9 ເຕັກນິກສອນລູກໝັ້ນໃຈ ແລະ ຮັບຜິດຊອບ
December 10, 2017 - 12:42 PM

ກ້າຕັດສິນໃຈ, ກ້າສະແດງອອກ, ກ້າເຮັດສິ່ງຕ່າງໆ ເປັນຄຸນລັກສະນະຂອງເດັກທີ່ມີຄວາມເຊື່ອໝັ້ນໃນຕົວເອງ ຫຼື ເອີ້ນວ່າ Self Confidence ເດັກນ້ອຍຈະມີລັກສະນະດ້ານການເພິ່ງຕົວເອງ, ມີຄວາມຮັບຜິດຊອບໃນໜ້າທີ່ທີ່ໄດ້ຮັບມອບໝາຍທັງວຽກເຮືອນ ແລະ ວຽກໃນໂຮງຮຽນ, ປັບຕົວເຂົ້າກັບສະຖານະການໃຫມ່ໆໃນສັງຄົມໄດ້ດີ ພໍ່ແມ່ຄວນສົ່ງເສີມ ແລະ ປູກຝັງເລື່ອງຄວາມຮັບຜິດຊອບໃຫ້ລູກຕັ້ງແຕ່ໄວອານຸບານ.
- ເປີດໂອກາດໃຫ້ລູກໄດ້ເຮັດກິດຈະກໍາທີ່ມັກ
- ເຄື່ອນໄຫວຮ່າງກາຍຕາມຈິນຕະນາການ: ເພາະເດັກນ້ອຍໄວອະນຸບານມັກຟັງການເລົ່ານິທານ ຈະເຫັນວ່າຖ້າພໍ່ແມ່ເລົ່ານິທານໃຫ້ຟັງ ແລ້ວໃຫ້ເດັກຈິນຕະນາການດ້ວຍການເຮັດທ່າທີ ແລະ ເຄື່ອນໄຫວຕາມທີ່ເດັກຈິນຕະນາການ.
- ໃຫ້ຮັບຜິດຊອບວຽກເຮືອນ: ການຊ່ວຍເຮັດວຽກເຮືອນຈະເປັນການສົ່ງເສີມທັກສະຕ່າງໆການໃຊ້ມື ທັກສະການເຄື່ອນໄຫວ ແລະ ເປັນການຝຶກໃຫ້ເດັກເລີ່ມມີຄວາມຮັບຜິດຊອບ ຄວນໃຫ້ລູກຊ່ວຍວຽກຫຍັງກໍໄດ້ທີ່ລູກເຮັດໄດ້ດ້ວຍຄວາມເຕັມໃຈ.
- ສອນລູກໃຫ້ຮູ້ຈັກອົດອອມ ເພື່ອຊື້ສິ່ງຂອງທີ່ຢາກໄດ້ດ້ວຍຕົວເອງ.
- ຍ້ອງຍໍທຸກຄັ້ງເມື່ອລູກເຮັດດີ ເພື່ອເປັນກໍາລັງໃຈໃຫ້ລູກເຮັດດີຕໍ່ໄປ.
- ເກັບມ້ຽນເຄື່ອງໃຊ້ໃຫ້ເປັນລະບຽບ: ຂອງກິນ, ເຄື່ອງໃຊ້ໃນເຮືອນ ເປັນສິ່ງທີ່ແມ່ຈະຕ້ອງໄປຊື້ຢູ່ເປັນປະຈໍາ ຊວນລູກຈົດລາຍການເຄື່ອງທີ່ຈະຕ້ອງຊື້ ເມື່ອກັບມາຮອດເຮືອນໃຫ້ລູກເປັນຄົນເກັບມ້ຽນເປັນລະບຽນ ໃຫ້ລູກມີໜ້າທີ່ຮັບຜິດຊອບໃນການເບິ່ງແຍງ ເບິ່ງວ່າອັນໃດຊິໝົດ ແລະ ອັນໃດຄວນເກັບມ້ຽນໄວ້ບ່ອນໃດ.
- ເມື່ອລູກເຮັດຜິດແລ້ວກ້າຍອມຮັບ ພໍ່ແມ່ຕ້ອງສະແດງຄວາມຊື່ນຊົມທີ່ເຂົາເປັນເດັກທີ່ມີຄວາມກ້າຫານ ແລະ ຮັບຜິດຊອບຕໍ່ການກະທໍາດັ່ງກ່າວ ຫາກເຮັດຜິດ ແລະ ກ້າຮັບຜິດຊອບ ແຕ່ພໍ່ແມ່ດ່າກໍຈະບໍ່ຍອມຮັບຄວາມຜິດໃນຄັ້ງຕໍ່ໄປເພາະຢ້ານ.
- ສົ່ງເສີມໃຫ້ລູກມີບົດບາດເປັນຜູ້ນໍາ ແລະ ຜູ້ຕາມ ພໍ່ແມ່ລອງໃຫ້ລູກເປັນນັກຄິດ ແລະ ນັກຕັດສິນໃຈຈາກເລື່ອງງ່າຍໆໃກ້ຕົວ ເຊັ່ນ: ເລືອກໜັງສື, ເຄື່ອງນຸ່ງ ຫຼື ອຸປະກອນຕ່າງໆຂອງຕົວເອງ ເມື່ອໃຫຍ່ຂຶ້ນໃຫ້ລູກຕັດສິນໃຈເລື່ອງທີ່ຍາກຂຶ້ນ.
- ຊ່ວຍລູກພັດທະນາທັກສະ ແລະ ກ້າມຊີ້ນສ່ວນຕ່າງໆ ເຊັ່ນ: ໃຫ້ລູກເລືອກວ່າຈະເຮັດອາຫານຫຍັງແດ່ ໂດຍມີແມ່ເປັນຜູ້ຊ່ວຍແນະນໍາວ່າສານອາຫານຊະນິດໃດທີ່ລູກຄວນກິນ ເພາະຖືກຫຼັກໂພຊະນາການຕາມອາຍູຂອງລູກ.