທ່າປາງທອງ ແລະ ເມືອງອາດສະພອນ); ແຂວງສາລະວັນ 2 ເມືອງ (ເມືອງຕຸ້ມລານ ແລະ ເມືອງຕະໂອ້ຍ); ແຂວງອັດຕະປື 1 ເມືອງ (ເມືອງສະ ໜາມໄຊ) ກວມ 53.33% ຂອງຄາດໝາຍທີ່ກຳນົດໄວ້ (ຄາດໝາຍສູ້ຊົນ 15 ເມືອງ).

ນອກຈາກນີ້, ສາມາດຂະຫຍາຍກອງທຶນພັດທະນາຂັ້ນບ້ານ (ກອງທຶນ 500 ລ້ານກີບຕໍ່ເມືອງທຸກຍາກ) ໄດ້ 6 ບ້ານ ຄື: (1) ແຂວງອຸດົມໄຊ 1 ບ້ານ (ບ້ານມາງ, ເມືອງແບ່ງ); (2) ແຂວງຫົວ ພັນ 1 ບ້ານ (ບ້ານພັນລໍ, ເມືອງຮ້ຽມ); (3) ແຂວງຊຽງຂວາງ 2 ບ້ານ (ບ້ານມົ້ວ, ບ້ານນາສີ, ເມືອງຄູນ) ແລະ (4) ແຂວງບໍລິຄໍາໄຊ 2 ບ້ານ (ບ້ານນໍ້າອ້ອນ ແລະ ບ້ານໂພນຄໍາ, ເມືອງໄຊຈໍາພອນ) ເທົ່າກັບ 42.86% ຂອງຄາດ ໝາຍສູ້ຊົນທີ່ກໍານົດໄວ້ (ຄາດ ໝາຍສູ້ຊົນ 14 ບ້ານ).

ມາຮອດປັດຈຸບັນກອງທຶນດັ່ງກ່າວໄດ້ກວມ 17 ແຂວງ (ຍົກເວັ້ນແຂວງວຽງຈັນ), ມີ 57 ເມືອງ, ມີ 599 ບ້ານ, ມີ 599 ກອງທຶນ, ມີສະມາຊິກ 23,808 ຄອບຄົວ, ມີທຶນໝູນວຽນທັງໝົດ 44.9 ຕື້ກວ່າກີບ.

ທີ່ມາ: ສະຖານີວິທະຍຸກະຈາຍສຽງ ແຫ່ງຊາດລາວ

ປີ 2024 ສາມາດສ້າງຄອບຄົວພົ້ນທຸກໄດ້ 31,232 ຄອບຄົວ ກວມ 89.23% ຂອງຄາດໝາຍທີ່ກໍານົດໄວ້ - 5 - ປີ 2024 ສາມາດສ້າງຄອບຄົວພົ້ນທຸກໄດ້ 31,232 ຄອບຄົວ ກວມ 89.23% ຂອງຄາດໝາຍທີ່ກໍານົດໄວ້
ປີ 2024 ສາມາດສ້າງຄອບຄົວພົ້ນທຸກໄດ້ 31,232 ຄອບຄົວ ກວມ 89.23% ຂອງຄາດໝາຍທີ່ກໍານົດໄວ້ - 3 - ປີ 2024 ສາມາດສ້າງຄອບຄົວພົ້ນທຸກໄດ້ 31,232 ຄອບຄົວ ກວມ 89.23% ຂອງຄາດໝາຍທີ່ກໍານົດໄວ້
ປີ 2024 ສາມາດສ້າງຄອບຄົວພົ້ນທຸກໄດ້ 31,232 ຄອບຄົວ ກວມ 89.23% ຂອງຄາດໝາຍທີ່ກໍານົດໄວ້ - 4 - ປີ 2024 ສາມາດສ້າງຄອບຄົວພົ້ນທຸກໄດ້ 31,232 ຄອບຄົວ ກວມ 89.23% ຂອງຄາດໝາຍທີ່ກໍານົດໄວ້