ບຸນປີໃໝ່ລາວ ມື້ສຸດທ້າຍທົ່ວປະເທດ ມີອຸປະຕິເຫດເກີດຂຶ້ນ 44 ຄັ້ງ ມີຜູ້ເສຍຊີວິດ 1 ຄົນ
April 17, 2025 - 2:04 PM


ກົມຕຳຫລວດຈະລາຈອນ ລາຍງານວ່າ: ວັນທີ 16 ເມສາ 2025 ທົ່ວປະເທດ ມີອຸປະຕິເຫດເກີດຂຶ້ນທັງໝົດ 44 ຄັ້ງ, ພາຫະນະເປ່ເພ 75 ຄັນ, ມີຜູ້ໄດ້ຮັບບາດເຈັບ 89 ຄົນ, ໃນນັ້ນ, ເຈັບສາຫັດ 11 ຄົນ, ເຈັບສົມຄວນ 31 ຄົນ, ເຈັບເລັກໜ້ອຍ 47 ຄົນ ແລະ ເສຍຊີວິດ 1 ຄົນ.
ແຂວງທີ່ເກີດອຸປະຕິເຫດ: ນະຄອນຫລວງວຽງຈັນ 2 ຄັ້ງ ເສຍຊີວິດ 1 ຄົນ, ຜົ້ງສາລີ 1 ຄັ້ງ, ອຸດົມໄຊ 4 ຄັ້ງ, ຫລວງນ້ຳທາ 3 ຄັ້ງ, ບໍ່ແກ້ວ 2 ຄັ້ງ, ໄຊຍະບູລີ 2 ຄັ້ງ, ຫລວງພະບາງ 3 ຄັ້ງ, ຫົວພັນ 1 ຄັ້ງ, ວຽງຈັນ 9 ຄັ້ງ, ຄຳມ່ວນ 2 ຄັ້ງ, ຈຳປາສັກ 10 ຄັ້ງ, ເຊກອງ 1 ຄັ້ງ, ອັດຕະປື 4 ຄັ້ງ.