ນາຍ ແລະ ພົນທະຫານ ທີ່ຖືກຄັດເລືອກໄປຊ່ວຍສອນຢູ່ເຂດຫາງໄກສອກຫຼີກຈະໄດ້ຮັບເງິນເພີ່ມ 70% ຂອງເງິນເດືອນ


ໜັງສືພິມກອງທັບລາຍງານວ່າ: ວັນທີ 22 ເມສາ 2025 ນີ້ ພັນເອກ ວັນໄຊ ຄຳພາວົງ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ ໄດ້ເຄື່ອນໄຫວເຮັດວຽກ ແລະ ຢູ່ແຂວງຜົ້ງສາລີ ເພື່ອເກັບຂໍ້ມູນໂຮງຮຽນທີ່ຂາດແຄນຄູສອນ, ຄົ້ນຄວ້າ, ຄັດເລືອກເອົານາຍ ແລະ ພົນທະຫານ ໄປເຝິກອົບຮົມວິຊາຄູ ເພື່ອໄປຊ່ວຍສອນ ຊັ້ນປະຖົມສຶກສາ ແລະ ເຂດຫາງໄກສອກຫຼີກ ແລະ ເກັບກຳສະຖິຕິ ຄູສອນອາສາສະໝັກ ເຂົ້າເປັນທະຫານ ໂດຍມີພາກສ່ວນກ່ຽວຂ້ອງຕ່າງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການລາຍງານສະພາບການຂາດແຄນຄູສອນ ແລະ ຄວາມຕ້ອງການຄູສອນ, ຂໍ້ສະດວກ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງຮີບຮ້ອນແກ້ໄຂຈາກພາກສ່ວນຕ່າງໆ ໂດຍສະເພາະແມ່ນ ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ບັນດາກອງຮ້ອຍທະຫານຊາຍແດນ ພ້ອມກັນຄົ້ນຄວ້າກ່ຽວກັບມາດຖານເງື່ອນໄຂທີ່ຈະຄັດເລືອກເອົານາຍ ແລະ ພົນທະຫານ ໄປເຝິກອົບຮົມວິຊາຄູ ເພື່ອໄປຊ່ວຍສອນ ຊັ້ນປະຖົມສຶກສາ ແລະ ເຂດຫາງໄກສອກຫຼີກ ຊຸດທີ II, ຄົ້ນຄວ້າປຶກສາຫາລືກ່ຽວກັບການຈັດຕັ້ງ, ການເຝິກອົບຮົມວິຊາຄູ ແລະ ວຽກງານປີ່ນອອ້ມອື່ນໆ ອີກຈຳນວນໜຶ່ງ.
ເຊິ່ງກ່ອນໜ້ານັ້ນ, ກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ສຳເລັດການເປີດອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ແກ່ພະນັກງານ-ນັກຮົບ ໄປຊ່ວຍສອນຢູ່ເຂດຫາງໄກສອກຫຼີກຊຸດທີ I ຢູ່ທີ່ວິທະຍາໄລຄູສະຫວັນນະເຂດ. ສຳລັບນາຍ ແລະ ພົນທະຫານຜູ້ທີ່ຖືກຄັດເລືອກ ແລະ ສັບຊ້ອນໄປຊ່ວຍສອນ ແມ່ນຈະໄດ້ຮັບເງິນເພີ່ມ 70% ຂອງເງິນເດືອນພື້ນຖານ.