ທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 2

ວັນທີ 25 ກຸມພາ 2025 ທີ່ຮ່າໂນ້ຍ ສສ ຫວຽດນາມ, ທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ໃນນາມຕາງຫນ້າ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 2 ພາຍໃຕ້ຄໍາຂວັນ “ສ້າງອາຊຽນ ໃຫ້ເປັນປຶກແຜ່ນ, ທົ່ວເຖິງ ແລະ ເຂັ້ມແຂງ ໃນທ່າມກາງໂລກທີ່ພວມຜັນແປ” ໂດຍການເປັນປະທານຂອງ ທ່ານ ຟາມ ມິງ ຈິງ, ນາຍົກລັດຖະ ມົນຕີ ແຫ່ງ ສສ ຫວຽດນາມ.
ໃນກອງປະຊຸມຄັ້ງທີ 2 ນີ້ ແມ່ນແນໃສ່ລະດົມຄວາມຄິດຄວາມເຫັນ ໃນການຮັບມືກັບສິ່ງທ້າທາຍ ໃນສະພາບຂອງໂລກພວມຜັນແປ ແລະ ຍາດໄດ້ກາລະໂອກາດ ເພື່ອເສີມສ້າງປະຊາຄົມອາຊຽນ ໃຫ້ເຂັ້ມແຂງ ໃນທົດສະຫວັດຕໍ່ຫນ້າ ໂດຍຜ່ານ ການຈັດຕັ້ງປະຕິບັດ ວິໄສທັດ ປະຊາຄົມອາຊຽນ 2045 ທີ່ຜູ້ນຳອາຊຽນ ຈະຮັບຮອງເອົາໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ທີ່ຈະຈັດຂື້ນໃນເດືອນ ພຶດສະພາ 2025 ນີ້ ທີ່ມາເລເຊຍ.

ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ຮັບກຽດຂຶ້ນກ່າວຄຳເຫັນ ໃນພິທີເປີດກອງປະຊຸມ ແລະ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຂໍ້ລິເລີ່ມຂອງ ຫວຽດນາມ ໃນການຈັດກອງປະຊຸມດັ່ງກ່າວ ຊຶ່ງເປັນເວທີສຳຄັນຂອງພາກພື້ນ ແລະ ໄດ້ຢໍ້າວ່າ ຄຳຂວັນ “ສ້າງອາຊຽນ ໃຫ້ເປັນປຶກແຜ່ນ, ທົ່ວເຖິງ ແລະ ເຂັ້ມແຂງ ໃນທ່າມກາງໂລກທີ່ຜັນແປ” ແມ່ນສອດຄ່ອງ ແລະ ແທດເໝາະກັບ ທ່າອ່ຽງ ກໍຄື ສະພາບການຂອງພາກພື້ນ ແລະ ຂອງໂລກໃນປັດຈຸບັນ ເປັນຕົ້ນແມ່ນ ສິ່ງທ້າ ທາຍ ທີ່ເກີດຈາກ ການພັດທະນາ ເທັກໂນໂລຍີ ໂດຍສະເພາະປັນຍາປະດິດ ຫລື AI, ການຫັນເປັນດີຈີຕອນ, ບັນຫາການ ປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ, ຄວາມໝັ້ນຄົງດ້ານສະບຽງອາຫານ, ບັນຫາເສດຖະກິດ, ຄວາມແຕກໂຕນທາງດ້ານການພັດທະນາ ແລະ ບັນຫາອື່ນໆ ຊຶ່ງໄດ້ສົ່ງຜົນກະທົບຕໍ່ການເປັນຢູ່ຂອງປະຊາຊົນ ກໍຄື ຕໍ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມຫມັ້ນຄົງ ໃນພາກພື້ນ ແລະ ໃນໂລກ.