ແບ້ຕາຍຢູ່ບ້ານບຶງໄຊ ເມືອງສາລະວັນ ຄາດວ່າຍ້ອນກິນປຸຍຢູເຣຍ ພ້ອມເຮັດບົດບັນທຶກກ່າວເຕືອນຜູ້ໂພສຄລິບ

- 495446964 997363109257652 8142483699363099723 n - ແບ້ຕາຍຢູ່ບ້ານບຶງໄຊ ເມືອງສາລະວັນ ຄາດວ່າຍ້ອນກິນປຸຍຢູເຣຍ ພ້ອມເຮັດບົດບັນທຶກກ່າວເຕືອນຜູ້ໂພສຄລິບ
- kitchen vibe - ແບ້ຕາຍຢູ່ບ້ານບຶງໄຊ ເມືອງສາລະວັນ ຄາດວ່າຍ້ອນກິນປຸຍຢູເຣຍ ພ້ອມເຮັດບົດບັນທຶກກ່າວເຕືອນຜູ້ໂພສຄລິບ

ວັນທີ 6 ພຶດສະພາ 2025 ຜ່ານມານີ້ ຂະແໜງລ້ຽງສັດ ແລະ ການປະມົງ ແຂວງສາລະວັນ ແລະ ທີມງານສັດຕະວະແພດຂັ້ນແຂວງ ລົງສອບສວນຫາສາຍເຫດຕົ້ນຕໍ ແລະ ເພື່ອແກ້ໄຂບັນຫາຂໍ້ຂ້ອງຄາໃຈຂອງສັງຄົມ ທີ່ເຮັດໃຫ້ມີຄວາມແຕກຕື່ນ ແລະ ຢ້ານກົວຂອງສະພາບການຕາຍຂອງແບ້ ຢູ່ບ້ານບຶງໄຊ ເມືອງ ແລະ ແຂວງສາລະວັນ.

ຜ່ານການສອບສວນຫາສາຍເຫດ ເບື້ອງຕົ້ນຈາກເຈົ້າຂອງສັດ ແລະ ບຸກຄົນຜູ້ອື່ນໆໃກ້ຄຽງ ແລະ ອຳນາດການປົກຄອງບ້ານບຶງໄຊ ຄາດວ່າ: ແບ້ທີ່ຕາຍນັ້ນບໍ່ແມ່ນຍ້ອນການເກີດພະຍາດ ແຕ່ເນື່ອງໄດ້ຮັບສານພິດໂດຍສະເພາະແມ່ນກິນປຸ໋ຍຢູເຣຍ ທີ່ຕົກເຮ່ຍ ແບ້ໄດ້ກິນເຂົ້າໄປ ແລ້ວສະແດງອາການດີ້ນຊັກ ຕົນໂຕສະເໝັ່ນ ທ້ອງເບັງ ແລະ ຕາຍພາຍໃນ 1-2 ຊົ່ວໂມງ 2 ໂຕ, ອາການເຝົ້າລະວັງ 3 ໂຕ ແລະ ປອດໄພ 1 ໂຕ.

- Visit Laos Visit SALANA BOUTIQUE HOTEL - ແບ້ຕາຍຢູ່ບ້ານບຶງໄຊ ເມືອງສາລະວັນ ຄາດວ່າຍ້ອນກິນປຸຍຢູເຣຍ ພ້ອມເຮັດບົດບັນທຶກກ່າວເຕືອນຜູ້ໂພສຄລິບ

ພ້ອມເກັບຕົວຢ່າງເລືອດຈາກສັດ (ແບ້) ທີ່ລອດມານັ້ນ 3 ຕົວຢ່າງ ເພື່ອສົ່ງເຂົ້າຫ້ອງວິໄຈຊອກຫາເຊື້ອພະຍາດທີ່ເປັນອັນຕະລາຍຕໍ່ຊີວິດສັດ ແລະ ຄົນໃນອະນາຄົດ.

ທີມງານວິຊາການຂັ້ນແຂວງ ແລະ ເມືອງສາລະວັນ ພ້ອມດ້ວຍອຳນາດການປົກຄອງກໍໄດ້ເຮັດບົດບັນທຶກສຶກສາອົບຮົມ ພ້ອມທັງກ່າວເຕືອນ ກັບ ຜູ້ທີ່ໄດ້ລົງພາບ ແລະ ຄລິບສຽງ ໃນ ເຟສບຸກລຶບພາບທີ່ໄດ້ລົງໄປໃນເມື່ອກ່ອນພ້ອມທັງແກ້ຂ່າວໃຫ້ມີມູນຄວາມຈິງພາຍໃນ 24 ຊົ່ວໂມງ ນັບແຕ່ມື້ລົງລາຍເຊັນເປັນ ຕົ້ນໄປ.

ທີ່ມາ: ໜັງສືພິມສາລະວັນ

- 5 - ແບ້ຕາຍຢູ່ບ້ານບຶງໄຊ ເມືອງສາລະວັນ ຄາດວ່າຍ້ອນກິນປຸຍຢູເຣຍ ພ້ອມເຮັດບົດບັນທຶກກ່າວເຕືອນຜູ້ໂພສຄລິບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!