ອາຊີກຽມຂຶ້ນແທ່ນຜູ້ນໍາລະດັບໂລກດ້ານເຕັກໂນໂລຊີສີຂຽວ

ລາຍງານຈາກກອງປະຊຸມອາຊີໂປອາວ (Boao Forum for Asia – BFA) ທີ່ເຜີຍແຜ່ໃນວັນທີ 25 ມີນາ ລະບຸວ່າ: ອາຊີກໍາລັງກ້າວໜ້າຢ່າງວ່ອງໄວໃນດ້ານເຕັກໂນໂລຊີສີຂຽວເກີດໃໝ່ ໂດຍເປັນຜູ້ນໍາທີ່ມີປະສິດທິພາບໃນດ້ານວັດສະດຸແບດເຕີຣີຂັ້ນສູງ, ປລາສຕິກທີ່ຍ່ອຍສະຫລາຍໄດ້ ແລະ ອື່ນໆ ໂດຍໄດ້ຮັບແຮງສະໜັບສະໜູນຈາກປະສິດທິພາບທາງອຸດສາຫະກໍາທີ່ແຂງແກ່ນ ແລະ ການສະໜັບສະໜູນດ້ານນະໂຍບາຍ.
ສໍານັກຂ່າວຊິນຮົວລາຍງານວ່າ: ລາຍງານດັ່ງກ່າວທີ່ມີຊື່ວ່າ: “ການພັດທະນາແບບຍືນຍົງ: ລາຍງານປະຈໍາປີ 2025 ຂອງອາຊີ ແລະ ໂລກ — ການຮັບມືຕໍ່ການປ່ຽນແປງສະພາບອາກາດ: ອາຊີສູ່ແນວທາງສີຂຽວ” (Sustainable Development: Asia and the World Annual Report 2025 – Addressing Climate Change: Asia Going Green) ເຊິ່ງເນັ້ນເຖິງຄວາມກ້າວໜ້າຂອງພາກພື້ນໃນດ້ານພະລັງງານໝູນວຽນ.
ລາຍງານລະບຸວ່າ: ປັດຈຸບັນຈີນຈັດຫາແຫລ່ງພະລັງງານໃໝ່ 85% ຈາກພະລັງງານໝູນວຽນ. ຂະນະທີ່ອິນໂດເນເຊຍ ແລະ ສິງກະໂປເປັນຜູ້ນໍາໃນຄວາມພະຍາຍາມດ້ານການດັກຈັບ ແລະ ກັກເກັບກາກບອນ.
ຈີນ, ຍີ່ປຸ່ນ ແລະ ສ.ເກົາຫລີ ຄອງສ່ວນແບ່ງໃນຕ່ອງໂສ້ອຸປະທານໂລກສໍາລັບເຕັກໂນໂລຊີແບັດເຕີຣີລິທຽມ ເຊິ່ງເປັນຕົວຂັບເຄື່ອນສໍາຄັນຂອງການໃຊ້ພະລັງງານໄຟຟ້າໃນການຂົນສົ່ງ.
ຂະນະດຽວກັນ, ຈີນຍັງເປັນຜູ້ນໍາຂອງອຸດສາຫະກໍາໄຮໂດຣເຈນສີຂຽວທີ່ກໍາລັງຂະຫຍາຍຕົວຂອງອາຊີ ໂດຍພາກພື້ນນີ້ມີສ່ວນແບ່ງເກືອບ 70% ຂອງກໍາລັງການຜະລິດເຄື່ອງເອເລັກໂທໄລເຊີໄຮໂດຣເຈນຂອງໂລກ.
ນອກຈາກນີ້, ລາຍງານຍັງເປີດເຜີຍອີກວ່າ: ປະເທດທີ່ປ່ອຍມົນລະພິດລາຍໃຫຍ່ທີ່ສຸດຂອງອາຊີໄດ້ແກ່ຈີນ, ອິນເດຍ, ອິນໂດເນເຊຍ, ຍີ່ປຸ່ນ ແລະ ຊາອຸດິອາຣະບີ ໄດ້ກໍານົດເປົ້າໝາຍດ້ານສະພາບອາກາດທີ່ທ້າທາຍ.
ທັງນີ້, ອາຊີມີບົດບາດສໍາຄັນໃນການບັນເທົາການປ່ຽນແປງສະພາບອາກາດ ເນື່ອງຈາກເປັນທີ່ຢູ່ອາໄສຂອງປະຊາກອນກວ່າເຄິ່ງໜຶ່ງຂອງໂລກ, ສ້າງ GDP ປະມານເຄິ່ງໜຶ່ງຂອງໂລກ ແລະ ປ່ອຍແກັສກາກບອນຫລາຍກວ່າເຄິ່ງໜຶ່ງຂອງການປ່ອຍທົ່ວໂລກ.