ທ່ານ ທຣໍາ ຂູ່ເຂດກາຊາມຸ່ນແນ່ນອນ ຖ້າຮາມັດບໍ່ປ່ອຍຕົວປະກັນອິດສະລາແອນທີ່ເຫລືອທັງໝົດ

ປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ຂູ່ວ່າຈະທໍາລາຍເຂດກາຊາເພີ່ມອີກ ຖ້າຕົວປະກັນຊາວອິດສະລາແອນທີ່ເຫລືອທັງໝົດບໍ່ໄດ້ຮັບການປ່ອຍຕົວ ແລະ ຍື່ນຄໍາຂາດໃຫ້ຜູ້ນໍາກຸ່ມຮາມັດອອກຈາກດິນແດນປາແລັສຕິນ.
ທ່ານ ທຣໍາ ກ່າວວ່າ: ທ່ານສົ່ງທຸກຢ່າງທີ່ຈໍາເປັນໃຫ້ອິດສະລາແອນ ເພື່ອເຮັດວຽກໃຫ້ສໍາເລັດ ລວມທັງລັດຖະບານວໍຊິງຕັນເລັ່ງຈັດຫາອາວຸດມູນຄ່າຫລາຍພັນລ້ານໂດລາສະຫະລັດ.
“ປ່ອຍຕົວປະກັນທັງໝົດຕອນນີ້ ແລະ ສົ່ງຄືນສົບຂອງຄົນທີ່ຖືກສັງຫານທັງໝົດໂດຍທັນທີ, ບໍ່ສະນັ້ນ ມຸ່ນແນ່ນອນ. ນີ້ຄືຄໍາເຕືອນຄັ້ງສຸດທ້າຍ ແລະ ສໍາລັບຜູ້ນໍາກຸ່ມຮາມັດ ຕອນນີ້ຄືເວລາທີ່ຕ້ອງອອກຈາກເຂດກາຊາແລ້ວ ໃນຂະນະທີ່ມີໂອກາດ” ທ່ານ ທຣໍາ ກ່າວ.
ນອກຈາກນີ້, ທ່ານ ທຣໍາ ຍັງຊີ້ແຈງຢ່າງຊັດເຈນວ່າ: ການດໍາເນີນງານຈະມີຜົນກະທົບຕໍ່ເຂດກາຊາໂດຍລວມ ພາຍຫລັງປະຊາກອນເກືອບທັງໝົດຕ້ອງອົບພະຍົບອອກຈາກດິນແດນປາແລັສຕິນ ເນື່ອງຈາກປະຕິບັດການທາງທະຫານຢ່າງບໍ່ລົດລະຂອງອິດສະລາແອນ.
ຄວາມຄິດເຫັນຂອງທ່ານ ທຣໍາ ມີຂຶ້ນພາຍຫລັງນາຍົກລັດຖະມົນຕີ ເບັນຈາມິນ ເນທັນຢາຮູ ຜູ້ນໍາອິດສະລາແອນ ກ່າວເຕືອນເຖິງ “ຜົນກະທົບທີ່ບໍ່ອາດຈິນຕະນາການໄດ້” ຖ້າກຸ່ມຮາມັດບໍ່ສົ່ງມອບຕົວປະກັນທີ່ເຫລືອ ເຊິ່ງຖືກຈັບໃນການໂຈມຕີວັນທີ 7 ຕຸລາ 2023.
ຂໍ້ຕົກລົງຢຸດຍິງໄລຍະທໍາອິດຢູ່ເຂດກາຊາສິ້ນສຸດໃນທ້າຍອາທິດຜ່ານມາ ເຊິ່ງສະຖານະການຂ້ອນຂ້າງສະຫງົບ ແລະ ມີການແລກປ່ຽນຕົວປະກັນຊາວອິດສະລາແອນ ກັບນັກໂທດຊາວປາແລັສຕິນທີ່ຖືກກັກຂັງຢູ່ຄຸກຂອງອິດສະລາແອນ ໃນໄລຍະເວລາ 42 ວັນກ່ອນໜ້ານີ້.
ເຖິງວ່າອິດສະລາແອນຕ້ອງການຂະຫຍາຍຂໍ້ຕົກລົງສະຫງົບເສິກໄລຍະທໍາອິດອອກໄປຈົນຮອດກາງເດືອນເມສານີ້, ແຕ່ກຸ່ມຮາມັດຢືນຢັນຈະປ່ຽນຜ່ານສູ່ການຢຸດຍິງໄລຍະທີ່ສອງ ເຊິ່ງຈະນໍາໄປສູ່ການຢຸດສົງຄາມຢ່າງຖາວອນ.
ເຖິງຢ່າງໃດກໍຕາມ, ອິດສະລາແອນເພີ່ມແຮງກົດດັນດ້ວຍການຂົ່ມຂູ່ວ່າຈະຢຸດການສົ່ງສິ່ງຂອງ ແລະ ສະບຽງອາຫານທັງໝົດໄປເຂດກາຊາ ແລະ ຈະໃຊ້ແນວທາງທີ່ແຂງແກ່ນ ເຊິ່ງລັດຖະບານວໍຊິງຕັນຊຸດຜ່ານມາ ຂອງອະດີດປະທານາທິບໍດີ ໂຈ ໄບເດນ ເຄີຍຄັດຄ້ານ.