ສານແຂວງອຸດົມໄຊ ຕັດສິນ ຈຳຄຸກຕະຫລອດຊີວິດ ແລະ ປັບໃໝເງິນ 500 ລ້ານກີບ ຂໍ້ຫາຂົນສົ່ງໄອສ໌


ໜັງສືພິມຄວາມສະຫງົບ ລາຍງານວ່າ: ວັນທີ 23 ເມສາ 2025 ຄະນະສານອາຍາຂັ້ນຕົ້ນ ສານປະຊາຊົນແຂວງອຸດົມໄຊ ຕັດສິນລົງໂທດ ທ້າວ ເຈ່ຍປີ ( ຈຳເລີຍ ) ອາຍຸ 27 ປີ ປະຊາຊົນບ້ານພູຂຽວ ເມືອງໄຊ ແຂວງອຸດົມໄຊ ຖານມີຄວາມຜິດທາງອາຍາ ໃນການຂົນສົ່ງຢາໄອສ໌ ຖືກຕັດອິດສະລະພາບຕະຫລອດຊີວິດ ພ້ອມທັງປັບໃໝ 500,000,000 ກີບ (ຜູ້ກ່ຽວຖືກກັກຕົວວັນທີ 12 ມັງກອນ 2023) ຮິບ ຢາໄອສ໌ ນ້ຳໜັກ 1 ກິໂລກຣາມ ທຳລາຍຖິ້ມ ແລະ ຮິບໂທລະສັບມື ເປັນຂອງລັດ.
ສານຕັດສິນວ່າ: ຜ່ານການຄົ້ນຄວ້າຢ່າງພາວະວິໄສແລ້ວເຫັນວ່າການກະທຳຂອງທ້າວ ເຈ່ຍປີ ເປັນການກະທຳຜິດທີ່ແຕະຕ້ອງຕໍ່ປະມວນກົດໝາຍອາຍາ ສະບັບປີ 2017 ໃນໝວດທີ 8 ການກະທຳຜິດກ່ຽວກັບຢາເສບຕິດ ເຊິ່ງຜິດຕໍ່ມາດຕາ 315 ວັກ 3 ໃນຂໍ້ຫາ ການຂົນສົ່ງຢາໄອສ໌ ໄດ້ກໍານົດໄວ້ວ່າ: ບຸກຄົນໃດ ຫາກຜະລິດ, ປຸງແຕ່ງ, ຄ້າຂາຍ, ຈຳໜ່າຍ, ຂົນສົ່ງ, ມີໄວ້ໃນຄອບຄອງ ຫຼື ນຳເຂົ້າ, ສົ່ງອອກ ຫຼື ນຳຢາອີ, ຢາບ້າ, ຢາໄອສ໌ ( Ice ) ຫຼື ວັດຖຸອອກລິດຕໍ່ຈິດປະສາດ ຜ່ານ ສປປ ລາວ ເກີນກວ່າ 500 ກຣາມ ຫາ 3 ກິໂລກຣາມ ຈະຖືກລົງໂທດ ຕັດອິດສະລະພາບຕະຫຼອດຊີວິດ ແລະ ຈະຖືກປັບໃໝແຕ່ 500,000,000 ກີບ ຫາ 1,000,000,000 ກີບ ແລະ ຈະຖືກຮິບຊັບ.