ຍີ່ປຸ່ນ​ຢືນຢັນ​ຈະ​ເປັນ​ຄູ່​ຮ່ວມພັດທະນາ​ທີ່​ດີ​ຂອງ​ລາວ

- IMG 0816 - ຍີ່ປຸ່ນ​ຢືນຢັນ​ຈະ​ເປັນ​ຄູ່​ຮ່ວມພັດທະນາ​ທີ່​ດີ​ຂອງ​ລາວ
- kitchen vibe - ຍີ່ປຸ່ນ​ຢືນຢັນ​ຈະ​ເປັນ​ຄູ່​ຮ່ວມພັດທະນາ​ທີ່​ດີ​ຂອງ​ລາວ

​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ​ວັນ​ຄ້າຍ​ວັນ​ປະສູດ​ຂອງ​ສົມ​ເດັດ​ພະ​ເຈົ້າ​ຈັກກະພັດ ທ່ານ ອາ​ກິ​ຮີ​ໂຕະ ຄົບ​ຮອບ 84 ພັນ​ສາ, ​ໃນວັນ​ທີ 7 ທັນວາ​ນີ້, ​ທີ່​ເຮືອນ​ພັກ​ຂອງ​ທ່ານ​ເອກ​ອັກຄະ​ລາຊະທູດ​ ທີ່ນະຄອນຫລວງ​ວຽງ​ຈັນ, ​ໃນ​ງານ​ລ້ຽງ​ດັ່ງກ່າວ, ທ່ານ​ ທາ​ເຄຊິ ຮິ​ຄິຮາຣະ ​ເອກ​ອັກຄະລາຊະທູດ​ຍີ່ປຸ່ນ​ ປະຈຳ​ລາວ ໄດ້​ຍ້ອນ​ເບິ່ງ​ຄືນ​ເຖິງ​ສາຍ​ພົວພັນ​ ​ລາວ-ຍີ່ປຸ່ນ, ຊຶ່ງ​ໃນ​ປີ​ນີ້, ທັງ​ສອງ​ປະ​ເທດ​ກໍ​ໄດ້​ມີ​ການ​ຍົກ​ລະດັບ​ສາຍພົວພັນມາ​ເປັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ, ​ໂດຍ​ກ່າວ​ເຖິງ​ການແລກປ່ຽນ​ຢ້ຽມຢາມ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງປະເທດ, ​ໂດຍ​ສະ​ເພາະ​ການ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ ​ໃນ​ເດືອນ​ມີ​ຖຸນາ​ຜ່ານ​ມາ​ນີ້, ທ່ານ​ໄດ້​ກ່າວ​ເຖິງ​ຄວາມ​ຄືບ​ໜ້າ​ຂອງ​ແຜນ​ຮ່ວມ​ມື​ເພື່ອ​ການ​ພັດທະນາ​ລາວ-ຍີ່ປຸ່ນຄື: ການຊ່ວຍ​ເຫລືອ​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເງິນ, ​ໂຄງການ​ຂະຫຍາຍອາຄານ​ຜູ້​ໂດຍສານ​ສະໜາມ​ບິນ​ສາກົນ​ວັດ​​ໄຕ ​ແລະ ການ​ເກັບ​ກຳ​ຂໍ້​ມູນ​ເພື່ອ​ຍົກ​ລະດັບ​ການ​ເຊື່ອມ​ຈອດ​ລະຫວ່າງ​ຮ່າ​ໂນ​ຍ ​ແລະ ນະຄອນ ຫລວງ​ວຽງ​ຈັນ, ນອກ​ນີ້ ທ່ານ​ທູດ​ຍັງ​ຢືນຢັນ​ຈະ​ເປັນ​ຄູ່​ຮ່ວມ​ທີ່​ດີ ​ແລະ ຊ່ວຍ​ເຫລືອ​ດ້ານ​ຕ່າງໆ​ໃຫ້ຫລາຍຂຶ້ນ.- IMG 0812 - ຍີ່ປຸ່ນ​ຢືນຢັນ​ຈະ​ເປັນ​ຄູ່​ຮ່ວມພັດທະນາ​ທີ່​ດີ​ຂອງ​ລາວ

ຂະນະ​ດຽວ​ກັນ, ທ່ານ​ທູດ​ຍັງ​ໄດ້​ມອບ​ລາງວັນ​ໃຫ້ 4 ທ່ານທີ່ມີ​ຜົນງານ​​ປະກອບ ສ່ວນ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ ​ແລະ ມິດຕະພາບ​ລະຫວ່າງຍີ່ປຸ່ນ ​ແລະ ສປປ ລາວຄື:  ທ່ານນາງ ຈັນທະ​ສອນ ອິນ​ທະ​ວົງ ຜູ້​ອາ​ໄສ​ຢູ່​ປະ​ເທດ​ຍີ່ປຸ່ນ​ໄລຍະ​ຍາວ ທີ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ເຜີຍ​ແຜ່​ສິລະ​ປະການ​ຕ່ຳ​ຜ້າ​ພື້ນ​ເມືອງ​ລາວ​ ​ແລະ ການ​ກໍ່​ຕັ້ງ​ສູນ​ຝຶກ​ອົບຮົມ​ວິຊາ​ຊີບ​ຫ້ວຍ​ຫົງ ​ເພື່ອ​ພັດທະນາ​ສັກກະ​ຍະ​ພາບ​ແມ່ຍິງ​ລາວ;  ທ່ານ​ນາງ ຊາ​ຈິ​ໂກະ ​ໂທ​ມິ​ນາ​ກະ ຜູ້​ກໍ່​ຕັ້ງ ແລະ ຕົວແທນຈາກອົງການທີ່ບໍ່ສັງກັດລັດຖະບານທີ່ມີ ຊື່ວ່າ: IV Japan, ​ໂດຍ​ທ່ານ​ໄດ້​ຊ່ວຍ​ເຫລືອ​ການ​ຝຶກອົບຮົມ​ຕ່າງໆ​ບໍ່​ວ່າ​ຈະ​ເປັນ​ການ​ເສີມ​ສວຍ, ການ​ເຮັດ​ອາຫານ, ການ​ຕ່ຳຫູກ​ໃຫ້​ນັກຮຽນ​ລາວ, ສາມ​ສືບ​ປີ​ທີ່ຜ່ານ​ມາ​ນີ້, ມີ​ນັກຮຽນ​ຈຳນວນ​ຫລາຍ​ກວ່າ 2.000 ຄົນ​ຈົບ​ຈາກ​ສູນ​ຝຶກ​ອົບຮົມ​ດັ່ງກ່າວ;  ທ່ານ ຫານ​ຊະນະ ​ສີ​ສານ ປະທານ​ສະມາຄົມ​ຫັດຖະກຳ, ​ໂດຍ​ທ່ານ​ໄດ້​ຮ່ວມ​ມື​ກັບ​ນັກ​ອອກ​ແບບ​ປະ​ເທດ​ຍີ່ປຸ່ນ​ໃນ​ການ​ອອກ​ແບບ​ລາຍ​ຜ້າ​ລາວ ​ແລະ ​ເຜີຍ​ແຜ່​ຄວາມ​ງາມ ​ແລະ ຄວາມ​ຫລາກ​ຫລາຍ​ຂອງ​ຜົນງານ​ຫັດຖະກຳ​ລາວ​ໃຫ້​ແກ່​ຄົນ​ຍີ່​ປຸ່ນ ​ແລະ ທ່ານ​ນາງ ຄິ​ໂຢ​ໂກະ ຢາ​ຊຸ​ອິ ຕົວ​ແທນ​ຈາກ​ອົງການ​ກອງ​ທຶນ​ຫໍສະ​ໝຸດ ​ເພື່ອ​ເດັກ​ນ້ອຍ​ລາວ​ທີ່​ອາ​ໄສ​ຢູ່​ເຂດ​ພູ​ສູງ ​ແລະ ຍັງ​ໄດ້​ປະກອບສ່ວນ​​ເຂົ້າ​ສູ່​ກິດຈະກຳ​ການ​ເລົ່າ​ເລື່ອງ ​ແລະ ນິທານພື້ນ​ບ້ານ​ຂອງ​ຊົນ​ເຜົ່າ​ມົ້ງ ​ແລະ ພິມ​ປຶ້ມ​ກ່ຽວ​ກັບ​ວັດທະນະທຳ​ລາວ ​ແລະ ຊົນ​ເຜົ່າ​ມົ້ງອີກ​ດ້ວຍ.- IMG 0816 - ຍີ່ປຸ່ນ​ຢືນຢັນ​ຈະ​ເປັນ​ຄູ່​ຮ່ວມພັດທະນາ​ທີ່​ດີ​ຂອງ​ລາວ

- Visit Laos Visit SALANA BOUTIQUE HOTEL - ຍີ່ປຸ່ນ​ຢືນຢັນ​ຈະ​ເປັນ​ຄູ່​ຮ່ວມພັດທະນາ​ທີ່​ດີ​ຂອງ​ລາວ
- Visit Laos Visit SALANA BOUTIQUE HOTEL - ຍີ່ປຸ່ນ​ຢືນຢັນ​ຈະ​ເປັນ​ຄູ່​ຮ່ວມພັດທະນາ​ທີ່​ດີ​ຂອງ​ລາວ
- 5 - ຍີ່ປຸ່ນ​ຢືນຢັນ​ຈະ​ເປັນ​ຄູ່​ຮ່ວມພັດທະນາ​ທີ່​ດີ​ຂອງ​ລາວ
- 3 - ຍີ່ປຸ່ນ​ຢືນຢັນ​ຈະ​ເປັນ​ຄູ່​ຮ່ວມພັດທະນາ​ທີ່​ດີ​ຂອງ​ລາວ
- 4 - ຍີ່ປຸ່ນ​ຢືນຢັນ​ຈະ​ເປັນ​ຄູ່​ຮ່ວມພັດທະນາ​ທີ່​ດີ​ຂອງ​ລາວ
  • 1097 Posts
  • 0 Comments
iLike/LPN/20