ອິດສະລາແອນສັງຫານຜູ້ບັນຊາການທະຫານຂອງກຸ່ມຮາມັດໃນເຂດເວສແບງ
March 5, 2025 - 11:00 AM

ກອງທັບອິດສະລາແອນເປີດເຜີຍວ່າ: ກອງທັບສາມາດສັງຫານທ່ານ ເອຊາຣ໌ ອັລ-ຊາດີ ຜູ້ບັນຊາການທະຫານຂອງກຸ່ມຮາມັດໃນເຂດເວສແບງ ໃນການຕໍ່ສູ້ຢູ່ເມືອງເຈນິນ.
ນອກຈາກນີ້, ສະມາຊິກຮາມັດອີກ 1 ຄົນໄດ້ເສຍຊີວິດຈາກການສູ້ຮົບໃນວັນນີ້ເຊັ່ນກັນ. ຂະນະທີ່ອິດສະລາແອນມີການຈັບສະມາຊິກຮາມັດຈໍານວນ 3 ຄົນ.
ກຸ່ມຮາມັດອອກຖະແຫລງການຢືນຢັນການເສຍຊີວິດຂອງທ່ານ ຊາດີ, ແຕ່ຢືນຢັນວ່າສິ່ງນີ້ຈະບໍ່ກະທົບຕໍ່ຄວາມຕັ້ງໃຈໃນການຕໍ່ສູ້ກັບອິດສະລາແອນ.