ທ່ານ ທຣໍາ ລັງເລຈະເດີນໜ້າຂຶ້ນພາສີສິນຄ້າຈີນຕໍ່ ຫລັງການຄ້າອາເມລິກາ-ຈີນຢຸດສະງັກ

ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ເປີດເຜີຍວ່າ: ຕົນຮູ້ສຶກລັງເລຈະເດີນໜ້າຂຶ້ນພາສີສິນຄ້າຈີນຕໍ່ໄປ ພ້ອມສົ່ງສັນຍານການເປັນໄປໄດ້ວ່າອາດຈະຢຸດ ຫລື ຫລຸດພາສີໃນອະນາຄົດ ພາຍຫລັງສົງຄາມພາສີໄລຍະຜ່ານມາເຮັດໃຫ້ການຄ້າລະຫວ່າງສອງປະເທດຢຸດສະງັກ, ສິນຄ້າມີລາຄາສູງຈົນເຮັດໃຫ້ບໍ່ມີຜູ້ຊື້.
ທ່ານ ທຣໍາ ລະບຸວ່າ: ຂ້າພະເຈົ້າບໍ່ຕ້ອງການໃຫ້ພາສີສູງຂຶ້ນໄປກວ່ານີ້ ເພາະໃນທີ່ສຸດມັນຈະເຮັດໃຫ້ຄົນບໍ່ຊື້ສິນຄ້າ, ຂ້າພະເຈົ້າອາດຕ້ອງການຫລຸດລົງ ເພາະທ່ານຮູ້ວ່າ: ເຮົາຕ້ອງການໃຫ້ຄົນໃຊ້ຈ່າຍ ແລະ ຖ້າແພງເກີນໄປ ໃນທີ່ສຸດຄົນຈະບໍ່ຊື້.
ຜ່ານມາ ອາເມລິກາປະກາດຂຶ້ນພາສີສິນຄ້ານໍາເຂົ້າຈາກຈີນລວມກັນແລ້ວສູງເຖິງ 145% ຫລັງຈາກຈີນປະກາດມາດຕະການພາສີຕອບໂຕ້ ກ່ອນອາທິດຜ່ານມາ ຈີນຈະປະກາດວ່າ: ຈີນຈະບໍ່ຫລິ້ນເກມຕົວເລກກັບພາສີອີກຕໍ່ໄປ ເຊິ່ງເປັນສັນຍານວ່າຈີນບໍ່ຕ້ອງການເພີ່ມອັດຕາພາສີເຊັ່ນກັນ.
ທ່ານ ທຣໍາ ຍັງກ່າວອີກວ່າ: ຈີນໄດ້ພະຍາຍາມຕິດຕໍ່ເຈລະຈາຫລາຍເທື່ອ ຫລັງຈາກມີການເກັບພາສີ ໂດຍເບິ່ງໃນແງ່ດີວ່າ: ທັງສອງຝ່າຍຈະສາມາດຕົກລົງກັນໄດ້ ແລະ ອາດເຮັດໃຫ້ບັນຍາກາດຄວາມເຄັ່ງຕຶງຂອງສົງຄາມພາສີຄ່ອຍໆຫລຸດຜ່ອນລົງ.
ໂດຍຜູ້ນໍາອາເມລິກາຍັງໄດ້ເລື່ອນເສັ້ນຕາຍທາງກົດໝາຍໃຫ້ບໍລິສັດ ByteDance ຂອງຈີນ ເຊິ່ງເປັນເຈົ້າຂອງ TikTok ໃຫ້ຂາຍກິດຈະການຢູ່ອາເມລິກາອອກໄປຫລາຍຄັ້ງ. ພ້ອມລະບຸວ່າ: ຂໍ້ຕົກລົງການແຍກກິດຈະການນີ້ອາດຕ້ອງລໍຖ້າຈົນກວ່າບັນຫາການຄ້າຈະຖືກແກ້ໄຂໃຫ້ຮຽບຮ້ອຍກ່ອນ.
ອ້າງອີງ:
- https://www.bloomberg.com/news/articles/2025-04-17/trump-says-he-is-reluctant-to-keep-raising-tariffs-on-china?
- https://www.businesstimes.com.sg/international/trump-signals-tit-tat-china-tariffs-may-be-near-end-tiktok-deal-ice
- https://finance.yahoo.com/news/live/trump-tariffs-live-updates-trump-reluctant-to-escalate-china-tariffs-says-going-to-make-a-deal-191201037.html?