ສະມາຄົມນັກຂ່າວ ແຫ່ງ ສປປ ລາວ-ຈີນ ແລກປ່ຽນວຽກງານສື່ມວນຊົນ


ວັນທີ 23 ເມສາ 2025 ທີ່ສຳນັກງານໜັງສືພິມພາສາຕ່າງປະເທດ (ວຽງຈັນທາມ) ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນກ່ຽວກັບວຽກງານສື່ມວນຊົນ ລະຫວ່າງ ສະມາ ຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ສະມາຄົມນັກຂ່າວທົ່ວປະເທດຈີນ, ໃນໂອກາດທີ່ຄະນະຜູ້ແທນສະມາຄົມນັກຂ່າວທົ່ວປະ ເທດຈີນເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 22-24 ເມສາ 2025. ຝ່າຍລາວນໍາໂດຍ ທ່ານ ສະຫວັນຄອນ ຣາຊມຸນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ຝ່າຍຈີນນໍາໂດຍ ທ່ານ ນາງ ລີ ຊຽວຈຸນ ຮອງປະທານສະມາຄົມນັກຂ່າວທົ່ວປະເທດຈີນ, ມີຜູ້ຕ່າງໜ້າຈາກອົງການສື່ຕ່າງໆຂອງຝ່າຍລາວ ແລະ ຝ່າຍຈີນ ເຂົ້າຮ່ວມ.


ກອງປະຊຸມຄັ້ງນີ້ສອງຝ່າຍໄດ້ລາຍງານການເຄື່ອນໄຫວວຽກງານສື່ມວນຊົນໃຫ້ກັນຊາບ ເປັນຕົ້ນພາລະບົດບົດບາດ ສິດ ແລະ ໜ້າທີ່ຂອງຕົນ ໃນການເຮັດໜ້າທີ່ເປັນຕົວແທນ ແລະ ເປັນຜູ້ປະສານງານ ການຈັດຝຶກອົບຮົມເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ເຊິ່ງສະມາຄົມນັກຂ່າວແຫ່ງ ສປປ ລາວນັບ ແຕ່ສ້າງຕັ້ງຂຶ້ນມາໄດ້ເຮັດໜ້າທີ່ເຄື່ອນໄຫວພົວພັນຮ່ວມມືກັບສະມາຄົມນັກຂ່າວຕ່າງປະເທດ ເປັນຕົ້ນ ຈີນ, ຫວຽດນາມ ແລະ ໄທ ແລະ ບັນດາສື່ມວນຊົນສາກົນ ເພື່ອເສີມຂະຫຍາຍການພົວພັນຮ່ວມມືວຽກງານສື່ໃຫ້ນັບມື້ນັບກວ້າງຂວາງຂຶ້ນ.