13-14 ທັນວາອາກາດເຢັນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກ

- 11111 - 13-14 ທັນວາອາກາດເຢັນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກ
- kitchen vibe - 13-14 ທັນວາອາກາດເຢັນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 13-14 ທັນວານີ້, ຄວາມກົດດັນສູງຂອງອາກາດເຢັນ ຍັງຈະມີກຳລັງປານກາງຫາແຮງ ສືບຕໍ່ປົກຄຸມຢູ່ທົ່ວ ທຸກພາກຂອງລາວ, ສົມທົບກັບກະແສລົມຕາເວັນອອກສຽງເໜືອພັດປົກຄຸມເປັນສ່ວນ ໃຫຍ່, ຊຶ່ງຈະເຮັດໃຫ້ອາກາດເຢັນຢູ່ແຂວງພາກເໜືອ, ແຂວງໄຊສົມບູນ, ເຂດພູພຽງ ບໍລະເວນ ແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນແຂວງພາກເໜືອ, ພ້ອມລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນ. ພາກເໜືອດ້ານຕາເວັນອອກ: ອາກາດຍັງຈະເຢັນຫາ ໜາວເຢັນ, ພ້ອມມີໝອກບາງໃນຕອນເຊົ້າ ແລະ ຍັງຈະມີຝົນຕົກກະຈາຍ, ພ້ອມລົມພັດ ແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງຊຽງຂວາງ; ພາກເໜືອດ້ານຕາເວັນຕົກ: ອາກາດຍັງຈະເຢັນ ແລະ ໜາວເຢັນຢູ່ແຂວງຫລວງນ້ຳທາ ແລະ ອຸດົມໄຊ ຍັງຈະມີຝົນ ຕົກກະຈາຍເປັນບາງໂອກາດ; ພາກກາງ: ອາກາດຍັງຈະເຢັນ, ພ້ອມມີໝອກບາງໃນ ຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດຢ່ບາງທ້ອງຖິ່ນທາງດ້ານຕາເວັນອອກ ຂອງພາກ; ພາກໃຕ້: ອາກາດຍັງຈະເຢັນ, ພ້ອມມີໝອກບາງໃນຕອນເຊົ້າ ແລະ ຈະມີລົມ ພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນຕອນບ່າຍຫາຄໍ່າ; ນະຄອນຫລວງວຽງຈັນ: ອາກາດເຢັນ, ພ້ອມມີໝອກບາງໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ.

- 4 - 13-14 ທັນວາອາກາດເຢັນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກ
- Visit Laos Visit SALANA BOUTIQUE HOTEL - 13-14 ທັນວາອາກາດເຢັນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!