ລັດຖະບານ ກຳນົດ 14 ບັນຫາ ສຸມໃສ່ຈັດຕັ້ງປະຕິບັດ ໃນເດືອນມີນາ 2025

ລັດຖະບານ ກຳນົດ 14 ບັນຫາ ສຸມໃສ່ຈັດຕັ້ງປະຕິບັດ ໃນເດືອນມີນາ 2025 - WhatsApp Image 2025 02 27 at 17 - ລັດຖະບານ ກຳນົດ 14 ບັນຫາ ສຸມໃສ່ຈັດຕັ້ງປະຕິບັດ ໃນເດືອນມີນາ 2025
ລັດຖະບານ ກຳນົດ 14 ບັນຫາ ສຸມໃສ່ຈັດຕັ້ງປະຕິບັດ ໃນເດືອນມີນາ 2025 - kitchen vibe - ລັດຖະບານ ກຳນົດ 14 ບັນຫາ ສຸມໃສ່ຈັດຕັ້ງປະຕິບັດ ໃນເດືອນມີນາ 2025

ວັນທີ 28 ພະຈິກ 2025 ທ່ານ ສອນໄຊ ສິດພະໄຊ, ລັດຖະມົນຕີປະຈໍາສໍານັກງານນາຍົກ ລັດຖະມົນຕີ, ໂຄສົກລັດຖະບານ ໄດ້ຖະແຫລງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະ ໄໝສາມັນຂອງລັດຖະບານ ປະຈຳເດືອນກຸມພາ 2025ວ່າ: ກອງປະຊຸມຄັ້ງນີ້ ໄດ້ຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາເຫັນດີດ້ານຫລັກການ ຮັບຮອງເອົາບັນດາຫົວຂໍ້ສໍາຄັນ. ພ້ອມນັ້ນ ກໍໄດ້ກຳນົດວຽກງານຈຸດສູມໃນເດືອນມີນາ 2025 ທີ່ລັດຖະບານຈະຕ້ອງໄດ້ ສືບຕໍ່ບຸກບືນຜ່ານຜ່າອຸປະສັກຕ່າງໆ ເພື່ອສຸມໃສ່ຍູ້ແຮງການຈັດຕັ້ງປະຕິບັດຄາດໝາຍ ແລະ ວຽກງານຈຸດສຸມ ທີ່ໄດ້ກໍານົດໃນມະຕິກອງປະຊຸມ ສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ດຳລັດ ສະບັບເລກທີ 702/ນຍ, ລົງວັນທີ 25 ທັນວາ 2024 ວ່າດ້ວຍການກຳນົດໜ້າວຽກ ແລະ ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ2025, ສືບຕໍ່ຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ຕິດພັນກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ສັງຄົມ ໃຫ້ປະສົບຜົນສໍາເລັດ ແລະ ເປັນຮູບປະທໍາ, ໃນນັ້ນ ໄດ້ເນັ້ນວຽກງານຈຸດສຸມຕົວຈິງຈຳນວນໜຶ່ງ ດັ່ງນີ້:

ລັດຖະບານ ກຳນົດ 14 ບັນຫາ ສຸມໃສ່ຈັດຕັ້ງປະຕິບັດ ໃນເດືອນມີນາ 2025 - 481249746 1191851449610778 4074862905335317459 n 1024x704 - ລັດຖະບານ ກຳນົດ 14 ບັນຫາ ສຸມໃສ່ຈັດຕັ້ງປະຕິບັດ ໃນເດືອນມີນາ 2025

  1. ສືບຕໍ່ຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ໃນນັ້ນ ສຸມໃສ່ຮັກສາຄວາມສະຫງົບຕາມຊາຍແດນ, ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆສັງຄົມ ເປັນຕົ້ນ: ບັນຫາຢາເສບຕິດ, ການຄ້າຂາຍເຖື່ອນ, ບັນຫາປຸ້ນຈີ້, ຂີ້ລັກງັດແງະ, ບັນຫາອຸປະຕິເຫດຕາມທ້ອງຖະໜົນ, ອັກຄີໄພ ແລະ ອື່ນໆ ໃຫ້ຫລຸດໜ້ອຍຖອຍລົງ.
  2. ສືບຕໍ່ຈັດຕັ້ງຜັນຂະຫຍາຍ ຜົນຂອງກອງປະຊຸມຄົບຄະນະວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໂດຍສະເພາະ ການປັບປຸງກົງຈັກການຈັດຕັ້ງ, ການປັບປຸງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍລັດຖະກອນ ໃຫ້ສຳເລັດທັນກຳນົດເວລາ; ລວມທັງ ຜົນກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ກັບ ຄະນະປະຈໍາສະພາແຫ່ງຊາດ ຄັ້ງວັນທີ 14 ກຸມພາ 2025 ນະໂຍບາຍການສ້າງໂຄງການພະລັງງານ. ຄຽງຄູ່ກັນນີ້ ກໍ່ກະກຽມຄວາມພ້ອມ ເຂົ້າຮ່ວມກອງປະຊຸມ ສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX.
  3. ສືບຕໍ່ສຸມໃສ່ກະກຽມການສະຫຼອງວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໃຫ້ມີເນື້ອໃນຄວາມໝາຍ ແລະ ເປັນຂະບວນການຟົດຟື້ນ ແຕ່ບົນພື້ນຖານຈິດໃຈປະຢັດມັດ ທະຍັດ.
  4. ສືບຕໍ່ໂຄສະນາເຜີຍແຜ່ ລະບຽບການໃນການຄຸ້ມຄອງບັນຊີເງິນຝາກເງິນຕາຕ່າງປະເທດ ຢູ່ ສປປ ລາວ ໃຫ້ຫຼາຍກວ່າເກົ່າ ເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ສັງຄົມ, ອະທິບາຍໃຫ້ຊັດເຈນ, ສົ່ງເສີມການນຳໃຊ້ເງິນກີບ, ຫລຸດຜ່ອນການແລກປ່ຽນເງິນຕາຕ່າງປະເທດ ຊະຊາຍ ແລະ ເຮັດໃຫ້ການນຳໃຊ້ເງິນຕາຕ່າງປະເທດ ມີຄວາມເປັນລະບຽບຮຽບຮ້ອຍຫລາຍຂື້ນ.
  5. ສືບຕໍ່ເອົາໃຈໃສ່ ສົ່ງເສີມການຜະລິດພາຍໃນ ທີ່ເຮົາມີທ່າແຮງ ເພື່ອສົ່ງອອກໃຫ້ແຂງແຮງກວ່າເກົ່າ, ເພີ່ມມາດຕະການປ້ອງກັນການນໍາເຂົ້າສິນຄ້າເຖື່ອນ, ຈຳກັດການນຳເຂົ້າສິນຄ້າຟູມເຟືອຍ, ສິນຄ້າທີ່ມີທາດເຫຼົ້າ; ຊຸກຍູ້ສົ່ງເສີມການຜະລິດກະສິກໍາເປັນສິນຄ້າ ດ້ວຍການສົ່ງເສີມທາງດ້ານເຕັກນິກວິຊາການ, ທຶນຮອນ ລວມທັງ ສິ່ງອຳນວຍຄວາມສະດວກໃນການຂົນສົ່ງ, ການເຂົ້າເຖິງຕະຫຼາດ ແລະ ການຊຸກຍູ້ການນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ເຂົ້າໃນການຜະລິດເປັນສິນຄ້າ ໃຫ້ຫລາຍຂຶ້ນ.
  6. ສືບຕໍ່ເຈລະຈາດ້ານສຸຂະນາໄມ ພືດ ແລະ ສັດ ກັບປະເທດຄູ່ຄ້າ ໂດຍສະເພາະ ສປ ຈີນ, ສສ. ຫວຽດນາມ ແລະ ປະເທດໄທ ໃຫ້ໄດ້ຫຼາຍປະເພດສິນຄ້າຕື່ມ; ຊຸກຍູ້ການຜະລິດບັນດາສິນຄ້າ ທີ່ໄດ້ມີສັນຍາແລ້ວ ເພື່ອສົ່ງອອກໃຫ້ໄດ້ຫລາຍຂຶ້ນ.
  7. ສືບຕໍ່ສຸມໃສ່ການຄຸ້ມຄອງໂຄງການບໍ່ແຮ່ ໃຫ້ເຂັ້ມງວດກວ່າເກົ່າ ໂດຍລັດຖະບານ ຈະອອກຄຳສັ່ງເພີ່ມຕື່ມອີກ.
  8. ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ ບັນດາຈຸດສຸມຂອງຄະນະສະເພາະກິດ 19/ກມສພ ຕາມການຊີ້ນຳຂອງກົມການເມືອງສູນກາງພັກ ໂດຍສະເພາະສຸມໃສ່ 4 ວຽກໃຫຍ່ ເຊັ່ນ: (1) ສ້າງສະພາບແວດລ້ອມ ໃນການດຶງດູດນັກລົງທຶນ, (2) ຊຸກຍູ້ການຜະລິດພາຍໃນໃຫ້ເຂັ້ມແຂງ ແລະ ຈໍາກັດການນໍາເຂົ້າສິນຄ້າທີ່ຜະລິດໄດ້ຢູ່ພາຍໃນ, ພ້ອມທັງສົ່ງເສີມການຜະລິດເປັນສິນຄ້າ ເພື່ອສົ່ງອອກ ແກ້ໄຂບັນຫາສິນຄ້າເຖື່ອນ, (3) ຈັດຕັ້ງການໂຄສະນາເຜີຍແຜ່ເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງໂຄງສ້າງລາຄາໄຟຟ້າໃໝ່ ໃຫ້ສັງຄົມເຂົ້າໃຈຢ່າງທົ່ວເຖິງ ແລະ ນໍາໃຊ້ໄຟຟ້າຢ່າງປະຢັດ ແລະ (4) ສືບຕໍ່ແກ້ໄຂອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ ຕາມທິດສ້າງໃຫ້ເງິນກີບແຂງຄ່າຂຶ້ນເທື່ອລະກ້າວ ເພື່ອສົ່ງເສີມໃຫ້ສັງຄົມນໍາໃຊ້ເງິນກີບ.
  9. ສືບຕໍ່ສຸມໃສ່ເກັບລາຍຮັບຈາກຖານລາຍຮັບທີ່ມີແລ້ວ ໃຫ້ໄດ້ຄົບຖ້ວນ ແລະ ເກັບຈາກຖານລາຍຮັບໃໝ່ ແຕ່ຕົ້ນປີ ສູ້ຊົນໃຫ້ເປັນປີທຳອິດທີ່ມີລາຍຮັບເກີນດູນ ເປັນຕົ້ນ ສຸມໃສ່ການເກັບລາຍຮັບຕາມຖານທີ່ມີແລ້ວໃຫ້ຄົບຖ້ວນ ດ້ວຍການຫັນໄປສູ່ລະບົບການເກັບລາຍຮັບແບບທັນສະໄໝ.
  10. ສືບຕໍ່ສຸມໃສ່ເກັບກູ້ໜີ້ສິນຈາກ 4 ບໍລິສັດໃຫຍ່ ດ້ວຍຫຼາຍວິທີ ແລະ ມາດຕະການລະອຽດ.
  11. ສຸມໃສ່ຊຸກຍູ້ບັນດາໂຄງການກໍ່ສ້າງເສັ້ນທາງ ເປັນຕົ້ນ ທາງດ່ວນວຽງຈັນ-ຮ່າໂນ້ຍ, ທາງດ່ວນວຽງຈັນ-ບໍເຕັນ ໄລຍະທີ 4, ໂຄງການເສັ້ນທາງເລກທີ 12, ລວມທັງ ສຸມໃສ່ປັບປຸງເສັ້ນທາງເຂົ້າສູ່ສະຖານທີ່ທ່ອງທ່ຽວ. ພ້ອມກັນນັ້ນ ກໍໃຫ້ຮີບຮ້ອນຄົ້ນຄວ້າໄວ ການເກັບລາຍຮັບຈາກການຂົນສົ່ງ ເພື່ອມາສ້ອມແປງເສັ້ນທາງຕ່າງໆ.
  12. ສືບຕໍ່ແກ້ໄຂບັນຫາພາຫະນະນຳເຂົ້າບໍ່ຖືກຕ້ອງ ຢູ່ບັນດາແຂວງທົ່ວປະເທດ ຢ່າງເດັດຂາດ ແລະ ສືບຕໍ່ປະຕິບັດຕາມແຈ້ງການ ສະບັບເລກທີ 221/ຫສນຍ, ລົງວັນທີ 11 ກຸມພາ 2025 ເພື່ອສືບຕໍ່ນໍາໃຊ້ມາດຕະການຈໍາກັດການນໍາເຂົ້າ ຍານພາຫະນະທາງບົກ (ລົດຈິບ, ລົດເກັງ) ທີ່ມີມູນຄ່າ 50,000 ໂດລາ ຂຶ້ນໄປ.
  13. ສືບຕໍ່ຕິດຕາມເຝົ້າລະວັງ, ປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດ ຕາມລະດູການ ທີ່ຈະກະທົບຕໍ່ສຸຂະພາບ, ຊີວິດການເປັນຢູ່ຂອງປະຊາຊົນ.
  14. ສືບຕໍ່ສຸມໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຜົນກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລາວ-ຫວຽດນາມ ແລະ ຜົນຂອງກອງປະຊຸມສຸດຍອດລັດຖະບານໂລກ ທີ່ປະເທດອາເມຣັດອາຣັບ ແລະ ສືບຕໍ່ກະກຽມໃຫ້ແກ່ການນຳຂັ້ນສູງ ຂອງພັກ-ລັດ ທີ່ຈະເດີນທາງໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດ ເປັນຕົ້ນ: ການກະກຽມໃຫ້ທ່ານເລຂາທິການໃຫ່ຍ ໄປຮ່ວມກອງປະຊຸມສາກົນສາກົນ ວ່າດ້ວຍອານາຄົດຂອງອາຊີທີ່ ປະເທດຍີ່ປຸ່ນ, ລັດເຊຍ ແລະ ທ່ານນາຍົກລັດຖະມົນຕີ ໄປຮ່ວມກອງປະຊຸມ ໂບອ່າວ ທີ່ ສປ ຈີນ ແລະ ເຂົ້າຮ່ວມງານວາງສະແດງໂລກ Expo 2025 Osaka ທີ່ປະເທດຍີ່ປຸ່ນ ພ້ອມນີ້ ກະກຽມຕ້ອນຮັບການມາຢ້ຽມຢາມທາງການຂອງຜູ້ນໍາປະເທດເພື່ອນມິດ ຢູ່ ສປປ ລາວ.
ລັດຖະບານ ກຳນົດ 14 ບັນຫາ ສຸມໃສ່ຈັດຕັ້ງປະຕິບັດ ໃນເດືອນມີນາ 2025 - 482016356 1191851462944110 5998030023200908296 n 1024x682 - ລັດຖະບານ ກຳນົດ 14 ບັນຫາ ສຸມໃສ່ຈັດຕັ້ງປະຕິບັດ ໃນເດືອນມີນາ 2025

ພາບຂ່າວ: ກົມປະຊາສຳພັນ ຫສນຍ

ລັດຖະບານ ກຳນົດ 14 ບັນຫາ ສຸມໃສ່ຈັດຕັ້ງປະຕິບັດ ໃນເດືອນມີນາ 2025 - Visit Laos Visit SALANA BOUTIQUE HOTEL - ລັດຖະບານ ກຳນົດ 14 ບັນຫາ ສຸມໃສ່ຈັດຕັ້ງປະຕິບັດ ໃນເດືອນມີນາ 2025
ລັດຖະບານ ກຳນົດ 14 ບັນຫາ ສຸມໃສ່ຈັດຕັ້ງປະຕິບັດ ໃນເດືອນມີນາ 2025 - Visit Laos Visit SALANA BOUTIQUE HOTEL - ລັດຖະບານ ກຳນົດ 14 ບັນຫາ ສຸມໃສ່ຈັດຕັ້ງປະຕິບັດ ໃນເດືອນມີນາ 2025
ລັດຖະບານ ກຳນົດ 14 ບັນຫາ ສຸມໃສ່ຈັດຕັ້ງປະຕິບັດ ໃນເດືອນມີນາ 2025 - 4 - ລັດຖະບານ ກຳນົດ 14 ບັນຫາ ສຸມໃສ່ຈັດຕັ້ງປະຕິບັດ ໃນເດືອນມີນາ 2025
ລັດຖະບານ ກຳນົດ 14 ບັນຫາ ສຸມໃສ່ຈັດຕັ້ງປະຕິບັດ ໃນເດືອນມີນາ 2025 - 5 - ລັດຖະບານ ກຳນົດ 14 ບັນຫາ ສຸມໃສ່ຈັດຕັ້ງປະຕິບັດ ໃນເດືອນມີນາ 2025
ລັດຖະບານ ກຳນົດ 14 ບັນຫາ ສຸມໃສ່ຈັດຕັ້ງປະຕິບັດ ໃນເດືອນມີນາ 2025 - 3 - ລັດຖະບານ ກຳນົດ 14 ບັນຫາ ສຸມໃສ່ຈັດຕັ້ງປະຕິບັດ ໃນເດືອນມີນາ 2025