ມາເບິ່ງແນວທາງບັນດາປະເທດຮັບມືພາສີທ່ານ ທຣໍາ ປະເທດໃດເຮັດຫຍັງແດ່ ?
April 24, 2025 - 4:02 PM


ຫລາຍປະເທດເດີນໜ້າການເຈລະຈາກັບອາເມລິກາ ແລະ ກໍານົດມາດຕະການ ລວມທັງຍື່ນຂໍ້ສະເໜີ ແລະ ຂໍ້ຕົກລົງການຄ້າຕ່າງໆ ເພື່ອແລກປ່ຽນການຫລຸດຜ່ອນມາດຕະການພາສີອາກອນຕອບໂຕ້ຂອງທ່ານ ທຣໍາ.
ຄວາມພະຍາຍາມເຈລະຈາມີຂຶ້ນໃນໄລຍະ 90 ວັນອັນຕະລາຍ ທີ່ອາເມລິກາຢຸດຂຶ້ນພາສີຊົ່ວຄາວ, ແຕ່ມາຮອດປັດຈຸບັນ ຍັງບໍ່ມີປະເທດໃດທີ່ປະສົບຄວາມສໍາເລັດຊັດເຈນ ຫລື ບັນລຸຂໍ້ຕົກລົງກັບອາເມລິກາ ໂດຍບາງປະເທດເຊັ່ນ: ຍີ່ປຸ່ນ ກຽມຈະເຈລະຈາຮອບ 2 ແຕ່ຈະມີຄວາມຄືບໜ້າຫລາຍໜ້ອຍຊໍ່າໃດຍັງຍາກຈະຄາດເດົາ.
ແລະ ນີ້ຄືຂໍ້ມູນຫລ້າສຸດຂອງຫລາຍປະເທດທີ່ອອກມາຈົນຮອດວັນທີ 24 ເມສາ.
ຍີ່ປຸ່ນ
- ປະເທດທໍາອິດທີ່ໄດ້ເຈລະຈາກັບອາເມລິກາຢ່າງເປັນທາງການ.
- ການເຈລະຈາຮອບທໍາອິດມີຂຶ້ນໃນວັນທີ 6 ເມສາ ຍີ່ປຸ່ນມີທີມເຈລະຈາ 37 ຄົນ ຈາກກະຊວງການເງິນ, ອຸດສາຫະກໍາ, ການຄ້າ ແລະ ການຕ່າງປະເທດ.
- ທ່ານ ຣຽວເຊ ອາກາຊາວະ ລັດຖະມົນຕີກະຊວງການຟື້ນຟູເສດຖະກິດຍີ່ປຸ່ນ ນໍາທີມເຈລະຈາທ່ານ ທຣໍາ ຢູ່ທໍານຽບຂາວ.
- ແນວທາງເຈລະຈາ ຝ່າຍຍີ່ປຸ່ນ ແຍກເລື່ອງນໍາເຂົ້າສິນຄ້າ, ອັດຕາແລກປ່ຽນ ແລະ ງົບປະມານການທະຫານ ເນັ້ນສະແຫວງຫາຈຸດຮ່ວມ. ຂະນະທີ່ອາເມລິກາພະຍາຍາມມັດລວມທັງ 3 ເລື່ອງ.
- ຜູ້ແທນຍີ່ປຸ່ນຮຽກຮ້ອງອາເມລິກາທົບທວນການຂຶ້ນພາສີນໍາເຂົ້າລົດ ແລະ ເຫລັກ ລວມທັງສິນຄ້າອື່ນໆ, ແຕ່ອາເມລິກາຢືນຢັນວ່າ: ບໍ່ສາມາດຍົກເວັ້ນໃຫ້ຍີ່ປຸ່ນໄດ້.
- ທ່ານ ຄັດສຶໂນບຸ ຄາໂຕະ ລັດຖະມົນຕີການເງິນຍີ່ປຸ່ນ ກຽມເດີນທາງໄປວໍຊິງຕັນທ້າຍອາທິດນີ້ ແລະ ຄາດວ່າຈະໄດ້ພົບກັບທ່ານ ສະກ໊ອດ ເບສເຊນ ລັດຖະມົນຕີການເງິນອາເມລິກາ ເພື່ອຫາລືເລື່ອງອັດຕາແລກປ່ຽນ.
- ລັດຖະບານຍີ່ປຸ່ນກຽມເຈລະຈາຮອບ 2 ກັບອາເມລິກາໃນທ້າຍອາທິດໜ້າ ໂດຍຍັງເປັນການເຈລະຈາລະດັບລັດຖະມົນຕີ.
- ໃນການເຈລະຈາຮອບຕໍ່ໄປ ທ່ານ ອາກາຊາວະ ວາງແຜນຈະຮຽກຮ້ອງໃຫ້ອາເມລິກາທົບທວນມາດຕະການອີກ ແລະ ຕ້ອງການໃຫ້ວໍຊິງຕັນຕອບຮັບບັນຫາການຫລຸດພາສີ ລວມໃນຫົວຂໍ້ເຈລະຈາ.
- ຂະນະທີ່ຍີ່ປຸ່ນຈະເພີ່ມສະມາຊິກທີມເຈລະຈາອີກ 10 ຄົນຈາກກະຊວງຄົມມະນາຄົມ ແລະ ກະຊວງກະສິກໍາ ເພື່ອເພີ່ມລາຍລະອຽດເລື່ອງມາດຕະຖານການນໍາເຂົ້າລົດ ແລະ ການນໍາເຂົ້າເຂົ້າທີ່ອາເມລິກາໃຫ້ຄວາມສົນໃຈ.
ສ.ເກົາຫລີ
- ທ່ານ ຊາເວຊັງມົກ ລັດຖະມົນຕີການເງິນ ສ.ເກົາຫລີ ແລະ ທ່ານ ອັນດ໊ອກກີນ ລັດຖະມົນຕີອຸດສາຫະກໍາ ນໍາທີມເຈລະຈາກັບທ່ານ ສະກ໊ອດ ເບສເຊນ ລັດຖະມົນຕີການເງິນອາເມລິກາ ແລະ ທ່ານ ເຈມິສັນ ເກຣຍ ຜູ້ແທນການຄ້າ ຢູ່ນະຄອນຫລວງວໍຊິງຕັນ ໃນວັນທີ 24 ເມສາ.
- ການເຈລະຈາມີຂຶ້ນຕາມຄໍາຂໍຂອງອາເມລິກາ ພາຍຫລັງປະທານາທິບໍດີ ໂດນັລ ທຣໍາ ໂທລະສັບເຈລະຈາກັບທ່ານ ຮັນດ໊ອກຊູ ປະທານາທິບໍດີຮັກສາການຂອງ ສ.ເກົາຫລີ ໃນວັນທີ 8 ເມສາ.
- ວາລະເຈລະຈາຄາດວ່າລວມທັງບັນຫາການຮ່ວມມືດ້ານການຕໍ່ເຮືອ, ພະລັງງານ ແລະ ຄ່າໃຊ້ຈ່າຍໃນການປ້ອງກັນປະເທດ. ຂະນະທີ່ ສ.ເກົາຫລີ ຕ້ອງການໃຫ້ອາເມລິກາຫລຸດອັດຕາພາສີ.
- ທ່ານ ຮັນດ໊ອກຊູ ກ່າວວ່າ: “ລັດຖະບານຈະພະຍາຍາມຢ່າງເຕັມສ່ວນເພື່ອຫາຜົນປະໂຫຍດຮ່ວມກັນລະຫວ່າງທັງສອງປະເທດ” ໂດຍເນັ້ນ 3 ດ້ານ ໄດ້ແກ່ ດຸນການຄ້າ, ການຕໍ່ເຮືອ ແລະ ແກັສທໍາມະຊາດເຫລວ ພາຍໃຕ້ຫລັກການຢຶດໝັ້ນຜົນປະໂຫຍດຂອງປະເທດເປັນສິ່ງສໍາຄັນສູງສຸດ.
ອິຕາລີ
- ທ່ານ ນາງ ຈໍເຈຍ ເມໂລນີ ນາຍົກລັດຖະມົນຕີອິຕາລີ ຫາລືກັບທ່ານ ທຣໍາ ຢູ່ທໍານຽບຂາວ ໃນວັນທີ 17 ເມສາ.
- ນາງ ເມໂລນີ ພະຍາຍາມວາງບົດບາດເປັນຂົວເຊື່ອມລະຫວ່າງອາເມລິກາ ກັບ EU. ພ້ອມທັງເຊີນທ່ານ ທຣໍາ ຢ້ຽມຢາມນະຄອນຫລວງໂຣມ ເຊິ່ງທ່ານ ທຣໍາ ຕອບຮັບ.
- ນາງ ເມໂລນີ ຢືນຢັນກັບທ່ານ ທຣໍາ ວ່າ: ເປົ້າໝາຍຂອງອິຕາລີ ຄືເຮັດໃຫ້ປະເທດຕາເວັນຕົກແຂງແຮງອີກ (Make The West Grest Again).
- ທ່ານ ທຣໍາ ກ່າວພາຍຫລັງຫາລືກັບນາງ ເມໂລນີ ສະແດງຄວາມເຊື່ອໝັ້ນວ່າ: ອາເມລິກາ ແລະ EU ຈະສາມາດປິດແຜນຂໍ້ຕົກລົງການຄ້າໄດ້ພາຍໃນໄລຍະຢຸດຂຶ້ນພາສີ 90 ວັນ.
ຫວຽດນາມ
- ຮອງນາຍົກລັດຖະມົນຕີ ໂຮ ດຸ໊ກ ຟົກ ໄດ້ເຂົ້າພົບທ່ານ ສະກ໊ອດ ເບສເຊນ ລັດຖະມົນຕີການເງິນອາເມລິກາ ໃນວັນທີ 10 ເມສາ ພາຍຫລັງປະຊຸມກັບທ່ານ ເຈມິສັນ ເກຣຍ ຜູ້ແທນການຄ້າອາເມລິກາ ເພື່ອເຈລະຈາການຄ້າຢ່າງເປັນທາງການ.
- ທ່ານ ຫງຽນ ຮົງ ດຽນ ລັດຖະມົນຕີອຸດສາຫະກໍາ ແລະ ການຄ້າ, ຫົວໜ້າຄະນະເຈລະຈາຂອງຫວຽດນາມ ກ່າວວ່າ: ຫວຽດນາມພ້ອມຈະແກ້ໄຂບັນຫາທີ່ມີຢູ່ບົນພື້ນຖານຂອງຜົນປະໂຫຍດຮ່ວມກັນ.
- ລັດຖະບານຫວຽດນາມປະກາດແຜນ ເພີ່ມການຊື້ແກັສ LNG ແລະ ເຮືອບິນຈາກອາເມລິກາ ພ້ອມອອກມາດຕະການປ້ອງກັນການໃສ່ສິດ ໂດຍຖອນອໍານາດການອອກໃບຮັບຮອງແຫລ່ງກໍາເນີດສິນຄ້າ Certificate of Origin ຂອງອົງກອນຕ່າງໆ ແລະ ໃຫ້ໜ່ວຍງານລັດດໍາເນີນງານແທນ.
- ນາຍົກລັດຖະມົນຕີ ຝາມ ມິງ ຈິງ ສັ່ງໃຫ້ເຈົ້າໜ້າທີ່ປາບປາມການສໍ້ໂກງການຄ້າ, ການປອມແປງສິນຄ້າ ແລະ ບັນຫາອື່ນໆ ທີ່ເປັນຂໍ້ກັງວົນຂອງອາເມລິກາ.
- ນອກຈາກນີ້ ຍັງມີການທົບທວນອຸປະສັກທາງການຄ້າທີ່ບໍ່ແມ່ນພາສີ ແລະ ອອກມາດຕະການຄຸ້ມຄອງຊັບສິນທາງປັນຍາ.
ມາເລເຊຍ
- ທ່ານ ຊາຟຣູລ ອາຊິສ ລັດຖະມົນຕີການຄ້າ ແລະ ອຸດສາຫະກໍາຂອງມາເລເຊຍ ມີກໍານົດເດີນທາງໄປອາເມລິກາ ໃນວັນທີ 24 ເມສາ ເພື່ອເຈລະຈາກັບຜູ້ແທນການຄ້າ ແລະ ເຈົ້າໜ້າທີ່ອາເມລິກາທີ່ກ່ຽວຂ້ອງ.
- ມາເລເຊຍໃຊ້ກົນລະຍຸດທີ່ແຕກຕ່າງຈາກປະເທດອື່ນໆ ດ້ວຍການບໍ່ໃຫ້ຄໍາໝັ້ນວ່າຈະນໍາເຂົ້າສິນຄ້າຈາກອາເມລິກາເພີ່ມ ແຕ່ເນັ້ນຈຸດແຂງດ້ານຄວາມເປັນກາງທາງພູມສາດ ແລະ ບົດບາດສໍາຄັນຂອງປະເທດໃນຖານະສູນກາງອຸດສາຫະກໍາເຊມິຄອນດັກເຕີໃນອາຊີ.
ອິນໂດເນເຊຍ
- ຄະນະເຈລະຈາຂອງອິນໂດເນເຊຍ ນໍາໂດຍທ່ານ ແອຣລັງກາ ຮາຕາໂຕ ລັດຖະມົນຕີເສດຖະກິດ ໄດ້ຫາລືກັບຝ່າຍອາເມລິກາ ທີ່ນໍາໂດຍທ່ານ ໂຮເວິດ ລຸດນິກ ລັດຖະມົນຕີການຄ້າ, ທ່ານ ມາໂຄຣູບິໂອ ແລະ ທ່ານ ເຈມິສັນ ເກຣຍ ຜູ້ແທນການຄ້າອາເມລິກາ ຢູ່ນະຄອນຫລວງວໍຊິງຕັນ ໃນວັນທີ 17 ເມສາ.
- ທັງສອງຝ່າຍເຫັນພ້ອມໃຫ້ການເຈລະຈາບັນລຸຂໍ້ຕົກລົງສໍາເລັດພາຍໃນ 60 ວັນ.
- ອິນໂດເນເຊຍ ໃຊ້ກົນລະຍຸດທາງບຸກສະເໜີເພີ່ມການນໍາເຂົ້ານໍ້າມັນ ແລະ ແກັສ ລວມທັງສິນຄ້າກະສິກໍາເຊັ່ນ: ເຂົ້າສາລີ, ຖົ່ວເຫລືອງ ແລະ ກາກຖົ່ວເຫລືອງ ຈາກອາເມລິກາເປັນສ່ວນໜຶ່ງຂອງຂໍ້ຕົກລົງເພື່ອຫລຸດຜ່ອນພາສີອາກອນ.
- ນອກຈາກນີ້ ຍັງສະເໜີຫລຸດພາສີມູນຄ່າເພີ່ມໃຫ້ແກ່ສິນຄ້ານໍາເຂົ້າບາງລາຍການຈາກອາເມລິກາ ແລະ ຫລຸດຜ່ອນກົດລະບຽບເລື່ອງຊິ້ນສ່ວນ ຫລື ຂະບວນການຜະລິດທີ່ມາຈາກພາຍໃນປະເທດ (Local Content) ສໍາລັບອຸດສາຫະກໍາໂທລະຄົມມະນາຄົມ ແລະ ເຕັກໂນໂລຊີ.
ອ້າງອີງ:
- https://www.channelnewsasia.com/asia/indonesia-us-trump-tariffs-increase-imports-5073946
- https://www.reuters.com/business/autos-transportation/south-korea-target-lower-tariffs-opening-round-us-trade-talks-2025-04-24/
- https://www3.nhk.or.jp/nhkworld/en/news/20250424_01/
- https://theedgemalaysia.com/node/752621
- https://www.reuters.com/world/asia-pacific/vietnam-starts-trade-talks-with-us-immense-46-tariffs-loom-state-media-reports-2025-04-23/
- https://www.theguardian.com/world/2025/apr/17/giorgia-meloni-to-try-to-act-as-bridge-between-eu-and-us-with-trump-meeting