ລັດຖະມົນຕີກະຊວງການຕ່າງປະເທດ ສະແດງຄວາມເສົ້າສະຫຼົດໃຈຕໍ່ເຫດການກາດຍິງຜູ້ຄົນທີ່ເຂດເທືອກເຂົາຫິມະໄລ
May 4, 2025 - 5:39 PM


ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ່ງ ຕໍ່ເຫດການກວາດຍິງຜູ້ຄົນທີ່ເຂດເທືອກເຂົາຫິມະໄລ ເມືອງປາຮາກຳ, ເຂດຈໍມູ-ກັດສະເມຍ, ປະເທດອິນເດຍ ໃນວັນທີ 22 ເມສາ 2025 ທີ່ຜ່ານມາ, ອັນໄດ້ເຮັດໃຫ້ມີ ຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບເປັນຈໍານວນຫຼວງຫຼາຍ.
ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄືໃນນາມ ສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈ ແລະ ເສົ້າສະຫຼົດໃຈຢ່າງສຸດຊຶ້ງ ມາຍັງ ລັດຖະບານ ແລະ ປະຊາຊົນ ອິນເດຍ ໂດຍສະເພາະ ຕໍ່ຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍໃນຄັ້ງນີ້.
ດ້ວຍຄວາມນັບຖືຢ່າງສູງ.

