ນາຍົກຊີ້ນໍາຫລາຍບັນຫາໃຫ້ສະມາຊິກລັດຖະບານເອົາໃຈໃສ່

ໃນໂອກາດເປັນປະທານກອງປະຊຸມລັດຖະບານປະຈໍາເດືອນພະຈິກຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເມື່ອທ້າຍອາທິດຜ່ານມານີ້, ທ່ານໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານເອົາໃຈໃສ່ວຽກງານຈຸດສຸມໃນເດືອນທັນວາຄື: ສືບຕໍ່ຮັກສາຄວາມສະຫງົບ ແລະ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ໂດຍສະເພາະເພີ່ມທະວີການແກ້ໄຂບັນຫາຢາເສບຕິດ, ການລັກລອບເຂົ້າເມືອງ ແລະ ເຄື່ອນໄຫວທໍາມາຫາກິນແບບຜິດກົດໝາຍຂອງຊາວຕ່າງປະເທດ, ບັນຫາອຸປະຕິເຫດ ແລະ ປາກົດການທີ່ບໍ່ດີຕ່າງໆໃຫ້ແກ້ໄຂຢ່າງເດັດຂາດເຂັ້ມງວດ, ສືບຕໍ່ສູ້ຊົນຈັດຕັ້ງປະຕິບັດຄາດໝາຍດ້ານລາຍຮັບ-ລາຍຈ່າຍງົບປະມານ, ໂດຍໃຫ້ຮີບຮ້ອນກວດຄືນ ແລະ ນໍາໃຊ້ມາດຕະການທີ່ເລັ່ງດ່ວນສອດຄ່ອງຕາມລະບຽບກົດໝາຍ, ລວມເຖິງການແກ້ໄຂໜີ້ສີນ ແລະ ອວ່າຍໜີ້ 3 ແຈ ແລະ ວຽກງານທີ່ຄ້າງຄາອື່ນໆ, ສືບຕໍ່ເອົາໃຈໃສ່ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ, ໂດຍສະເພາະເອົາໃຈໃສ່ຕິດຕາມ ແລະ ຄຸ້ມຄອງການຂາດດຸນງົບປະມານໃຫ້ຢູ່ໃນລະດັບທີ່ສະພາແຫ່ງຊາດກໍານົດ, ຄຸ້ມຄອງອັດຕາແລກປ່ຽນໃຫ້ສະຫງົບ ແລະ ໝັ້ນທ່ຽງ, ລາຄາສີນຄ້າ, ການນໍາເຂົ້າສີນຄ້າໃຫ້ຖືກລະບຽບການ, ເຂັ້ມງວດກວດກາ ແລະ ປະຕິບັດມາດຕະການເດັດຂາດຕໍ່ຜູ້ລັກລອບນໍາເຂົ້າ ແລະ ກະທໍາຜິດອື່ນໆ, ໄປຄຽງຄ່ກັບການສ້າງສະພາບແວດລ້ອມອໍານວຍ ເພື່ອສົ່ງເສີມການລົງທຶນ ແລະ ການເຄື່ອນໄຫວທຸລະກິດໃຫ້ຫລາຍຂຶ້ນ, ສືບຕໍ່ແກ້ໄຂຂອດອຸດຕັນໃຫ້ທະລຸໂລ່ງ,ໂປ່ງໃສ ແລະ ນໍາໃຊ້ກົນໄກການລົງທຶນຜ່ານປະຕູດຽວໃຫ້ກວ້າງຂວາງໃນທົ່ວປະເທດ, ສືບຕໍ່ຕິດຕາມການອໍານວຍຄວາມສະດວກ ແລະ ແກ້ໄຂບັນຫາທີ່ຕິດພັນກັບໂຄງການລົງທຶນ ແລະ ໂຄງການພັດທະນາຂະໜາດໃຫຍ່ ເຊັ່ນ: ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ໂຄງການພະລັງງານ-ບໍ່ແຮ່, ເຂດເສດຖະກິດພິເສດ ແລະ ສະເພາະ ເພື່ອໃຫ້ມີປະສິດທິຜົນ ແລະ ຫລຸດຜ່ອນການສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ກິກຽມຊຸກຍູ້ການຜະລິດລະດູແລ້ງໃຫ້ທັນລະດູການ ເປັນຕົ້ນ: ການສະໜອງແນວພັນ, ສະໜອງນໍ້າເຂົ້າເນື້ອທີ່ການຜະລິດ, ການຊ່ວຍເຫລືອດ້ານເຕັກນິກວິຊາການ, ເຝົ້າລະວັງ ແລະ ປ້ອງກັນພະຍາດຕາມລະດູການຕ່າງໆ, ສືບຕໍ່ເພີ່ມທະວີການຕິດຕາມກວດກາແກ້ໄຂສະພາບຫຍໍ້ທໍ້ຕ່າງໝໃນກົງຈັກການຈັດຕັ້ງ ແລະ ຖັນແຖວພະນັກງານ-ລັດຖະກອນ ເພື່ອຮັບປະກັນໃຫ້ການປະຕິບັດໜ້າທີ່ມີຄວາມວ່ອງໄວ, ໂປ່ງໃສ ແລະ ມີປະສິດທິຜົນສູງ ແລະ ຫລຸດຜ່ອນການໄປເຄື່ອນໄຫວວຽກງານຕ່າງປະເທດທີ່ບໍ່ຈໍາເປັນ ແລະ ສືບຕໍ່ເອົາໃຈໃສ່ໂຄສະນາເຜີຍແຜ່ກ່ຽວກັບການເປັນເຈົ້າພາບທີ່ດີໃນປີທ່ອງທ່ຽວລາວ 2018 ຢ່າງກວ້າງຂວາງທົ່ວເຖິງ, ໂດຍສຸມໃສ່ຄົ້ນຄວ້ານໍາໃຊ້ທ່າແຮງບົ່ມຊ້ອນທີ່ປະເທດເຮົາມີ, ປັບປຸງ ແລະ ໂຄສະນາສະຖານທີ່ທ່ອງທ່ຽວ, ປັບປຸງຂອດບໍລິການໃຫ້ສະດວກວ່ອງໄວ, ແກ້ໄຂສິ່ງອັດຕັນ ແລະ ປ້ອງກັນຄວາມສ່ຽງດ້ານຕ່າງໆເພື່ອດຶງດູດນັກທ່ອງທ່ຽວໃຫ້ນັບມື້ຫລາຍຂຶ້ນ. ພ້ອມກັນນັ້ນກໍໃຫ້ສົ່ງເສີມການມີສ່ວນຮ່ວມຂອງປະຊາຊົນ, ການຮ່ວມມືລະຫວ່າງພາກລັດ ແລະ ທຸລະກິດ, ສົ່ງເສີມແນວຄິດລາວທ່ຽວລາວໃຫ້ເປັນຂະບວນກວ້າງຂວາງ ເພື່ອຫລຸດຜ່ອນການຮົ່ວໄຫລຂອງເງິນຕາອອກນອກປະເທດ, ສູ້ຊົນເຮັດໃຫ້ປີທ່ອງທ່ຽວເປັນເຄື່ອງມືທີ່ມີປະສິດທິຜົນໃນການກະຕຸ້ນເສດຖະກິດຂອງປະເທດເຮົາໃຫ້ຂະຫຍາຍຕົວເກີນຕົວເລກຄາດໝາຍວາງໄວ້.