ປາກິດສະຖານກ່າວວ່າ ໄດ້ທໍາລາຍເຮືອບິນຮົບຂອງອິນເດຍ 5 ລໍາ


ທາງການປາກິດສະຖານອ້າງວ່າ: ສາມາດຍິງທໍາລາຍເຮືອບິນຮົບຂອງກອງທັບອາກາດອິນເດຍຈໍານວນ 5 ລໍາ ແລະ ໂດຣນອີກ 1 ລໍາ ໜຶ່ງໃນນັ້ນຄືເຮືອບິນຂັບໄລ່ Rafale. ເຖິງຢ່າງໃດກໍຕາມ, ທາງການອິນເດຍຍັງບໍ່ຢືນຢັນຂ່າວດັ່ງກ່າວ.
ປາກິດສະຖານລະບຸວ່າ: ການຕອບໂຕ້ຄັ້ງນີ້ເປັນການປ້ອງກັນຕົນເອງ ພາຍຫລັງອິນເດຍເປີດປະຕິບັດການທາງທະຫານ ໂດຍຕັ້ງເປົ້າໃສ່ຖານປະຕິບັດງານຂອງກຸ່ມກໍ່ການຮ້າຍຢູ່ປາກິດສະຖານທີ່ອິນເດຍເຊື່ອວ່າຢູ່ເບື້ອງຫລັງການກໍ່ການຮ້າຍໂຈມຕີສະຖານທີ່ທ່ອງທ່ຽວຢູ່ແຄຊາເມຍ ແລະ ອິນເດຍເຊື່ອວ່າປາກິດສະຖານສະໜັບສະໜູນກຸ່ມຕິດອາວຸດເຫລົ່ານີ້, ຂະນະທີ່ປາກິດສະຖານປະຕິເສດວ່າບໍ່ມີສ່ວນກ່ຽວຂ້ອງ.
ການພົວພັນລະຫວ່າງສອງຍັກໃຫຍ່ໃນອາຊີໃຕ້ທີ່ມີນິວເຄຼຍໃນຄອບຄອງຕົກຕໍ່າລົງເລື້ອຍໆ ພາຍຫລັງເຫດການຍິງນັກທ່ອງທ່ຽວຢູ່ແຄຊາເມຍໃນວັນທີ 22 ເມສາ ໂດຍພາຍຫລັງເກີດເຫດ ກຸ່ມ The Resistance Front ຫລື TRF ໄດ້ອອກມາອ້າງຄວາມຮັບຜິດຊອບ ໂດຍລະບຸວ່າເປັນການຕອບໂຕ້ຕໍ່ກຸ່ມຄົນນອກທີ່ມາຈາກການປ່ຽນແປງໂຄງສ້າງປະຊາກອນຢູ່ແຄຊາເມຍ ພາຍຫລັງແຄຊາເມຍຖືກປ່ຽນສະຖານະໂດຍລັດຖະບານອິນເດຍໃນປີ 2019. ຂະນະທີ່ແຄຊາເມຍເປັນດິນແດນທີ່ອິນເດຍ ແລະ ປາກິດສະຖານອ້າງສິດເປັນເຈົ້າຂອງ.
ອ້າງອີງ: