ຈະລົບລ້າງພະຍາດໃບໄມ້ໃນເລືອດຢູ່ 2 ເມືອງຂອງແຂວງຈໍາປາສັກ ໃນປີ 2030


ວັນທີ 28 ເມສາ 2025 ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງ ສາທາລະນະສຸກ ກ່າວໃນພິທີເປີດໂຄງການ ສ້າງຄວາມເຂັ້ມແຂງທາງດ້ານສຸຂະພາບ ແລະ ຫລຸດຜ່ອນຄວາມທຸກຍາກຂອງຊຸມຊົນ ໃນການລົບລ້າງພະຍາດໃບໄມ້ໃນເລືອດ ຢູ່ ສປປ ລາວ ວ່າ: ພະຍາດໃບໄມ້ໃນເລືອດ ຖືເປັນບັນ ຫາສຸຂະພາບທີ່ແກ່ຍາວມາເປັນເວລາຫລາຍປີແລ້ວ. ຜ່ານມາ, ຂະແໜງສາທາລະນະສຸກໄດ້ສຸມໃສ່ເພື່ອຫລຸດຜ່ອນການໄດ້ຮັບເຊື້ອພະຍາດໃບໄມ້ໃນເລືອດ ແລະ ກ້າວໄປສູ່ການລົບລ້າງພະຍາດດັ່ງກ່າວ. ແຕ່ພະຍາດໃບໄມ້ໃນເລືອດ ກໍຍັງສົ່ງຜົນກະທົບຕໍ່ປະຊາຊົນຫລາຍພັນຄົນ ໂດຍສະເພາະ ແມ່ນເດັກນ້ອຍ.


ດັ່ງນັ້ນ, ການຮ່ວມມື ແລະ ການສະໜັບສະໜູນວຽກງານການລົບລ້າງພະຍາດໃບໄມ້ໃນເລືອດ ຢູ່ ສປປ ລາວ ຈາກອົງການອະນາໄມໂລກ, ສປ ຈີນ ແລະ ສະວິດ ຄັ້ງນີ້ ຈະເພີ່ມຂີດຄວາມສາມາດ ແລະ ຊ່ວຍໃຫ້ລາວ ຈັດຕັ້ງປະຕິບັດມາດຕະການຄວບຄຸມພະຍາດດັ່ງກ່າວ ຈົນກ້າວໄປເຖິງການລົບລ້າງໄດ້. ຜ່ານມາ, ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ມີຄວາມມຸ້ງໜັ້ນ ໃນການລົບລ້າງພະຍາດໃບໄມ້ໃນເລືອດອອກຈາກ 2 ເມືອງຄື: ເມືອງໂຂງ ແລະ ເມືອງມູນລະປະໂມກ ແຂວງຈໍາປາສັກ ໃນປີ 2030 ແລະ ໃຫ້ໄດ້ຮັບການຢັ້ງຢືນ ຈາກອົງການອະນາໄມໂລກ ໃນປີ 2035.
ພະຍາດໃບໄມ້ໃນເລືອດ ເປັນພະຍາດທີ່ມີຫອຍເປັນໂຕກາງສົ່ງເຊື້ອ ຊຶ່ງອາໄສໃນນ້ຳຂອງ ທີ່ຍັງຄົງເປັນບັນຫາດ້ານສາທາລະນະສຸກຂອງ ສປປ ລາວ ຊຶ່ງສົ່ງຜົນກະທົບຕໍ່ປະຊາຊົນ 120,000 ຄົນ ທີ່ອາໄສຢູ່ 202 ບ້ານ ໃນເມືອງໂຂງ ແລະ ເມືອງມູນລະປາໂມກ ແຂວງຈຳປາສັກ. ໃນນັ້ນ, ເດັກທີ່ຢູ່ໃນເກນອາຍຸເຂົ້າຮຽນ ຖືເປັນກຸ່ມທີ່ມີຄວາມສ່ຽງສູງ ເປັນພິເສດ, ພະຍາດນີ້ ຖ້າບໍ່ໄດ້ຮັບການປິ່ນປົວ ອາດພາໃຫ້ມີອາການເຈັບທ້ອງ, ຕັບໃຫຍ່, ຖ່າຍອອກເລືອດ, ຫລຸລູກ, ເປັນໝັນ ຫລື ເປັນມະເຮັງພົກຍ່ຽວ.
ອົງການອະນາໄມໂລກ ແລະ ກະຊວງສາທາລະນະສຸກ ໄດ້ມີການແຈ້ງ ກ່ຽວກັບບາດກ້າວອັນສຳຄັນໃນການລົບລ້າງພະຍາດໃບໄມ້ໃນເລືອດ ຢູ່ ສປປ ລາວ ໂດຍກອງທຶນພັດທະນາສາກົນ ແລະ ການຮ່ວມມືພາກໃຕ້ ຂອງ ສປ ຈີນ (GDF) ແລະ ອົງການເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດສະວິດ (SDC) ໄດ້ສະໜັບສະໜູນເປັນງົບປະມານຫຼາຍກວ່າ 1ລ້ານໂດລາ ເປັນເວລາ 2 ປີ ເພື່ອຊຸກວຽກງານການລົບລ້າງພະຍາດດັ່ງກ່າວ.
ທ່ານລັດຖະມົນຕີກະຊວງ ສທ ໄດ້ຮຽກຮ້ອງເຖິງທຸກພາກສ່ວນໃນສັງຄົມ, ຄະນະຮັບຜິດຊອບວຽກງານການຄວບຄຸມພະຍາດດັ່ງກ່າວຈົ່ງພ້ອມກັນສືບຕໍ່ເປັນເຈົ້າການໃນ ບາງບັນຫາທີ່ສໍາຄັນເປັນຕົ້ນ:
- ສືບຕໍ່ເອົາໃຈໃສ່ວຽກງານສຸຂະສຶກສາເປັນປາຍແຫລມ(ໂດຍການເຮັດໂຄສະນາທຸກຊ່ອງທາງໃຫ້ທົ່ວເຖິງເພື່ອໃຫ້ປະຊາຊົນທຸກບ້ານ ຮັບຮູ້ ເຖິງຜົນຮ້າຍ ແລະ ວິທີກັນ ແລະ ຄວບຄຸມ)
- ສືບຕໍ່ປະສານຮ່ວມມືເປັນຕົ້ນຕໍ (ຂອດປະສານງານເຮັດວຽກ ຮ່ວມກັບອົງການປົກຄອງທ້ອງຖິ່ນ ໃຫ້ຫລາຍຂຶ້ນ, ໃຫ້ຮັບຮູ້ເຖິງຜົນດີ ຂອງການກິນຢາປິ່ນປົວພະຍາດໃບໄມ້ໃນເລືອດ ແລະ ຢາຂ້າແມ່ທ້ອງໄປພ້ອມໆກັນ)
- ເອົາໃຈໃສ່ແກ້ໄຂບັນຫາ ແລະ ປິ່ນປົວ ເປັນສໍາຄັນ.
ຊຶ່ງເຊື່ອໜັ້ນວ່າ ບັນດາທ່ານທີ່ຮັບຜິດຊອບວຽກງານການຄວບຄຸມພະຍາດໃບໄມ້ໃນເລືອດທຸກພາກ ສ່ວນ ຈະນໍາເອົາເນື້ອໃນຈິດໃຈໄປຜັນຂະຫຍາຍໃນການຈັດຕັ້ງປະຕິບັດຕົວຈິງໃຫ້ໄດ້ຕາມເປົ້າໝາຍທີ່ວາງໄວ້ ແລະ ສາມາດລົບລ້າງພະຍາດດັ່ງກ່າວນີ້ ໃນປີ 2030 ບໍ່ໃຫ້ເປັນບັນຫາທາງດ້ານສາທາລະນະສຸກອີກຕໍ່ໄປ.
ທີ່ມາ: ໜັງສືພິມປະຊາຊົນ