ເກີດການປະທ້ວງທົ່ວສະຫະລັດຄັ້ງໃຫຍ່ ຕໍ່ຕ້ານປະທານາທິບໍດີ ໂດນັລ ທຣໍາ

- 489959782 1001838628796599 9189940366059500643 n - ເກີດການປະທ້ວງທົ່ວສະຫະລັດຄັ້ງໃຫຍ່ ຕໍ່ຕ້ານປະທານາທິບໍດີ ໂດນັລ ທຣໍາ
- kitchen vibe - ເກີດການປະທ້ວງທົ່ວສະຫະລັດຄັ້ງໃຫຍ່ ຕໍ່ຕ້ານປະທານາທິບໍດີ ໂດນັລ ທຣໍາ

ສໍານັກຂ່າວຕ່າງປະເທດລາຍງານວັນທີ 6 ເມສາ 2025 ຜ່ານມາ ຜູ້ປະທ້ວງຫລາຍພັນຄົນ ອອກມາໂຮມຕົວກັນທີ່ນະຄອນຫລວງວໍຊິງຕັນ ແລະ ເມືອງອື່ນໆທົ່ວສະຫະລັດອາເມລິກາ ນຳໂດຍກຸ່ມເຄື່ອນໄຫວເພື່ອປະຊາທິປະໄຕ ເພື່ອປະທ້ວງປະທານາທິບໍດີ ໂດນັລ ທຣໍາ ແລະ ຄູ່ຮ່ວມອຸດົມການ ໃນການປະຕິຮູບລັດຖະບານ ແລະ ຂະຫຍາຍອໍານາດຂອງປະທານາທິບໍດີ.

ຕາມການລາຍງານ ມີກຸ່ມເຄື່ອນໄຫວປະມານ 150 ກຸ່ມ ທີ່ລົງທະບຽນເຂົ້າຮ່ວມ ມີການປະທ້ວງທົ່ວ 50 ລັດ ລວມທັງການາດາ ແລະ ແມັກຊິໂກ ໂດຍການໂຮມຊຸມນຸມ ແລະ ເດີນຂະບວນຫລາຍກວ່າ 1,400 ຈຸດ.

ການປະທ້ວງຄັ້ງໃຫຍ່ນີ້ມີຊື່ວ່າ “Hand Off!” ຫລື ການ “ບໍ່ກ້າວກ່າຍ” ໂດຍສະແດງຄວາມບໍ່ພໍໃຈຕໍ່ການບໍລິຫານປະເທດ ແລະ ນະໂຍບາຍຕ່າງໆ ຂອງທ່ານ ທຣໍາ ນັບແຕ່ນະໂຍບາຍທາງສັງຄົມໄປຈົນຮອດເສດຖະກິດ.

ສ່ວນທາງດ້ານປະທານາທິບໍດີ ໂດນັລ ທຣໍາ ໄດ້ອອກມາໂພສຂໍ້ຄວາມຜ່ານ Truth ໂດຍລະບຸໃຫ້ປະຊາຊົນລຸກຂຶ້ນຕໍ່ສູ້ກັບບັນຫາທີ່ວຸ້ນວາຍທາງເສດຖະກິດ ທີ່ເກີດຈາກມາດຕະການທາງພາສີ ພ້ອມກັບໃຫ້ຄໍາໝັ້ນສັນຍາວ່າຈະໃຫ້ຜົນທີ່ຄາດບໍ່ເຖິງເປັນຄັ້ງປະຫວັດສາດຈາກສິ່ງທີ່ເອີ້ນວ່າ: ການປະຕິວັດທາງເສດຖະກິດ.

- 3 - ເກີດການປະທ້ວງທົ່ວສະຫະລັດຄັ້ງໃຫຍ່ ຕໍ່ຕ້ານປະທານາທິບໍດີ ໂດນັລ ທຣໍາ
- 4 - ເກີດການປະທ້ວງທົ່ວສະຫະລັດຄັ້ງໃຫຍ່ ຕໍ່ຕ້ານປະທານາທິບໍດີ ໂດນັລ ທຣໍາ
- 5 - ເກີດການປະທ້ວງທົ່ວສະຫະລັດຄັ້ງໃຫຍ່ ຕໍ່ຕ້ານປະທານາທິບໍດີ ໂດນັລ ທຣໍາ