ປີ 2024 ເມືອງວຽງພູຄາ ລົງວິໄນສະມາຊິກພັກ 36 ສະຫາຍ ແລະ ປັບໃໝກຸ່ມລັກລອບຕັດໄມ້ໄດ້ເກືອບ 250 ລ້ານກີບ

- 496678439 1001550382131702 2612733067078895957 n - ປີ 2024 ເມືອງວຽງພູຄາ ລົງວິໄນສະມາຊິກພັກ 36 ສະຫາຍ ແລະ ປັບໃໝກຸ່ມລັກລອບຕັດໄມ້ໄດ້ເກືອບ 250 ລ້ານກີບ
- kitchen vibe - ປີ 2024 ເມືອງວຽງພູຄາ ລົງວິໄນສະມາຊິກພັກ 36 ສະຫາຍ ແລະ ປັບໃໝກຸ່ມລັກລອບຕັດໄມ້ໄດ້ເກືອບ 250 ລ້ານກີບ

ທ່ານ ສອນເພັດ ກິງມາລາ ກໍາມະການປະຈໍາພັກເມືອງ ປະທານກວດກາພັກ, ອົງການກວດກາລັດເມືອງວຽງພູຄາ ລາຍງານຕໍ່ກອງປະຊຸມວຽກງານກວດກາປະຈໍາປີ 2024  ວັນທີ 8 ພຶດສະພາ 2025 ຜ່ານມານີ້ວ່າ: ໃນ 1 ປີຜ່ານມາຄະນະກວດກາເມືອງວຽງພູຄາ ແຂວງຫລວງນໍ້າທາ ໄດ້ມີການລົງວິໄນຕໍ່ສະມາຊິກພັກ ທັງໝົດ 36 ສະຫາຍ ແບ່ງເປັນ 3​ ຂັ້ນ ຄື: ຂັ້ນຕິຕຽນຄວາມຜິດ 23 ສະຫາຍ, ຂັ້ນກ່າວເຕື່ອນຄວາມຜິດ 12 ສະຫາຍ, ລຶບຊື່ອອກຈາກພັກ 1 ສະຫາຍ.

ນອກນີ້ໄດ້ ກວດກາບຸກລຸກຖາງປ່າສະຫງວນມີ 7 ຄອບຄົວ, ແກ້ໄຂຕາມລະບຽບການພ້ອມທັງປັບໃໝຜູ້ລະເມີດ ເປັນເງິນ 84 ລ້ານກີບ, ເກັບກໍາຂໍ້ມູນຕ່າງໆຕາມຫາງສຽງ ແລະ ລາຍງານຂອງສັງຄົມພາຍໃນເມືອງໄດ້ 10 ເປົ້າໝາຍ; ກວດກາຕາມຄໍາສັງຂອງຂັ້ນເທິງກ່ຽວກັບການລັກລອບເລື່ອຍໄມ້ຂອງປະຊາຊົນພາຍໃນເມືອງພົບເຫັນໄມ້ແປຮູບທັງໝົດ 107.4 ແມັດກອ້ນ ປັບໃໝຜູ້ລະເມີດ ເປັນເງິນ 162 ລ້ານກວ່າກີບ ເງິນຈໍານວນດັ່ງກ່າວແມ່ນມອບເຂົ້າຄັ້ງເງິນແຫງຊາດຕາມລະບຽບການ.

- Visit Laos Visit SALANA BOUTIQUE HOTEL - ປີ 2024 ເມືອງວຽງພູຄາ ລົງວິໄນສະມາຊິກພັກ 36 ສະຫາຍ ແລະ ປັບໃໝກຸ່ມລັກລອບຕັດໄມ້ໄດ້ເກືອບ 250 ລ້ານກີບ

ທີ່ມາ:​ ວາລະສານກວດກາ

- 3 - ປີ 2024 ເມືອງວຽງພູຄາ ລົງວິໄນສະມາຊິກພັກ 36 ສະຫາຍ ແລະ ປັບໃໝກຸ່ມລັກລອບຕັດໄມ້ໄດ້ເກືອບ 250 ລ້ານກີບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!