ສະຫະພັນກະຕໍ້ອາຊີສັ່ງຫ້າມ ຣາດີ້ ເຫດຜິດຮອບສອງເປັນເວລາ 1 ປີ
December 7, 2017 - 6:19 PM


ສະຫະພັນກະຕໍ້ອາຊີ (ASTAF) ສັ່ງຫ້າມ ຣາດີ້ ກຳມະການຊາວສິງກະໂປ ເຫດສະແດງພຶດຕິກຳບໍ່ເໝາະສົມຮອບສອງໃນຮອບໜຶ່ງປີ ເລີ່ມຈາກໃນຊີເກມຄັ້ງຫລ້າສຸດ ເຮັດໃຫ້ນັກກິລາອິນໂດເນເຊຍຍ່າງອອກຈາກສະໜາມ ແລະ ໃຊ້ວາຈາບໍ່ເໝາະສົມກັບກຳມະການຊາວອິນເດຍ ໂດຍຄຳພິພາກສາຂອງ ອັບດຸລ ຮາລິມ ກາເດີ ປະທານສະຫະພັນກະຕໍ້ອາຊີ ສັ່ງຫ້າມ ຣາດີ້ ເປັນເວລາ 1 ປີ ເຊິ່ງຈະເຮັດໃຫ້ໃນກະຕໍ້ຄິງຄັບປີນີ້ຢູ່ປະເທດໄທ ຣາດີ້ ໝົດສິດລົງຕັດສິນ.
ສຳລັບ ໂມຮຳເໝັດ ຣາດີ້ ບິນ ເຊມີ ຜູ້ຕັດສິນຂອງສະຫະພັນກະຕໍ້ອາຊີ (ASTAF) ເປັນຊາວສິງກະໂປ ຖືເປັນຜູ້ຕັດສິນຮຸ້ນອາວຸໂສທີ່ຕັດສິນກິລາກະຕໍ້ລະດັບໃຫຍ່ມາແລ້ວຫລາຍລາຍການ ແລະ ເປັນອີກໜຶ່ງຜູ້ຮ່ວມຮ່າງກະຕິກາກິລາກະຕໍ້ໃນຍຸກປັດຈຸບັນນຳອີກ.