ຜົນຈັບສະຫລາກຮອບ 16 ທີມ ຢູຟາ ແຊ້ມປ້ຽນລີກ

- news201712111958645 - ຜົນຈັບສະຫລາກຮອບ 16 ທີມ ຢູຟາ ແຊ້ມປ້ຽນລີກ
- kitchen vibe - ຜົນຈັບສະຫລາກຮອບ 16 ທີມ ຢູຟາ ແຊ້ມປ້ຽນລີກ

ຜົນ​ການ​ຈັບ​ສະຫລາກ​ບານ​ເຕະ ຢູຟາ ​ແຊ້ມປ້ຽນລີກ ຮອບ 16 ທີ​ມສຸດ​ທ້າຍ ຢູ່​ສຳນັກງານ​ໃຫຍ່​ຂອງ​ສະຫະພັນ​ບານ​ເຕະ​ເອີຣົບ (ຢູຟາ) ປະ​ເທດ​ສະ​ວິດ ​ໃນ​ວັນ​ທີ 11 ທັນວາ​ນີ້ ຜົນ​ປາກົດ​ວ່າ: ຣິລ ມາດຣິດ ຍັກ​ໃຫຍ່​ຈາກ ລາ​ລີ​ກາ ສະ​ເປ​ນ ​ແຊ້ມ​ເກົ່າ 2 ສະ​ໄໝ ພົບ​ເສິກ​ໜັກ​ເມື່ອ​ຖືກ​ຈັບ​ມາ​ພົບ​ກັບ ປາຣີສ ​ແຊງ​ແຊກ​ແມງ ທີ​ມມະຫາ​ເສດຖີ​ຈາກ ລີກ ​ເອິງ ຝຣັ່ງ. ຂະນະ​ທີ່ ​ເຊ​ລຊີ ​ແຊ້ມພຣີ​ເມຍ​ລີກ ອັງກິດ ງານ​ໜັກ​ເຊັ່ນ​ກັນ​ເມື່ອ​ໂຄຈອນ​ມາ​ພົບ​ກັບ ບາ​ເຊ​ໂລ​ນາ ມະຫາ​ອຳນາດ​ບານ​ເຕະ​ແຫ່ງ ລາ​ລີ​ກາ.

ທາງ​ດ້ານ ທອດ​ແນມ ຮອດ​ສະ​ເປີ ພົບ​ງານ​ຊ້າງ​ເຊັ່ນ​ກັນ ຫລັງ​ຖືກ​ຈັບ​ມາ​ພົບ​ກັບ ຢູ​ເວນ​ຕຸ​ສ ຍັກ​ໃຫຍ່​ຈາກ​ອີ​ຕາ​ລີ ​ເຊິ່ງ​ເປັນ​ຮອງ​ແຊ້ມ​ເກົ່າ​ຂອງ​ຖ້ວຍ​ໃບ​ນີ້. ຂະນະ​ທີ່ ​ແມນ​ເຊ​ສ​ເຕີ ຢູ​ໄນ​ເຕັດ, ​ແມນ​ເຊ​ສ​ເຕີ ຊິ​ຕີ້ ລວມທັງ ລີ​ເວີ​ພູລ ພົບ​ງານ​ບໍ່​ໜັກ ​ໂດຍ ​ແມນ​ເຊ​ສ​ເຕີ ຢູ​ໄນ​ເຕັດ ຖືກ​ຈັບ​ພົບ​ກັບ ​ເຊ​ບີ​ຢາ ທີ​ມຈາກ​ລີກ​ສ​ະ​ເປ​ນ. ຂະນະ​ທີ່ ​ແມນ​ເຊ​ສ​ເຕີ ຊິ​ຕີ້ ພົບ​ກັບ ບາ​ເຊິ​ລ ທີ​ມດັງ​ຈາກ​ສະ​ວິດ, ສ່ວນ ລີ​ເວີ​ພູລ ພົບ​ກັບ ປໍ​ໂຕ ຍອດ​ທີ​ມຈາກ​ລີກ​ໂປຣຕຸ​ເກສ.

- Visit Laos Visit SALANA BOUTIQUE HOTEL - ຜົນຈັບສະຫລາກຮອບ 16 ທີມ ຢູຟາ ແຊ້ມປ້ຽນລີກ

ສະຫລຸບ​ຜົນ​ການ​ຈັບ​ສະຫລາກ​ຮອບ 16 ທີ​ມສຸດ​ທ້າຍ ຢູຟາ ​ແຊ້ມປ້ຽນລີກ: ຢູ​ເວນ​ຕຸ​ສ-ທອດ​ແນມ ຮອດ​ສະ​ເປີ, ບາ​ເຊິ​ລ-​ແມນ​ເຊ​ສ​ເຕີ ຊິ​ຕີ້, ປໍ​ໂຕ-ລີ​ເວີ​ພູລ, ​ເຊ​ບີ​ຢາ-​ແມນ​ເຊ​ສ​ເຕີ ຢູ​ໄນ​ເຕັດ, ຣີລ ມາດຣິດ-ປາຣີສ ​ແຊງ​ແຊກ​ແມງ, ຊັກ​ຕາ ​ໂດ​ເນກ-​ໂຣມາ, ​ເຊ​ລຊີ-ບາ​ເຊ​ໂລ​ນາ, ບາ​ເຢິນ ມິ​ວນິກ-​ເບ​ຊິກ​ຕັສ ​ໂດຍ​ການ​ແຂ່ງຂັນນັດ​ທຳ​ອິດ​ຈະ​​ແຂ່ງ​ກັນ​ໃນ​ວັນ​ທີ 13-14 ​ແລະ 20-21 ກຸມພາ, ສ່ວນການ​ແຂ່ງຂັນນັດ​ທີ 2 ຈະ​​ແຂ່ງ​ກັນ​ໃນ​ວັນ​ທີ 6-7 ​ແລະ 13-14 ມີນາ​ 2018.

- 3 - ຜົນຈັບສະຫລາກຮອບ 16 ທີມ ຢູຟາ ແຊ້ມປ້ຽນລີກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!