Apple ອາດເປີດຕົວ “ແວ່ນຕາ AR” ໃນປີ 2020

-                   1 - Apple ອາດເປີດຕົວ “ແວ່ນຕາ AR” ໃນປີ 2020
- kitchen vibe - Apple ອາດເປີດຕົວ “ແວ່ນຕາ AR” ໃນປີ 2020

Allen Horng ປະທານບໍລິສັດ Catcher ໄດ້ເປີດເຜີຍວ່າ ໃນປີ 2018 ຈະຜະລິດກອບຕົວເຄື່ອງໃຫ້ກັບຜະລິດຕະພັນໃຫມ່ ຊຶ່ງນັກວິເຄາະຄາດການວ່າຈະເປັນ “ແວ່ນຕາ AR” Catcher ເປັນບໍລິສັດທີ່ຜະລິດກອບຕົວເຄື່ອງ  iPhone ແລະ iPad ໃຫ້ກັບ Apple.

-                   2 - Apple ອາດເປີດຕົວ “ແວ່ນຕາ AR” ໃນປີ 2020

- Visit Laos Visit SALANA BOUTIQUE HOTEL - Apple ອາດເປີດຕົວ “ແວ່ນຕາ AR” ໃນປີ 2020

Gene Munster ອະດີດນັກວິເຄາະຂອງ Piper Jaffray ແລະ ເປັນຜູ້ຈັດການກອງທຶນລວມ ເຮດຈ໌ຟັນດ໌ ໄດ້ກ່າວວ່າ ແວ່ນຕາ AR ທີ່ມີຂ່າວລືວ່າ Apple ກໍາລັງພັດທະນາຢູ່ນັ້ນ ຈະໄດ້ຮັບຄວາມສົນໃຈຫຼາຍກວ່າ iPhone ແລະ ຈະເປີດຕົວໃນປີ 2020 ແລະ Allen Horng ປະທານບໍລິສັດ Catcher ໄດ້ກ່າວວ່າ ໃນໄຕມາດທີ 1 ຂອງປີ 2018 ຈະສານການຜະລິດ ຜະລິດຕະພັນໃຫມ່ຂອງ  Apple, ແຕ່ໃນຂະນະດຽວກັນທີມຄຸກ ຊີອີໂອຂອງ Apple ໄດ້ເຄີຍກ່າວວ່າ ອຸປະກອນດັ່ງກ່າວຍັງບໍ່ພ້ອມຈະເປີດຕົວໃນຕອນນີ້.

ທາງດ້ານ Quanta ບໍລິສັດທີ່ຜະລິດ Apple Watch ແລະ MacBook ໃຫ້ກັບ Apple ກໍໄດ້ຮັບໃບອະນຸຍາດໃນການຜະລິດກ້ອງແວ່ນຕາ AR ຊຶ່ງໃຊ້ອຸປະກອນໃນການຜະລິດຈາກ Lumus ບໍລິສັດ AR ຂອງປະເທດອິດສະ​ລາ​ແອນ ຊຶ່ງກ່ອນໜ້ານີ້ Quanta ໄດ້ກ່າວວ່າ ອຸປະກອນ AR ສວມໃສ່ຫົວ ຈະພ້ອມເປີດຕົວຢ່າງຊ້າທີ່ສຸດໃນປີ 2019 ຊຶ່ງອຸປະກອນດັ່ງກ່າວມີລະຫັດສ່ວນຕົວເຄື່ອງວ່າ T2888 ແລະ ໃຊ້ລະບົບປະຕິບັດການແບບໃຫມ່ທີ່ເອີ້ນວ່າ reality Operating System (rOS). ມີການຄາດວ່າ Apple ຈະເປີດຕົວຜະລິດຕະພັນໃຫມ່ໃນຊ່ວງປີ 2018-2019 ນີ້.

-                   3 - Apple ອາດເປີດຕົວ “ແວ່ນຕາ AR” ໃນປີ 2020

- 3 - Apple ອາດເປີດຕົວ “ແວ່ນຕາ AR” ໃນປີ 2020
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!