ລາວ-ໄທ ຮ່ວມຈັດກອງປະຊຸມວິຊາການ ພ້ອມສະຫລອງຄົບຮອບ 50 ປີການຮ່ວມມື ການແພດ ແລະ ສາທາລະນະສຸກ

- 492413975 1159305386223766 3583727717227118487 n - ລາວ-ໄທ ຮ່ວມຈັດກອງປະຊຸມວິຊາການ ພ້ອມສະຫລອງຄົບຮອບ 50 ປີການຮ່ວມມື ການແພດ ແລະ ສາທາລະນະສຸກ
- kitchen vibe - ລາວ-ໄທ ຮ່ວມຈັດກອງປະຊຸມວິຊາການ ພ້ອມສະຫລອງຄົບຮອບ 50 ປີການຮ່ວມມື ການແພດ ແລະ ສາທາລະນະສຸກ

ວັນທີ 22 ເມສາ 2025 ນີ້ ລາວ-ໄທ ປະຊຸມວິຊາກການ ດ້ານການແພດ ແລະ ສາທາລະນະສຸກ ພາຍໃຕ້ຫົວຂໍ້: “ການ ສົ່ງເສີມສຸຂະພາບທີ່ດີໃນອະນາຄົດ” ໂອກາດ ສະເຫລີມສະຫລອງ ຄົບຮອບ 25 ປີ ແຫ່ງການຮ່ວມມື ດ້ານການພັດທະນາບຸກຄະລາກອນທາງການແພດ ແລະ ສາທາລະນະສຸກ ລາວໄທ ເຂົ້າຮ່ວມເປັນປະທານຂອງ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ, ມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມດ້ວຍວິຊາການ ແລະ ຊ່ຽວຊານທາງດ້ານການວິໄຈ ຈາກກະຊວງສາທາລະນະສຸກ ແລະ ມະຫາວິທະຍາໄລວິທະຍາສາດສຸຂະພາບ ຂອງ ສປປ ລາວ, ຄະນະຜູ້ບໍລິຫານ-ອາຈານ ຈາກມະຫາວິທະຍາໄລມະຫິດົນ ແລະ ສະຖາບັນພະບໍຣົມຣາດຊະນົກ ແຫ່ງຣາຊະອານາຈັກໄທ.

- 492074665 122149258118388511 5939603076642299627 n 1024x683 - ລາວ-ໄທ ຮ່ວມຈັດກອງປະຊຸມວິຊາການ ພ້ອມສະຫລອງຄົບຮອບ 50 ປີການຮ່ວມມື ການແພດ ແລະ ສາທາລະນະສຸກ

ທ່ານ ບຸນແຝງ ພູມມະໄລສິດ ໄດ້ໃຫ້ຮູ້ວ່າ: ໃນໂອກາດສະເຫລີມສະຫລອງ ຄົບຮອບ 25 ປີ ແຫ່ງການຮ່ວມມື ລາວ-ໄທ ດ້ານການພັດທະນາບຸກຄະລາກອນທາງການແພດ ແລະ ສາທາລະນະສຸກ ທີ່ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ສົ່ງເສີມຝຶກອົບ ຮົມດ້ານເຕັກນິກການແພດ ແລະ ສາທາລະນະສຸກ ນັບແຕ່ປີ 2000 ເປັນຕົ້ນມາ. ປັດຈຸບັນ ແມ່ນຮຸ່ນທີ 27, ມີບຸກຄະລາກອນ ລວມມີທັງໝົດ 1,170 ກວ່າຄົນ ກວມທົ່ວທຸກແຂວງຂອງລາວ.

- 492501038 1159305489557089 2272903964725289526 n 1024x737 - ລາວ-ໄທ ຮ່ວມຈັດກອງປະຊຸມວິຊາການ ພ້ອມສະຫລອງຄົບຮອບ 50 ປີການຮ່ວມມື ການແພດ ແລະ ສາທາລະນະສຸກ

ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ຕີລາຄາສູງ ຕໍ່ຜົນສຳເລັດຂອງການຮ່ວມມືດ້ານການພັດທະນາບຸກຄະລາກອນທາງການແພດ ແລະ ສາທາລະນະສຸກ ສະຫວ່າງສອງປະເທດໄທ-ລາວ ໃນໄລຍະຜ່ານມາ ເຊິ່ງເປັນການປະກອບສ່ວນເຮັດປະຊາຊົນ ມີສຸຂະພາບທີ່ດີ, ທັງເປັນການປະກອບສ່ວນເຂົ້າໃນການພັດທະ ນາປະເທດຊາດໃຫ້ມີຄວາມເຂັ້ມແຂງ, ປະຊາຊົນມີພະລານາໄມສົມບູນ ເຊິ່ງກອງປະຊຸມໃນຄັ້ງນີ້, ຈະເປັນສ່ວນໜຶ່ງໃນການພັດທະນາບຸກຄະລາກອນທາງການແພດ ແລະ ສາທາລະນະສຸກຂອງ ສປປ ລາວ ໄດ້ມີໂອກາດໄດ້ແລກປ່ຽນຄວາມຮູ້, ບົດຮຽນ ແລະ ປະສົບການ ກັບຜູ້ຊ່ຽວຊານສະເພາະທາງ ແລະ ອື່ນໆ. ພ້ອມສະແດງຄວາມ ຫວັງວ່າ ບຸກຄະລາກອນທາງການແພດ ໄທ-ລາວ ຈະສືບຕໍ່ຮ່ວມມືກັນຢ່າງຕໍ່ເນື່ອງ ເພື່ອບັນລຸເປົ້າໝາຍການພັດທະນາທີ່ຢືນຍົງ ແລະ ພ້ອມທີ່ຈະຮ່ວມມື ເພື່ອຮັບມືກັບພະຍາດທີ່ອາດຈະເກີດຂຶ້ນໃໝ່ ຫລື ໄພພິບັດທີ່ອາດຈະເກີດຂຶ້ນໃນອະນາຄົດ ເພື່ອສຸຂະພາບທີ່ດີ ຂອງປະຊາຊົນຂອງສອງປະເທດ.

- 3 - ລາວ-ໄທ ຮ່ວມຈັດກອງປະຊຸມວິຊາການ ພ້ອມສະຫລອງຄົບຮອບ 50 ປີການຮ່ວມມື ການແພດ ແລະ ສາທາລະນະສຸກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!