ກະຊວງການເງິນ ຫາລື ກຽມຄວາມພ້ອມເຮັດວຽກຮ່ວມກັບ ອົງການກວດກາແຫ່ງລັດ

ກະຊວງການເງິນ ຫາລື ກຽມຄວາມພ້ອມເຮັດວຽກຮ່ວມກັບ ອົງການກວດກາແຫ່ງລັດ - 481904776 1710090026279055 2669700986576145196 n - ກະຊວງການເງິນ ຫາລື ກຽມຄວາມພ້ອມເຮັດວຽກຮ່ວມກັບ ອົງການກວດກາແຫ່ງລັດ
ກະຊວງການເງິນ ຫາລື ກຽມຄວາມພ້ອມເຮັດວຽກຮ່ວມກັບ ອົງການກວດກາແຫ່ງລັດ - kitchen vibe - ກະຊວງການເງິນ ຫາລື ກຽມຄວາມພ້ອມເຮັດວຽກຮ່ວມກັບ ອົງການກວດກາແຫ່ງລັດ

ວັນທີ 4 ມີນາ 2025 ກົມກວດກາລັດ ກະຊວງການເງິນ ຈັດກອງປະຊຸມ ປຶກສາຫາລື ແລະ ກະກຽມຄວາມພ້ອມເຮັດວຽກຮ່ວມກັບຄະນະກວດກາ ຈາກອົງການກວດກາແຫ່ງລັດ ໂດຍການເປັນປະທານ ຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ, ມີຫົວໜ້າກົມກວດກາລັດ, ຫົວໜ້າພະແນກການເງິນນະຄອນຫລວງວຽງຈັນ, ຫົວ ໜ້າສ່ວຍສາອາກອນນະຄອນຫລວງວຽງຈັນ ແລະ ຫົວໜ້າສ່ວຍສາອາກອນຈາກ 9 ເມືອງ ຂອງນະຄອນຫລວງວຽງຈັນ ເຂົ້າຮ່ວມ.

ຈຸດປະສົງເພື່ອປຶກສາຫາລື ແລະ ເປັນການກະກຽມຄວາມພ້ອມ ບັນດາເນື້ອໃນກວດກາລວມທັງບັນດາເອກະສານທີ່ກ່ຽວຂ້ອງກັບການກວດກາ ຊຶ່ງອີງຕາມຂໍ້ຕົກລົງ ສະບັບເລກທີ 28/ອກຫລ, ລົງວັນທີ 30 ມັງກອນ 2025 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ ແລະ ໜ່ວຍງານວິຊາການ ກວດກາ ແລະ ເກັບກຳຂໍ້ມູນຖານລາຍຮັບຫົວໜ່ວຍທຸລະກິດ ພາຍໃນ-ຕ່າງປະເທດ ແລະ ລາຍຮັບວິຊາການ ຂອງການບໍລິຫານລັດ ໃນຂອບເຂດທົ່ວປະເທດ ປີ 2023 ແລະ 2024.

ກະຊວງການເງິນ ຫາລື ກຽມຄວາມພ້ອມເຮັດວຽກຮ່ວມກັບ ອົງການກວດກາແຫ່ງລັດ - Visit Laos Visit SALANA BOUTIQUE HOTEL - ກະຊວງການເງິນ ຫາລື ກຽມຄວາມພ້ອມເຮັດວຽກຮ່ວມກັບ ອົງການກວດກາແຫ່ງລັດ
ກະຊວງການເງິນ ຫາລື ກຽມຄວາມພ້ອມເຮັດວຽກຮ່ວມກັບ ອົງການກວດກາແຫ່ງລັດ - Visit Laos Visit SALANA BOUTIQUE HOTEL - ກະຊວງການເງິນ ຫາລື ກຽມຄວາມພ້ອມເຮັດວຽກຮ່ວມກັບ ອົງການກວດກາແຫ່ງລັດ

ຂັ້ນຕອນທຳອິດແມ່ນຈະໄດ້ດໍາເນີນຢູ່ບັນດາກົມທີ່ກ່ຽວຂ້ອງ ຂອງກະຊວງການເງິນ ເປັນຕົ້ນ ກົມພາສີ, ກົມສ່ວຍສາກອນ, ກົມຄຸ້ມຄອງຊັບສິນແຫ່ງລັດ, ກົມງົບປະມານແຫ່ງລັດ, ຄັງເງິນແຫ່ງຊາດ, ກົມຄຸ້ມຄອງໜີ້ສິນສາທາລະນະ, ກົມການເງິນຕ່າງປະເທດ ແລະ ພະແນກການເງິນນະຄອນຫລວງວຽງຈັນ, ສ່ວຍສາອາກອນນະຄອນຫລວງ ແລະ ສ່ວຍສາກອນ 9 ເມືອງຂອງນະຄອນຫລວງວຽງຈັນ, ຊຶ່ງການກວດກາ ແມ່ນເປັນການລົງຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິຂອງສະພາແຫ່ງຊາດ ສະບັບເລກທີ 139/ສພຊ, ລົງວັນທີ 11 ທັນວາ 2024 ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດ ຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ແຜນການ ເຄື່ອນໄຫວວຽກງານ ປະຈຳປີ 2025 ຂອງອົງການກວດກາແຫ່ງລັດ, ຕາມມະຕິຂອງສະພາແຫ່ງຊາດ ສະບັບເລກທີ 140/ສພຊ, ລົງວັນທີ 11 ທັນວາ 2024 ວ່າດ້ວຍການຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2025 ຂອງອົງການກວດສອບແຫ່ງລັດ.

ທ່ານ ພູວົງ ກິດຕະວົງ ມີຄຳເຫັນຊີ້ນຳ ແລະ ເຈາະຈີ້ມບາງບັນຫາ ທີ່ຕິດພັນກັບກອງປະຊຸມ ເປັນຕົ້ນ: ສະຖິຕິການຂຶ້ນແລະ ອອກໃບຢັ້ງຢືນການຊຳລະອາກອນ, ການແຈ້ງ ແລະ ມອບ ພັນທະອາກອນ ຂອງແຕ່ລະຫົວໜ່ວຍທຸລະກິດແລະວິສາຫະກິດ ທັງພາຍໃນ ແລະ ຕ່າງ ປະເທດ, ການຄຸ້ມຄອງຫົວໜ່ວຍທຸລະກິດ ປີ 2023 ແລະ 2024 ຂັ້ນສູນກາງຄຸ້ມຄອງ ແລະ ທ້ອງຖິ່ນ, ຫົວໜ່ວຍເຂົ້າໃນລະບົບອາກອນມູນຄ່າເພີ່ມ, ຫົວໜ່ວຍຖືບັນຊີຕາມກົດໝາຍກຳນົດ, ຫົວໜ່ວຍມອບເໝົາ ແລະ ຈຸນລະວິສາຫະກິດ; ການຄຸ້ມຄອງການຈັດເກັບລາຍຮັບ ຫົວໜ່ວຍທຸລະກິດ ທັງພາຍໃນ-ຕ່າງປະເທດ ແລະ ລາຍຮັບວິຊາການ ຂອງອົງ ການບໍລິຫານລັດ ມີການຄຸ້ມຄອງ ແລະ ສະຫລຸບລາຍງານແນວໃດ.

ທີ່ມາ: ກະຊວງການເງິນ

ກະຊວງການເງິນ ຫາລື ກຽມຄວາມພ້ອມເຮັດວຽກຮ່ວມກັບ ອົງການກວດກາແຫ່ງລັດ - 4 - ກະຊວງການເງິນ ຫາລື ກຽມຄວາມພ້ອມເຮັດວຽກຮ່ວມກັບ ອົງການກວດກາແຫ່ງລັດ
ກະຊວງການເງິນ ຫາລື ກຽມຄວາມພ້ອມເຮັດວຽກຮ່ວມກັບ ອົງການກວດກາແຫ່ງລັດ - 3 - ກະຊວງການເງິນ ຫາລື ກຽມຄວາມພ້ອມເຮັດວຽກຮ່ວມກັບ ອົງການກວດກາແຫ່ງລັດ
ກະຊວງການເງິນ ຫາລື ກຽມຄວາມພ້ອມເຮັດວຽກຮ່ວມກັບ ອົງການກວດກາແຫ່ງລັດ - 5 - ກະຊວງການເງິນ ຫາລື ກຽມຄວາມພ້ອມເຮັດວຽກຮ່ວມກັບ ອົງການກວດກາແຫ່ງລັດ