ຊາລາ ຮັບລາງວັນນັກເຕະດີເດັ່ນອາຟຣິກາ ປະຈຳປີ 2017

- news201712120132856 - ຊາລາ ຮັບລາງວັນນັກເຕະດີເດັ່ນອາຟຣິກາ ປະຈຳປີ 2017
- kitchen vibe - ຊາລາ ຮັບລາງວັນນັກເຕະດີເດັ່ນອາຟຣິກາ ປະຈຳປີ 2017

​ໂມ​ຮາ​ເໝັດ ຊາ​ລາ ປີກ​ຟອມ​ເກັ່ງ ລີ​ເວີ​ພູລ ​ໄດ້​ຮັບ​ລາງວັນ​ນັກ​​ເຕະ​ອາ​ຟຣິກາ​ດີ​ເດັ່ນ​ປະຈຳ​ປີ 2017 ຂອງ ບີ​ບີ​ຊີ ມາ​ຄອງ​ຮຽບຮ້ອຍ.

​ໂມ​ຮາ​ເໝັດ ຊາ​ລາ ປີກ​ຄົນ​ເກັ່ງ​ຂອງ ລີ​ເວີ​ພູລ ສະ​ໂມ​ສອນ​ຍັກ​ໃຫຍ່ ພຣີ​ເມຍ​ລີກ ອັງກິດ ​ໄດ້​ຮັບ​ການ​ໂຫວດ​ໃຫ້​ຄວ້າ​ລາງວັນ “ບີ​ບີ​ຊີ ອາ​ຟຣິກາ ບານ​ເຕະ​ເລີ ອອຟ ​ເດິ ​ເຢຍ 2017” ຫລື ລາງວັນ​ນັກ​ເຕະ​ດີ​ເດັ່ນ​ຂອງ​ທະວີບອາ​ຟຣິກາ​ປະຈຳ​ປີ 2017 ຂອງ​ສຳນັກ​ຂ່າວ ບີ​ບີ​ຊີ ​ເປັນ​ທີ່​ຮຽບຮ້ອຍ ​ໃນ​ວັນ​ທີ 11 ທັນວານີ້.

ດາວ​ເດັ່ນ​ທີ​ມຊາດ​ເອຢິບ ອາຍຸ 25 ປີ ​ໄດ້​ຄະ​ແນນ​ໂຫວດ​ສູງ​ກວ່າ​ຜູ້​ທ້າ​ຊີງ​ຄື ປິ​ແອຣ-​ເອ​ເມີຣິກ ​ໂອ​ບາ​ເມຍ​ອງ ຫົວ​ຫອກ​ທີ​ມຊາດ​ກາບ​ອງຂອງ ​ໂບຣຸສ​ເຊຍ ດອກ​ມຸນ, ນາປີ ​ເກ​ອິຕ້າ ດາວ​ເຕະ​ທີ​ມຊາດ​ກີ​ນີຂອງ ​ແອຣ​ເບ ​​ໄລ​ຊິກ, ຊາ​ດິ​ໂອ ມາ​ເນ ດາວ​ເດັ່ນ​ທີ​ມຊາດ​ເຊ​ເນ​ກັລ ​ເຊິ່ງ​ເປັນ​ເພື່ອ​ນຮ່ວມ​ສັງກັດ​ຂອງ ຊາ​ລາ ​ແລະ ວິກ​ເຕີ ​ໂມ​ເສ​ ປີກ​ທີ​ມຊາດ​ໄນ​ຈີ​ເຣຽຂອງ ​ເຊ​ລຊີ.

ທັງ​ນີ້ ລະດູ​ການ​ຜ່ານ​ມາ ຊາ​ລາ ຍິງ​ໃຫ້ ​ໂຣມາ ທັງ​ໝົດ 19 ປະຕູ ຈາກ 41 ນັດ. ຂະນະ​ທີ່​ລະດູ​ການ​ນີ້​ກັບ ລີ​ເວີ​ພູລ ຊາ​ລາ ຍິງ​ໄປ​ແລ້ວ 19 ປະຕູ ຈາກ​ການ​ລົງ​ຫລິ້ນລວມທຸກ​ລາຍການ 24 ນັດ.

- 3 - ຊາລາ ຮັບລາງວັນນັກເຕະດີເດັ່ນອາຟຣິກາ ປະຈຳປີ 2017
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!